ໃນໄລຍະສອງເດືອນຜ່ານມາ, ບັນດາກຸ່ມເປົ້າໝາຍທີ່ເປັນຄົນຕ່າງປະເທດ ໄດ້ມີການຕິດຕໍ່ພົວພັນກັບເປົ້າໝາຍພາຍໃນປະເທດ ກາຍເປັນກຸ່ມເຄື່ອນໄຫວແບບມືອາຊີບ ກຸ່ມຄົນເຫຼົ່ານີ້ຈະນຳໃຊ້ເຄື່ອງມືເອເລັກໂຕຣນິກ ເພື່່ອປະດິດບັດເອທີເອັມປອມ ຫາຖອນເອົາເງິນຕາມຕູ້ບໍລິການຂອງທະນາຄານຕ່າງໆ ຜ່ານມາພວກກ່ຽວສາມາດເຄື່ອນໄຫວຖອນເງິນອອກໄດ້ເຖິງ 1,6 ຕື້ດົ່ງ ຂອງເຈົ້າຂອງບັນຊີທະນາຄານເກືອບ 80 ຄົນ ເຫດການແມ່ນເກີດຂຶ້ນຕາມບັນດາແຂວງເບນແຈ້, ຫວິງລັອງ ແລະ ແຂວງເກິ່ນເທີ້.

ຜູ້ຊີ້ນຳຫ້ອງຕຳຫຼວດອາຍາ ກອງບັນຊາການຕຳຫຼວດ ແຂວງເບນແຈ້ ໃຫ້ຮູ້ວ່າ: ໃນກາງຄືນຂອງວັນທີ 23 ມັງກອນ 2018 ຜ່ານມາ, ທີ່ຈຸດຕັ້ງຕູ້ເອທີເອັມ 4 ແຫ່ງ ໃນເຂດເທດສະບານ ກຸ່ມເຄື່ອນໄຫວໃຊ້ບັດເອທີເອັມປອມຖອນເອົາເງິນໄດ້ 997 ລ້ານດົ່ງ ຂອງຈຳນວນບັນຊີ 38 ຄົນ. ເຈົ້າຂອງບັນຊີທຸກຄົນລ້ວນຢືນຢັນວ່າ ຕົນເອງແມ່ນບໍ່ໄດ້ມີການເຄື່ອນໄຫວຖອນ ຫຼື ແຕະຕ້ອງບັນຊີແຕ່ຢ່າງໃດ. ເມື່ອເປັນເຊັ່ນນັ້ນ, ຈຶ່ງສະຫຼຸບໄດ້ວ່າບັນຊີຂອງພວກກ່ຽວແມ່ນຖືກລັກຂໍ້ມູນບັດຢ່າງແນ່ນອນ.

ບັນດາກຸ່ມກໍ່ອາຊະຍາກຳທາງເອເລັກໂຕຣນິກ ໄດ້ໃຊ້ຮູບແບບເຂົ້າລັກໂອນເອົາຂໍ້ມູນບັດບັນຊີບຸກຄົນຕາມເຄືອຂ່າຍຂອງທະນາຄານ. ຈາກນັ້ນ, ພວກເຂົາຈະເອົາມາໂຫຼດເຂົ້າບັດເອທີເອັມປອມທີ່ພວກກ່ຽວກຽມໄວ້ ຈາກນັ້ນຈະອອກໄປຖອນເອົາເງິນຕາມບັນຊີທະນາຄານທີ່ລະບຸໄວ້; ຖ້າຫາກວ່າ ກວດພົບບັນຊີໃດມີເງິນຫຼາຍພວກເຂົາຈະໃຊ້ວິທີໂອນຜ່ານໄປຫາບັນຊີຂອງຕົນ ເພື່ອສືບຕໍ່ຖອນເອົາເງິນສົດອອກຕາມກຳນົດຂອງທະນາຄານ. ທ່ານໃຫ້ຮູ້ຕື່ມອີກວ່າ: ຕາມການໄດ້ຮັບການແຈ້ງເສຍຫາຍຂອງເຈົ້າຂອງບັນຊີ ຜູ້ເສຍໜ້ອຍສຸດແມ່ນບໍ່ຫຼຸດ 5 ລ້ານດົ່ງ ແລະ ຫຼາຍກໍສິບກວ່າລ້ານຂຶ້ນເມືອ.

