ບໍລິສັດ ຊາອູດິ ອາຣາມໂກ (Saudi Aramco) ລາຍງານຜົນກໍາໄລມະຫາສານ ຈາກການດໍາເນີນງານຕະຫຼອດ ໃນປີທີ່ຜ່ານມາ ຍ້ອນການປະທະກັນລະຫວ່າງ ຣັດເຊຍ ແລະ ອູແກຣນ ທີ່ຍັງແກ່ຍາວ.

ສຳນັກຂ່າວຕ່າງປະເທດ ລາຍງານຈາກນະຄອນຣີຢາດ ປະເທດອາຣັບບີ ຊາອູດີ ໃນວັນທີ 12 ມີນາ ທີ່ຜ່ານມາ ວ່າ: ບໍລິສັດ Saudi Aramco ລັດວິສາຫະກິດພະລັງງານລາຍໃຫຍ່ທີ່ສຸດຂອງປະເທດ ມີລາຍໄດ້ເພີ່ມຂຶ້ນ 46% ຂອງກຳໄລການດຳເນີນງານໃນປີ 2022, ດ້ວຍລາຍຮັບສຸດທິໃນປີກາຍບັນລຸ 161.070 ລ້ານໂດລາສະຫະລັດ ເພີ່ມຂຶ້ນຈາກປີ 2021 ທີ່ມີລາຍໄດ້ 110.000 ລ້ານໂດລາສະຫະລັດ.

ບໍລິສັດ Saudi Aramco ເປີດລາຍໄດ້ສຸດທິປະຈໍາປີ ເຊິ່ງເປັນສ່ວນສຳຄັນທີ່ເຮັດໃຫ້ເສດຖະກິດອາຣັບບີ ຊາອູດິ ຂະຫຍາຍຕົວ 8,7% ໃນປີ 2022, ເຊິ່ງສູງທີ່ສຸດໃນບັນດາກຸ່ມປະເທດເສດຖະກິດຂະໜາດໃຫຍ່. ນອກຈາກນັ້ນ, ສະຖິຕິຍັງສອດຄ່ອງກັບຕົວເລກທີ່ເປີດເຜີຍຂອງ ກຸ່ມບໍລິສັດພະລັງງານຂ້າມຊາດຂະໜາດໃຫຍ່ຫຼາຍແຫ່ງຂອງໂລກ ເຊັ່ນ: ບໍລິສັດເຊວ (Shell), ເອັກຊອນໂມບິວ (ExxonMobil), ບີພີ (BP) ແລະ ໂທໂທນ ເອເນີຈີ (Total Energy); ເຊິ່ງລາຍໄດ້ສຸດທິຂອງແຕ່ລະບໍລິສັດ ໃນປີ 2022 ກາຍ 150.000 ລ້ານໂດລາສະຫະລັດ ແລະ ອາດຈະເພີ່ມຂຶ້ນເຖິງ 200.000 ລ້ານໂດລາສະຫະລັດ, ຖ້າສົງຄາມລະຫວ່າງ ຣັດເຊຍ ແລະ ອູແກຣນ ຍັງຄົງສືບຕໍ່ດຳເນີນໄປໃນຕະຫຼອດປີນີ້.

ລາຄານໍ້າມັນໃນຕະຫຼາດໂລກ ໄດ້ເພີ່ມຂຶ້ນໃນລະດັບສູງສຸດ ໃນຮອບ 14 ປີ, ເພີ່ມຂຶ້ນເປັນສະຖິຕິສູງເຖິງ 139 ໂດລາສະຫະລັດຕໍ່ບາເຣວ ໃນອາທິດທໍາອິດຂອງການປະຕິບັດການທະຫານຂອງຣັດເຊຍ ໃນອູແກຣນ, ເຖິງວ່າລາຄານ້ໍາມັນຫຼຸດລົງເລັກໜ້ອຍ ແຕ່ຍ້ອນສົງຄາມມີທ່າອ່ຽງແກ່ຍາວ ແຕ່ຍັງຢູ່ໃນລະດັບສູງ ແລະ ໄດ້ຊ່ວຍເຮັດໃຫ້ ບໍລິສັດ Saudi Aramco ເອົາຊະນະ ບໍລິສັດ ແອັບເປິນ (Apple) ຂອງອາເມລິກາ ກາຍເປັນບໍລິສັດທີ່ມີມູນຄ່າສູງທີ່ສຸດໃນໂລກ ຢູ່ໄລຍະໜຶ່ງ ເມື່ອປີກາຍນີ້, ຈາກນັ້ນກໍຕົກມາຢູ່ໃນອັນດັບ 3 ຕໍ່ຈາກ Apple ແລະ Microsoft.