ສຳນັກຂ່າວຕ່າງປະເທດ ລາຍງານຈາກນະຄອນຫຼວງອາບູດາບີ ປະເທດເອເມີຮັດ ອາຣັບ ຫຼື ຢູເອອີ (UAE) ໃນວັນທີ 20 ມີນາ ວ່າ: ທ່ານ ຊີກ ໂມຮຳເໝັດ ບິນ ຊາເຢັດ ອັນ-ນາຢານ ປະທານປະເທດຢູເອອີ ໄດ້ໃຫ້ກຽດຕ້ອນຮັບ ທ່ານ ບາຊາ ອັນ-ອັດຊາດສ໌ ປະທານປະເທດຊີຣີ ທີ່ນະຄອນຫຼວງອາບູດາບີ ເມື່ອວັນທີ 19 ມີນາ ທີ່ຜ່ານມາ ເນື່ອງໃນໂອກາດທີ່ທ່ານປະທານປະເທດຊີຣີ ພ້ອມດ້ວຍພັນລະຍາ ເດີນທາງມາຢ້ຽມຢາມຢູເອອີ ຢ່າງເປັນທາງການ ເພື່ອຮັດແໜ້ນຄວາມສາມັກຄີລະຫວ່າງ ລັດຖະບານດາມາກັດສ໌ ກັບພາກພື້ນອາຣັບ ທີ່ມີທ່າອ່ຽງດີຂຶ້ນເລື້ອຍໆ.

ຖະແຫຼງການຈາກ ກະຊວງການຕ່າງປະເທດ ຢູເອອີ ໃຫ້ຮູ້ວ່າ: ຜູ້ນຳຂອງທັງສອງປະເທດ ໄດ້ພົບປະ ແລະ ປຶກສາຫາລືກັນແບບສ້າງສັນ ເພື່ອຟື້ນຟູຄວາມສຳພັນສອງຝ່າຍໃຫ້ດີຂຶ້ນຕື່ມອີກ, ພ້ອມນັ້ນ ກໍເປັນການສົ່ງເສີມສະຖຽນລະພາບຂອງຊີຣີ ແລະ ສະຖານະການຕ່າງໆທີ່ກ່ຽວຂ້ອງໃນລະດັບພາກພື້ນນຳອີກ.

ສຳລັບການເດີນທາງຢ້ຽມຢາມຢູເອອີຄັ້ງນີ້ ແມ່ນຄັ້ງທີ 2 ນັບຕັ້ງແຕ່ເກີດສົງຄາມກາງເມືອງຢູ່ຊີຣີ ເມື່ອປີ 2011, ໂດຍຜູ້ນຳຊີຮີ ໄດ້ເດີນທາງຢ້ຽມຢາມ ຢູເອອີ ຄັ້ງທຳອິດ ເມື່ອເດືອນມີນາ 2022 ແບບບໍ່ເປັນທາງການ; ເຊິ່ງ ທ່ານ ຊີກ ໂມຮຳເໝັດ ບິນ ຊາເຢັດ ອັນ-ນາຢານ ລະບຸວ່າ: ຊີຣີ ແມ່ນໜຶ່ງໃນເສົາຫຼັກຂອງຄວາມໝັ້ນຄົງແຫ່ງຊາດອາຣັບ ແລະ ຢູເອອີ ພ້ອມຍົກລະດັບຄວາມຮ່ວມມືຕໍ່ເລື່ອງດັ່ງກ່າວ ເພື່ອຮັດແໜ້ນຄວາມສຳພັນ ແລະ ຄວາມໝັ້ນຄົງລະຫວ່າງ ຊີຣີ ກັບ ຢູເອອີ ແລະ ປະຊາຄົມອາຣັບ.