ຄະນະນຳກອງບັນຊາການຕຳຫຼວດ ແຂວງເບນແຈ້ ໃຫ້ຮູ້ວ່າ: ນີ້ແມ່ນກຸ່ມກໍ່ອາຊະຍາກຳທີ່ໂດຍເອກເລັກໂຕຣນິກ ເປັນເຄື່ອງມືໃນການກໍ່ເຫດ ແລະ ກໍແມ່ນປະກົດການໃໝ່ທີ່ເກີດຂຶ້ນທີ່ ແຂວງເບນແຈ້ ກໍຄືຕາມຂົງເຂດບັນດາແຂວງອ້ອມຂ້າງ; ໂດຍປະຕິບັດຕາມທິດຊີ້ນຳຂອງຄະນະກອງບັນຊາການແຂວງ ຈຶ່ງໄດ້ປະກອບກຳລັງຕຳຫຼວດອາຍາລົງປະຕິບັດໜ້າທີ່ສືບສວນ-ສອບສວນ ແລະ ຕິດຕາມຈັບຕົວກຸ່ມເຄື່ອນໄຫວດັ່ງກ່າວ.

ມາຕອນແລງວັນທີ 23 ກຸມພາ 2018, ໄດ້ມີຂໍ້ຄວາມສົ່ງຜ່ານທາງ SMS Banking ຂອງນາງ ເຈິ່ນເລ້ ຢຸ້ຍ ຢູ່ແຂວງຫວິງລັອງ ແຈ້ງວ່າມີການຖອນເງິນຈາກບັນຊີຂອງຜູ້ກ່ຽວ ໂດຍຖອນເງິນສົດອອກຈຳນວນ 9 ລ້ານດົ່ງ ໂດຍເຈົ້້້າຂອງບັນຊີບໍ່ໄດ້ເຄື່ອນໄຫວຖອນເງິນເລີຍ. ຍ້ອນວ່າຕົນເອງບໍ່ໄດ້ຖືບັດເອທີເອັມໄປນຳ ຈຶ່ງຢ້ານຄົນໃນເຮືອນລັກເອົາບັດໄປກົດຖອນເງິນຜູ້ກ່ຽວ ຈຶ່ງຟ້າວກັບເມືອເຮືອນປະກົດວ່າ ບັດຍັງຢູ່ໃນເຮືອນປົກກະຕິ ແຕ່ເງິນແມ່ນຖືກຖອນອອກໄປແລ້ວ. ຈາກນັ້ນຜູ້ກ່ຽວໄດ້ໄປທີ່ທະນາຄານກວດກາເບິ່ງບັນຊີຈຶ່ງສາມາດຮູ້ໄດ້ວ່າມີຄົນໃຊ້ບັດປອມຖອນເອົາເງິນອອກ.

ບໍ່ພຽງແຕ່ນາງ ຫງັອກ ແຕ່ຍັງມີອີກກວ່າ 30 ຄົນ ທີ່ເຂດເທດສະບານບິ່ງມິ້ງ ແລະ ເມືອງບິ່ງເຕິ້ນ ແຂວງຫວິງລັອງ ກໍຖືກກຸ່ມເປົ້າໝາຍດັ່ງກ່າວນີ້ ລັກໂຫຼດຂໍ້ມູນບັດ ແລະ ນຳໃຊ້ບັດເອັມທີເອັມປອມຖອນເອົາເງິນ ຜົນເສຍຫາຍເກືອບ 500 ລ້ານດົ່ງ; ນາງ ຫງັອກ ເວົ້າວ່າ: ບໍ່ເຄີຍພົບເຄີຍພໍ້ກໍລະນີແບບນີ້ຈັກເທື່ອ ບັດນຳຕົນເອງແຕ່ເງິນພັດຖືກຖອນອອກແລ້ວ. ຕຳຫຼວດກຸ່ມບິ່ງມິ້ງ ໃຫ້ຮູ້ວ່າ: ເຫດການທັງໝົດແມ່ນເກີດຂຶ້ນກ່ອນໜ້າມື້ບຸນປີໃໝ່, ໃນຂະນະດຽວກັນມີຜູ້ເສຍຫາຍ 20 ກວ່າຄົນ ໄດ້ຮັບຂໍ້ຄວາມເຕືອນວ່າເງິນໃນບັນຊີຖືກຖອນອອກຈາກຕູ້ເອທີເອັມ. ຈາກນັ້ນ, ຈຶ່ງໄດ້ນຳປຶ້ມບັນຊີເຂົ້າກວດສອບທີ່ທະນາຄານຕົນທີ່ຝາກເງິນ ປະກົດວ່າເງິນຖືກຄົນຮ້າຍຖອນຈາກເຄື່ອງມືທີ່ພວກເຂົາປະດິດຂຶ້ນດ້ວຍເຕັກໂນໂລຊີທີ່ທັນສະໄໝ ແລະ ອີກຫຼາຍກໍລະນີທີ່ບໍ່ໄດ້ນຳໃຊ້ບໍລິການຂໍ້ຄວາມເຕືອນຈາກທະນາຄານ ຈົນແລ້ວບຸນປີໃໝ່ເມື່ອໄປອັບເດດຂໍ້ມູນ ຈຶ່ງຮູ້ວ່າເງິນໃນບັນຊີຂອງຕົນຖືກຖອນອອກແບບຕົນບໍ່ຮູ້ຫຍັງເລີຍ. ຈາກນັ້ນ, ຈຶ່ງໄດ້ເຂົ້າແຈ້ງຄວາມກັບເຈົ້າໜ້າທີ່ຕຳຫຼວດ ຜ່ານການເກັບກຳຈຳນວນຕົວເລກຂອງຜູ້ເສຍຫາຍ ເຈົ້າໜ້າທີ່ຕຳຫຼວດເຂດບິ່ງມິ້ງ ໃຫ້ຮູ້ວ່າ: ຜູ້ເສຍຫາຍທີ່ເສຍເງິນໃນບັນຊີຫຼາຍສຸດ ແມ່ນ 50 ລ້ານ ແລະ ຜູ້ເສຍໜ້ອຍກໍບໍ່ຫຼຸດ 2-3 ລ້ານດົ່ງ.

