ໃນຕອນເຊົ້າວັນທີ 2 ກຸມພາ 2023 ທີ່ສໍານັກງານນາຍົກລັດຖະມົນຕີ ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບ ວຽກງານການອຳນວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ຕິດພັນກັບ ການນຳເຂົ້າ-ສົ່ງອອກສິນຄ້າ ໂດຍການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີບັນດາທ່ານລັດຖະມົນຕີ, ຮອງລັດຖະມົນຕີ ກະຊວງ-ອົງການ ພ້ອມດ້ວຍຄະນະກົມ ແລະ ພະນັກງານ-ວິຊາການທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ກອງປະຊຸມ ໄດ້ຮັບຟັງການລາຍງານ, ຄົ້ນຄວ້າ, ປຶກສາຫາລື ແລະ ປະກອບຄຳເຫັນຕໍ່ 3 ຫົວຂໍ້ສຳຄັນ ຄື: ຮ່າງດຳລັດ ວ່າດ້ວຍ ການຈັດຕັ້ງ ແລະ ການເຄື່ອນໄຫວຂອງ ຄະນະກຳມະການອຳນວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ເຊິ່ງເປັນການໂຮມຄະນະກຳມະການຊີ້ນຳລວມ ອຳນວຍຄວາມສະດວກທາງດ້ານການຄ້າ ແລະ ຄະນະກຳມະການຂົນສົ່ງແຫ່ງຊາດ ເຂົ້າກັນ, ລາຍງານກ່ຽວກັບການນຳເຂົ້າ ແລະ ສົ່ງອອກສິນຄ້າ ແລະ ລາຍງານກ່ຽວກັບສະພາບການຂົນສົ່ງສິນຄ້າ.

ຜ່ານການຮັບຟັງການລາຍງານ, ກອງປະຊຸມ ໄດ້ພິຈາລະນາເຫັນດີດ້ານຫຼັກການ ຮັບຮອງເອົາຮ່າງດໍາລັດດັ່ງກ່າວ ໂດຍໄດ້ຊີ້ນໍາໃຫ້ພາກສ່ວນກ່ຽວຂ້ອງ ສົມທົບກັນປັບປຸງຄືນ ຕາມການປະກອບຄຳເຫັນຂອງຜູ້ເຂົ້າຮ່ວມ ໃຫ້ມີເນື້ອໃນຄົບຖ້ວນ, ລະອຽດ, ຈະແຈ້ງ, ສອດຄ່ອງກັບຕົວຈິງ ແລະ ນິຕິກຳທີ່ກ່ຽວຂ້ອງ ໂດຍສະເພາະ ເນື້ອໃນທີ່ກ່ຽວກັບ ກອງເລຂາ, ການກຳນົດກາປະທັບ, ໂຄງປະກອບບຸກຄະລາກອນ, ງົບປະມານຮັບໃຊ້ເຂົ້າໃນການເຄື່ອນໄຫວ ລວມທັງມາດຕະການຈັດຕັ້ງປະຕິບັດ ແລະ ວຽກງານອື່ນໆທີ່ກ່ຽວຂ້ອງ.

ພາຍຫຼັງປັບປຸງສຳເລັດແລ້ວ ສົ່ງໃຫ້ ຫ້ອງວ່າການ ສຳນັກງານນາຍົກລັດຖະມົນຕີ ເພື່ອຄົ້ນຄວ້າສະເໜີ ທ່ານນາຍົກລັດຖະມົນຕີ ພິຈາລະນາລົງລາຍເຊັນ ປະກາດໃຊ້.

