ພັຕ ພອນໄຊ ວົງສາ ຮອງຫົວໜ້າກອງບັນຊາການ ປກສ ເມືອງສຳພັນ ແຂວງຜົ້ງສາລີ ໃຫ້ຮູ້ໃນກອງປະຊຸມວຽກງານປ້ອງກັນຄວາມສະຫງົບ ປະຈຳປີ 2017 ແລະ ວາງທິດທາງແຜນການ 2018 ໃນວັນທີ 26 ມີນາ 2018 ວ່າ: ໃນຕໍ່ໜ້ານີ້, ຄະນະກອງບັນຊາການເມືອງດັ່ງກ່າວຈະສຸມໃສ່ຊີ້ນໍາ-ນໍາພາພະນັກງານ-ນັກຮົບໃນຄວາມຮັບຜິດຊອບເອົາໃຈໃສ່ວຽກງານປ້ອງກັນຄວາມສະຫງົບເປັນກົກເພື່ອເຮັດໃຫ້ສັງຄົມມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ ແລະ ປະຊາຊົນດໍາລົງຊີວິດດ້ວຍຄວາມຜາສຸກ.
ເປັນປະທານກອງປະຊຸມດັ່ງກ່າວໂດຍ ພັຕ ຫົງຄຳ ສັດ ສາດີ ຫົວໜ້າກອງບັນຊາການ ປກສ ເມືອງສຳພັນ, ເປັນ ກຽດເຂົ້າຮ່ວມຂອງ ທ່ານ ສົມຈິດ ຫັບລະກອນ ເຈົ້າເມືອງໆສຳພັນ; ທ່ານຮອງຫົວໜ້າກອງບັນຊາການ ປກສ ເມືອງສຳພັນກ່າວຕື່ມວ່າ: ໃນຕໍ່ໜ້າ, ກອງບັນຊາການ ປກສ ເມືອງ ຈະສຸມໃສ່ປະຕິບັດ 4 ຄາດໝາຍ ແລະ 4 ແຜນງານໃຫຍ່ 41 ໂຄງການທີ່ກະຊວງ ປກສ ວາງອອກເພື່ອຮັບປະກັນເຮັດໃຫ້ເມືອງສຳພັນ ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບເປັນລະບຽບຮຽບຮ້ອຍ ແລະ ຄວາມປອດໄພໂດຍພື້ນຖານພ້ອມທັງປັບປຸງແບບແຜນວິທີເຮັດວຽກ ແລະ ວິທີນຳພາຂອງຄະນະພັກ-ຄະນະບັນຊາແຕ່ລະຂັ້ນ, ກໍ່ສ້າງປັບປຸງກຳລັງປ້ອງກັນຄວາມສະຫງົບໃຫ້ໜັກແໜ້ນທາງດ້ານການເມືອງ-ແນວຄິດ, ເຂັ້ມແຂງທາງດ້ານການຈັດຕັ້ງ, ມີຄວາມຊຳນິຊຳນານທາງດ້ານວຽກງານວິຊາສະເພາະ, ຮັບປະກັນດ້ານພະລາທິການໃຫ້ແກ່ການເຄື່ອນໄຫວໜ້າທີ່ວຽກງາວິຊາສະເພາະ ແລະ ການລ້ຽງດູກຳລັງປະຕິບັດຕາມເພິ່ງຕົນເອງກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງຕາມທິດຊີ້ນຳຂອງພັກ-ລັດ.


ພັຕ ພອນໄຊ ວົງສາ ຍັງໄດ້ຍົກໃຫ້ເຫັນຜົນງານການເຄື່ອນໄຫວວຽກງານປ້ອງກັນຄວາມສະຫງົບທີ່ໄດ້ຮັບຜົນສໍາເລັດ ໃນປີ 2017 ສະແດງອອກຄື: ການສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ໃນທົ່ວສັງຄົມ, ເຊິ່ງເມືອງສຳພັນ ມີຄະ ດີອາຍາເກີດຂຶ້ນທັງໝົດ 7 ເລື່ອງ ມີຜູ້ຖືກຫາ 8 ຄົນ ຍິງ 1 ຄົນ, ຄະດີຫຼົງຍິງກັນຕາຍມີ 1 ເລື່ອງ ມີ 1 ຄົນ, ຄະດີກໍ່ອາລະວາດຕີກັນມີ 2 ເລື່ອງ ມີ 2 ຄົນ, ຄະດີຢາເສບຕິດມີ 3 ເລື່ອງ ມີ 3 ຄົນ ຍິງ 1 ຄົນ, ຄະດີອຸບັດຕິເຫດເກີດຂຶ້ນທັງໝົດ 5 ເລື່ອງ ມີ 5 ຄົນ ຍິງ 1 ຄົນ, ບາດເຈັບເລັກນ້ອຍ 4 ຄົນ ຍິງ 1 ຄົນ, ພາຫະນະເປ່ເພເລັກນ້ອຍ 4 ຄັນ, ເປ່ເພສົມຄວນ 1 ຄັນ ລວມມູນຄ່າເສຍຫາຍທັງໝົດ 57 ລ້ານກີບ.