ຕໍ່ສະພາບການທີ່ເກີດຂຶ້ນ, ຄະນະກອງບັນຊາການ ກໍໄດ້ອອກຄຳສັ່ງໃຫ້ຫ້ອງຕຳຫຼວດອາຍາສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ປະຕິບັດອອກກວດກາ ແລະ ສືບສວນ-ສອບສວນຕໍ່ກັບບັນຫາດັ່ງກ່າວຢ່າງຮີບດ່ວນ.

ສ່ວນທີ່ນະຄອນເກິ່ນເທີ້, ຫ້ອງຕຳຫຼວດອາຍາ ກອງບັນຊາການແຂວງໃຫ້ຮູ້ວ່າ: ທີ່ແຂວງເກິ່ນເທີ້ ກໍເກີດມີສະພາບການດັ່ງກ່າວເກີດຂຶ້ນ 6 ເລື່ອງ ລວມມູນຄ່າເງິນໃນບັນຊີເສຍຫາຍປະມານ 70 ລ້ານດົ່ງ ໃນຮູບແບບຄ້າຍຄືກັນນີ້; ພວກກ່ຽວຈະເຄື່ອນໄຫວຖອນເອົາເງິນຕາມຕູ້ບໍລິການເອທີເອັມໃນຍາມກາງຄືນ ໄລຍະແຕ່ 00-4 ໂມງເຊົ້າ; ຮູບການຂອງພວກກ່ຽວແມ່ນຈະເອົາເຄື່ອງບັນທຶກ ແລະ ດູດຂໍ້ມູນຂອງຄົນທີ່ເຂົ້າຖອນເງິນໃນແຕ່ລະມື້ຕິດປະໄວ້ຕາມບໍລິເວນຮູບັດ ຫຼື ຕາມບໍລິເວນໃກ້ຄຽງ (ເຊິ່ງເປັນເຄື່ອງນ້ອຍໆ), ຈາກນັ້ນພວກເຂົາຈະເອົາຂໍ້ມູນທີ່ໄດ້ມາໂຫຼດເຂົ້າບັດເອທີເອັມເປົ່າ ແລ້ວກວດເບິ່ງຈຳນວນເງິນທີ່ມີໃນບັດ ຖ້າບັນຊີໃດມີເງິນຫຼາຍກໍສັ່ງໂອນເຂົ້າໄປບັນຊີຂອງຕົນ ພ້ອມຈັດແບ່ງກັນອອກໄປກົດຖອດເອົາເງິນ.

