ຂ່າວຕ່າງປະເທດລາຍງານ ໃນວັນທີ 28 ມີນາ ທີ່ຜ່ານມາ ວ່າ: ປະທານາທິບໍດີອັບເດວ ຟັດຕາ ອັນ-ຊິຊີ ຊະນະການເລືອກຕັ້ງ ໄດ້ດຳລົງຕຳແໜ່ງຜູ້ນຳເອຢິບ ຕໍ່ໄປເປັນສະໄໝ ທີ 2 ຫຼັງຈາກນັບຄະແນນໄປແລ້ວ 92% ແຕ່ມີຄົນອອກມາໃຊ້ສິດພຽງ 40% ເທົ່ານັ້ນ.

ໜັງສືພິມອັນ-ອາຣາມ ແລະ ອັກບາ ເອວ-ຢູມ ແລະ ສຳນັກຂ່າວມີນາ ຂອງທາງການເອຢິບ ລາຍງານ ວ່າ: ປະຊາຊົນ 23 ລ້ານຄົນ ຈາກທີ່ມາລົງທະບຽນເພື່ອໃຊ້ສິດ 60 ລ້ານຄົນ ໄດ້ອອກມາໃຊ້ສິດລົງຄະແນນສຽງເລືອກຕັ້ງທີ່ດຳເນີນໄປເປັນເວລາ 3 ວັນ ເຊິ່ງສິ້ນສຸດລົງ ໃນວັນທີ 29 ມີນາ ຜ່ານມາ.

ໜັງສືພິມອັນ-ອາຣາມ ລາຍງານວ່າ: ມີບັດເສຍເຖິງ 2 ລ້ານໃບ ໂດຍຜູ້ໄປໃຊ້ສິດເຫຼົ່ານີ້ໄປຂຽນຊື່ຜູ້ສະໝັກຄົນອື່ນໆ ທີ່ຢູ່ນອກເໜືອຈາກຜູ້ສະໝັກພຽງ 2 ຄົນ ທີ່ມີຄຸນສົມບັດຄົບຖ້ວນ ແລະ ໄດ້ຮັບຄວາມເຫັນດີໃຫ້ລົງຮັບເລືອກຕັ້ງໄດ້; ໂດຍນອກຈາກ ປະທານາທິບໍດີ ຊິຊີ ແລ້ວ, ຜູ້ສະໝັກອີກ 1 ຄົນ ໄດ້ແກ່ ທ່ານ ມຸດຊາ ມຸສຕາຟາ ມູດຊາ ເຊິ່ງບໍ່ເປັນທີ່ຮູ້ຈັກປານໃດ ແລະ ທ່ານ ມຸດຊາ ກໍສະໜັບສະໜູນປະທານາທິບໍດີ ຊິຊີ ຢູ່ແລ້ວ ທ່ານຈຶ່ງລົງສະໝັກໃນມື້ທີ່ເກືອບຈະປິດຮັບສະໝັກແລ້ວ ນັ້ນກໍເພື່ອເຮັດໃຫ້ການເລືອກຕັ້ງບໍ່ໄດ້ເປັນການຊີງໄຊຂອງຜູ້ສະໝັກພຽງຄົນດຽວ.

ສຳລັບຜູ້ສະໝັກຄົນອື່ນໆທີ່ຈະເປັນຄູ່ແຂ່ງຄົນສຳຄັນ ກັບບໍ່ໄດ້ລົງແຂ່ງຂັນ, ບາງຄົນຖືກຄວບຄຸມຕົວ ແລະ ບາງຄົນກໍຖອນຕົວ. ສ່ວນປະທານາທິບໍດີ ຊິຊີ ໄດ້ຮັບໄຊຊະນະໃນການເລືອກຕັ້ງສະໄໝທຳອິດ ໃນປີ 2014 ນັ້ນ ມີຄະແນນສຽງເຖິງ 96,9%.