ສຳລັບວຽກງານວຽກງານການນຳເຂົ້າ-ສົ່ງອອກສິນຄ້າ ແລະ ການຂົນສົ່ງ, ທ່ານປະທານກອງປະຊຸມ ໄດ້ມີຄຳເຫັນເນັ້ນໜັກໃຫ້ຂະແໜງການ ແລະ ພາກສ່ວນກ່ຽວຂ້ອງ ເອົາໃຈໃສ່ຕື່ມ ເປັນຕົ້ນແມ່ນ ຄົ້ນຄວ້າການກຳນົດລາຄາສິນຄ້າສົ່ງອອກ ໂດຍສະເພາະ ສິນຄ້າກະສິກຳ ເພື່ອຊ່ວຍເຫຼືອ ແລະ ປົກປ້ອງຜົນປະໂຫຍດຂອງຜູ້ຜະລິດ.

ເອົາໃຈໃສ່ຂອດການຊຳລະຊື້-ຂາຍສິນຄ້າ ຜ່ານລະບົບທະນາຄານ ໃຫ້ສາມາດນຳເອົາເງິນຕາຕ່າງປະເທດເຂົ້າມາປະເທດຢ່າງຄົບຖ້ວນ ແລະ ຖືກຕ້ອງສອດຄ່ອງກັບລະບຽບການ.

ຄົ້ນຄວ້າກຳນົດລະບຽບການ ແລະ ມາດຕະການ ໃນການຈັດເກັບພາສີ-ອາກອນຈາກການຊື້-ຂາຍສິນຄ້າ ທີ່ຍັງບໍ່ທັນມີລະບຽບການຄຸ້ມຄອງ ເພື່ອຮັບປະກັນການເກັບລາຍຮັບເຂົ້າງົບປະມານ ໃຫ້ໄດ້ຄົບຖ້ວນ.

ຄົ້ນຄວ້າ ແລະ ປັບປຸງ ການບໍລິການຂົນສົ່ງສິນຄ້າ ຜ່ານດ່ານຊາຍແດນ ລວມທັງຢູ່ບັນດາຈຸດຄ່ຽນຖ່າຍສິນຄ້າ ໃຫ້ມີຄວາມສະດວກ, ວ່ອງໄວ, ບໍ່ແອອັດ, ນຳໃຊ້ລະບົບທີ່ທັນສະໄໝ, ເປັນເອກະພາບ, ໂປ່ງໃສ ແລະ ຍຸຕິທຳ.

ຕິດຕາມ, ກວດກາ ການຈັດຕັ້ງປະຕິບັດບັນດາໜ້າວຽກທີ່ຕິດພັນກັບ ການນຳເຂົ້າ-ສົ່ງອອກສິນຄ້າ ແລະ ແກ້ໄຂບັນຫາທີ່ຍັງກົດໜ່ວງຖ່ວງດຶງ ການອຳນວຍຄວາມສະດວກໃຫ້ທັນການ ຕາມຂອບເຂດສິດພາລະບົດບາດຂອງຕົນ, ຖ້າເກີນສິດ ຫຼື ຕິດພັນກັບຫຼາຍຂະແໜງການ ແລະ ທ້ອງຖິ່ນໃຫ້ຮີບຮ້ອນລາຍງານຂັ້ນເທິງ ເພື່ອມີທິດຊີ້ນຳແກ້ໄຂ.

ໃນຕອນບ່າຍຂອງວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຍັງໄດ້ໃຫ້ກຽດເປັນປະທານກອງປະຊຸມພົບປະກັບນັກທຸລະກິດ ທີ່ດຳເນີນກິດຈະການນຳເຂົ້າ-ສົ່ງອອກສິນຄ້າ ແລະ ການຂົນສົ່ງ ເພື່ອຮັບຟັງສະພາບການດຳເນີນທຸລະກິດ ໂດຍສະເພາະ ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ຂໍ້ສະເໜີຕ່າງໆ ເພື່ອເປັນຂໍ້ມູນນຳໄປປຶກສາຫາລືຊອກຫາວິທີການແກ້ໄຂຂໍ້ຄົງຄ້າງຕ່າງໆ ໃນກອງປະຊຸມທຸລະກິດລາວ ທີ່ຈະຈັດຂຶ້ນໃນໄລຍະເວລາອັນໃກ້ນີ້.