ຕາມການຊີ້ນຳຂອງ ພັອ ເຈິ່ນຫງັອກ ແຫ່ງ ຫົວໜ້າກອງບັນຊາການຕຳຫຼວດ ແຂວງເກິ່ນເທີ້, ຫ້ອງຕຳຫຼວດອາຍາ ໄດ້ສົມທົບ ແລະ ຈັດຕັ້ງກຳລັງລົງມ້າງກຸ່ມເປົ້າໝາຍດັ່ງກ່າວ; ຜ່ານການເກັບກຳຂໍ້ມູນ ຫົວໜ້າຫ້ອງຕຳຫຼວດອາຍາ ໃຫ້ຮູ້ວ່າ: ພວກກ່ຽວມີການເຄື່ອນໄຫວຢ່າງແນບນຽນທີ່ສຸດ ພວກເຂົານຳໃຊ້ເອເລັກໂຕຣນິກທີ່ທັນສະໄໝເຂົ້າໃນການກໍ່ເຫດ ແລະ ມີການເຄື່ອນໄຫວໄປທົ່ວທຸກແຂວງ. ເຈົ້າໜ້າທີ່ໄດ້ນຳໃຊ້ທຸກວິທີການເພື່ອສືບຮູ້ກຸ່ມເຄື່ອນໄຫວດັ່ງກ່າວ ເຊິ່ງສາມາດຮູ້ໄດ້ຜູ້ເປັນຫົວໂປ່ໂຕການໃນກຸ່ມນີ້ແມ່ນ ທ້າວ ຈອງງາຍຟອງ ອາຍຸ 42 ປີ ຄົນສັນຊາດມາເລເຊຍ.

ຕາມການຢືນຢັນຂອງຮອງຫົວໜ້າ ຫ້ອງຕຳຫຼວດອາຍາ ກອງບັນຊາການ ແຂວງເກິ່ນເທີ້ ໃຫ້ຮູ້ວ່າ: ທ້າວ ຟອງ ເປັນຄົນທີ່ເກັ່ງທາງດ້ານເອເລັກໂຕຣນິກ ແລະ ເປັນຄົນທີ່ອອກຫົວຄິດເຮັດເຄື່ອງມືດັກຂໍ້ມູນຂອງບຸກຄົນທີ່ເຂົ້າຖອນເງິນຕາມຕູ້ເອທີເອັມ ແລ້ວນຳມາປະດິດເປັນບັດປອມຖອນເອົາເງິນຄົນອື່ນ.

ຜູ້ກ່ຽວເດີນທາງເຂົ້າມາຫວຽດນາມ ໃນນາມນັກທ່ອງທ່ຽວກັບ ທ້າວ ຕີແຈງ ແມງ ອາຍຸ 29 ປີ, ສັນຊາດມາເລເຊຍເຊັ່ນກັນ ແລະ ທ້າວ ຈົວຍາທຽມ ອາຍຸ 45 ປີ ສັນຊາດສິງກະໂປ, ໂດຍຜ່ານການລື້ງເຄີຍກັນທາງສື່ອອນລາຍ ທ້າວ ຟອງ ໄດ້ຮູ້ຈັກກັບ ທ້າວ ໂຈຟາມ ອາຍຸ 48 ປີ ຫຼື ທ້າວ ເກື່ອງ ຄົນສັນຊາດອາເມລິກາ ຢູ່ແຂວງເບນແຈ້. ທ້າວ ໂຈຟາມ ແມ່ນສ່ຽວຂອງທ້າວ ກິ້ມສວ່ານ ອາຍຸ 21 ປີ ຢູ່ຕາແສງຢາລາຍ ແຂວງບາກລຽວ. ຈາກນັ້ນ, ທ້າວ ຟອງ ໄດ້ຊັກຊວນ ແລະ ຊອກຫາເພື່ອນໄດ້ອີກຄົນໜຶ່ງຊື່ ເຈິ່ນເຖບາວ ອາຍຸ 26 ປີ ຢູ່ຄຸ້ມໝໍໄກ່ນາມ ແຂວງເບນແຈ້ ກຸ່ມຄົນເຫຼົ່ານີ້ເປັນເປົ້າໝາຍໃນປະເທດ ເຊິ່ງເວົ້າໄດ້ວ່າເປັນກຸ່ມຄົນທີ່ຮູ້ ແລະ ຊຳນານກ່ຽວກັບພື້ນທີ່ຈຶ່ງໄດ້ສ້າງຄວາມສະດວກໃຫ້ການກໍ່ອາຊະຍາກຳ.

