ກົມໂຄສະນາ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດກອງປະຊຸມເພື່ອແລກປ່ຽນຄວາມຄິດເຫັນນພາຍໃຕ້ຫົວຂໍ້ “ຂຸດຄົ້ນທ່າແຮງບົ່ມຊ້ອນ ເພື່ອສ້າງການຫັນປ່ຽນວຽກງານໂຄສະນາໃຫ້ມີຄຸນນະພາບໃໝ່” ໃນວັນທີ 5 ມັງກອນ 2023, ໂດຍການເປັນປະທານຂອງສະຫາຍ ລາວປາວຊົ່ງ ນະວົງໄຊ ກໍາມະການສູນກາງພັກ ຮອງເລຂາຄະນະພັກ ຮອງຫົວໜ້າຄະນະໂຄສະນາສູນກາງພັກ, ມີບັນດາຫົວໜ້າກົມ, ຫົວໜ້າບັນນາທິການ ພ້ອມດ້ວຍແຂກຮັບເຊີນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ສະຫາຍ ລາວປາວຊົ່ງ ນະວົງໄຊ ກ່າວວ່າ: ການຈັດກອງປະຊຸມໃນຄັ້ງນີ້ ກໍເພື່ອປັບປຸງວຽກງານໂຄສະນາໃຫ້ມີຫຼາຍຮູບ, ຫຼາຍສີ ແລະ ມີການປະສານງານຢ່າງກົມກຽວ ລະຫວ່າງ ກົມໂຄສະນາ ຄະນະໂຄສະນາອົບຮົມສູນກາງພັກກັບກົມໂຄສະນາຂອງບັນດາກະຊວງ-ອົງການອ້ອມຂ້າງສູນກາງ ແລະ ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ; ທັງເປັນການປັບປຸງກົນໄກ ແລະ ແບບແຜນວິທີເຮັດວຽກຂອງກົມໂຄສະນາໃຫ້ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່ ໂດຍຫັນປ່ຽນເນື້ອໃນ, ຮູບການ ແລະ ວິທີການໃຫ້ມີລັກສະນະເປີດກວ້າງ, ນຳໃຊ້ທຸກກຳລັງແຮງພາຍນອກ ເຂົ້າຮ່ວມໃນການເຄື່ອນໄຫວວຽກງານໂຄສະນາໃຫ້ຫຼາຍຂຶ້ນ, ປະສານງານຢ່າງໃກ້ສິດກັບກົມໂຄສະນາຂອງບັນດາກະຊວງ-ອົງການ ແລະ ທ້ອງຖິ່ນເພື່ອຄວາມເປັນເອກະພາບກັນ ແລະ ເປັນຕາໜ່າງເພື່ອນຮ່ວມງານໃຫ້ກວ້າງຂວາງ ເຮັດໃຫ້ການເຄື່ອນໄຫວວຽກງານໂຄສະນາສຶກສາອົບຮົມການເມືອງ-ແນວຄິດ, ການເຜີຍແຜ່ແນວທາງນະໂຍບາຍຂອງພັກ, ການໂຄສະນາມູນເຊື້ອວັນສຳຄັນຕ່າງໆຂອງຊາດ, ຂອງພັກ, ຂອງທ່ານຜູ້ນຳແລະ ໂຄສະນາຊວນເຊື່ອບັນຫາຕ່າງໆ ມີຫຼາຍສີສັນ, ມີຄວາມວ່ອງໄວທັນການ ແລະ ເປັນການຮັດແໜ້ນຄວາມສາມັກຄີ ກັບບັນດານັກຮົບແນວຄິດ ຢູ່ອ້ອມຂ້າງສູນກາງໃຫ້ເລິກເຊິ່ງ, ທັງສ້າງໂອກາດໃຫ້ຜູ້ເຮັດວຽກງານຕົວຈິງ ໄດ້ແລກປ່ຽນຄວາມຄິດເຫັນ, ແລກປ່ຽນບົດຮຽນໃນການເຄື່ອນໄຫວວຽກງານ ເພື່ອພ້ອມກັນບຸກບືນສູ້ຊົນເຮັດສຳເລັດໜ້າທີ່ການເມືອງຂອງຕົນ.

ໃນພິທີ, ບັນດາຜູ້ເຂົ້າຮ່ວມກອງປະຊຸມ ຍັງໄດ້ຮັບຟັງການລາຍງານໂດຍຫຍໍ້ກ່ຽວກັບການເຄື່ອນໄຫວວຽກງານໂຄສະນາໃນໄລຍະຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ, ການແລກປ່ຽນຄໍາຄິດຄໍາເຫັນຂອງບັນດາສະຫາຍທີ່ເຂົ້າຮ່ວມ ພ້ອມທັງຮັບຟັງການໂອ້ລົມຈາກທ່ານປະທານກອງປະຊຸມຕື່ມອີກ.