ທ້າວ ຟອງ ແມ່ນມີບົດບາດເປັນຜູ້ລິເລີ່ມ (ຫົວໜ້າ), ເຮັດໜ້າທີ່ຊີ້ນຳບັນດາສະມາຊິກພາຍໃນກຸ່ມ ເພື່ອດຳເນີນການປະຕິບັດງານຕາມຄຳສັ່ງ. ນອກນັ້ນ, ຜູ້ກ່ຽວຍັງເຮັດໜ້າທີ່ຕິດຕາມການເຄື່ອນໄຫວຂອງບັນດາຕູ້ເອທີເອັມຕາມຈຸດຕ່າງໆ ເພື່ອກຳຂໍ້ມູນແລ້ວສົ່ງໃຫ້ ທ້າວ ໂຈຟາມ ຫຼື ເປົ້າໝາຍອື່ນນຳເອົາອຸປະກອນດັກຂໍ້ມູນໄປຕິດຕັ້ງຕາມຈຸດທີ່ຜູ້ກ່ຽວບອກ.

ຈາກນັ້ນ, ປະມານ 2-3 ຊົ່ວໂມງ ຜູ້ກ່ຽວຈະບອກລູກນ້ອງໄປຖອນເອົາອຸປະກອນດັ່ງກ່າວ ພ້ອມກັບແບບຢ່າງ, ເລກທີ່ຖອນເງິນຂອງຄົນທີ່ມາໃຊ້ບໍລິການຕູ້ເອທີເອັມຖິ້ມລົງຕ່າຂີ້ເຫຍື້ອ ແລ້ວຄືນໄປທີ່ຫ້ອງພັກ. ຈາກຂໍ້ມູນທີ່ໄດ້ມານັ້ນ ທ້າວ ຟອງ ສາມາດກ໊ອບເອົາຂໍ້ມູນບັດພ້ອມດ້ວຍລະຫັດສ່ວນຕົວຂອງບັດໄດ້ ແລະ ສາມາດຮູ້ໄດ້ຈຳນວນເງິນໃນບັນຊີທັງໝົດ ຈາກນັ້ນຜູ້ກ່ຽວຈະຫາວິທີໂອນຂໍ້ມູນເຂົ້າບັດເອທີເອັມທີ່ກຽມໄວ້ ແລ້ວເມື່ອສຳເລັດກໍຈະເອົາບັດໃຫ້ສະມາຊິກໄປຖອນເອົາເງິນມາປັນກັນຈ່າຍຟູມເຟືອຍ.

ຫຼາຍກໍລະນີ ທ້າວ ຟອງ ໄດ້ເປັນຄົນລົງມືໄປຖອນເງິນເອງຖ້າຫາກພົບວ່າເງິນໃນບັນຊີນັ້ນມີຫຼາຍ, ນອກຈາກຖອນເງິນແລ້ວ ທ້າວ ຟອງ ຍັງໃຊ້ຄວາມຮູ້ດ້ານເອເລັກໂຕຣນິກສັ່ງໂອນເງິນຜ່ານລະບົບເຂົ້າບັນຊີອື່ນອີກ, ຖ້າຫາກເຫັນວ່າເງິນຈຳນວນດັ່ງກ່າວກາຍກຳນົດຖອນໄດ້ໃນມື້ໜຶ່ງຕາມກຳນົດຂອງທະນາຄານ.

ເພື່ອດຳເນີນຈັບກຸມຕົວບັນດາເປົ້າໝາຍດັ່ງກ່າວ ຫ້ອງຕຳຫຼວດອາຍາ ກອງບັນຊາການຕຳຫຼວດ ນະຄອນເກິ່ນເທີ້ ໄດ້ວາງແຜນການຢ່າງລະອຽດ, ມາວັນທີ 5 ມີນາ 2018 ພະນັກງານຕິດຕາມເປົ້າໝາຍພົບເປົ້າໝາຍ ບາວ ແລະ ສວ່ານ ໄປທີ່ບ່ອນບໍລິການຕູ້ເອທີເອັມໃນເຂດອ້ານຮວ່າ ຄຸ້ມນິ້ງກ່ຽວ ເພື່ອຖອນອຸປະກອນດັກຂໍ້ມູນທີ່ຕິດຕັ້ງໄວ້ ກ່ອນໜ້ານັ້ນເມື່ອພວກກ່ຽວຖອນສຳເລັດ ເຈົ້າໜ້າທີ່ຕຳຫຼວດພວກເຮົາກໍເຂົ້າຈັບກຸມຕົວພ້ອມຂອງກາງທີ່ເປັນອຸປະກອນດັ່ງກ່າວ.

ຜ່ານການສອບສວນພວກ ກ່ຽວສາລະພາບວ່າ: ການອອກໄປຕິດອຸປະກອນດັກຂໍ້ມູນສ່ວນຫຼາຍ ແມ່ນຈະໄປນຳກັນສອງຄົນ ໂດຍແບ່ງກັນໃຫ້ຜູ້ໜຶ່ງເຂົ້າໄປຕິດ ແລະ ອີກຄົນໜຶ່ງເບິ່ງຕົ້ນທາງໃຫ້ ຖ້າຫາກພົບວ່າມີສິ່ງຜິດປົກກະຕິໃນການຕິດຕັ້ງ ຫຼື ສົງໄສຈະຖືກຈັບໄດ້ ພວກເຂົາຈະບອກ ທ້າວ ຟອງ ລົບຂໍ້ມູນນັ້ນຖິ້ມ ເພື່ອຫຼີກລ່ຽງຈາກການຈັບໄດ້ຂອງເຈົ້າໜ້າທີ່ ແລະ ຈະສາມາດຈັບໄດ້ທັງຜູ້ເປັນຫົວໂປ່ຕົວການ; ຈາກນັ້ນ, ຈຶ່ງມີການສືບສາວຫາຫົວໜ້າໃຫຍ່ຂອງກຸ່ມເຄື່ອນໄຫວນີ້ ແລະ ໃນກາງຄືນຂອງວັນດຽວກັນເຈົ້າໜ້າທີ່ຕຳຫຼວດກໍເຂົ້າຈັບກຸມຕົວ ທ້າວ ຟອງ, ທ້າວ ທຽມ ແລະ ທ້າວ ແມງ ທີ່ເຮືອນພັກທີ່ເຂດນິ້ງກ່ຽວ ພ້ອມທັງເກັບກູ້ວັດຖຸຂອງກາງຫຼາຍຢ່າງທີ່ກ່ຽວຂ້ອງກັບການກໍ່ອາຊະຍາກຳທາງເອເລັກໂຕຣນິກດັ່ງກ່າວ.

ໃນໄລຍະເວລາດຽວກັນ, ທີ່ ແຂວງເບບແຈ້ ພາກສ່ວນຫ້ອງຕຳຫຼວດອາຍາ ກອງບັນຊາການຕຳຫຼວດ ແຂວງເບນແຈ້ ກໍໄດ້ປະຕິບັດຄຳສັ່ງກວດຄົ້ນສະຖານທີ່ພັກເຊົາຂອງສອງເປົ້າໝາຍໂຈຟາມ ແລະ ທ້າວ ຫ່ຽນ 2 ເປົ້າໝາຍທີ່ຍັງເຫຼືອໃນກຸ່ມ ທ້າວ ຟອງ ເປັນຫົວໜ້າ. ເຈົ້າໜ້າທີ່ກວດ ແລະ ເກັບກູ້ໄດ້ບັດເອທີເອັມຈຳນວນຫຼາຍເຊິ່ງເປັນບັດປອມ, ໜັງສືຜ່ານແດນ 3 ຫົວ, ໃບມອບເງິນເຂົ້າທະນາຄານລວມຈຳນວນເງິນ 1,95 ຕື້ດົ່ງ.

ຜ່ານການສອບສວນຂອງເຈົ້າໜ້າທີ່ ພວກກ່ຽວຮັບສາລະພາບວ່າ: ນັບແຕ່ເດືອນມັງກອນ 2018 ຫາ ເດືອນມີນາ 2018 ໄດ້ເຄື່ອນໄຫວຖອນເອົາເງິນຈາກບັນຊີຂອງບຸກຄົນຈຳນວນ 76 ບັນຊີ ໄດ້ເງິນ 1,6 ຕື້ດົ່ງ ທີ່ແຂວງເບບແຈ້, ຫວິງລັອງ ແລະ ນະຄອນເກິ່ນເທີ້.

ເຈົ້າໜ້າທີ່ຕຳຫຼວດຈຶ່ງຮຽກຮ້ອງມາເຖິງພໍ່-ແມ່ປະຊາຊົນທີ່ເປີດໃຊ້ບັດເອທີເອັມ ຄວນມີສະຕິໃນເວລາໄປນຳໃຊ້ບໍລິການຖອນເງິນຕາມສະຖານທີ່ໃຫ້ບໍລິການຕູ້ເອທີເອັມ ແລະ ໃຫ້ປ່ຽນລະຫັດບັດຢູ່ເລື້ອຍໆຖ້າພົບວ່າມີຫຍັງຜິດສັງເກດແມ່ນໃຫ້ແຈ້ງເຈົ້າໜ້າທີ່ ຫຼື ບໍ່ຄວນດຳເນີນການຖອນເງິນຕໍ່.