ບໍລິສັດ ໄປ່ຕູ ຍັກໃຫຍ່ແຫ່ງວົງການເຕັກໂນໂລຊີຈີນ ແລະ ບໍລິສັດ ໂພນີດອດເອໄອ ບໍລິສັດໄອທີດ້ານການພັດທະນາຍານພາຫະນະທີ່ຂັບເຄື່ອນດ້ວຍໂຕເອງ ໄດ້ຮັບອະນຸຍາດໃຫ້ເປີດບໍລິການລົດຍົນບໍ່ມີຄົນຂັບ ຢ່າງເຕັມຮູບແບບ ຢູ່ນະຄອນຫຼວງປັກກິ່ງ.

ເຊິ່ງສຳນັກຂ່າວຣອຍເຕີ ລາຍງານໃນວັນທີ 19 ມີນາ ທີ່ຜ່ານມາ ວ່າ: ແພຼດຟອມອະພໍໂລຂອງ ບໍລິສັດ ໄປ່ຕູ ຈະເປີດໃຫ້ບໍລິການລົດຍົນຂັບຂີ່ອັດຕະໂນມັດ ຫຼື ຕັກຊີບໍ່ມີຄົນຂັບ ຢ່າງເຕັມຮູບແບບຈຳນວນ 10 ຄັນ ໃນເຂດອຸທະຍານເຕັກໂນໂລຊີທີ່ພັດທະນາໂດຍ ລັດຖະບານປັກກິ່ງ.

ການອະນຸມັດດັ່ງກ່າວ ຖືເປັນອີກບາດກ້າວໜຶ່ງທີ່ສຳຄັນ ພາຍຫຼັງເດືອນທັນວາ 2022 ບໍລິສັດ ໄປ່ຕູ ໄດ້ຮັບອະນຸມັດສຳລັບການທົດລອງບໍລິການດັ່ງກ່າວມາແລ້ວ. ປັດຈຸບັນ, ບໍລິສັດ ໄປ່ຕູ ຈະເປີດໃຫ້ບໍລິການລົດຕັກຊີບໍ່ມີຄົນຂັບ ຢູ່ 3 ເມືອງ ຄື: ນະຄອນຫຼວງປັກກິ່ງ, ນະຄອນອູຮັ່ນ ແລະ ເມືອງສົງຊິງ.

ນອກຈາກການສ້າງລາຍໄດ້ຈາກລະບົບອິນເຕີເນັດ, ບໍລິສັດ ໄປ່ຕູ ຍັງພັດທະນາເຕັກໂນໂລຊີລົດຍົນບໍ່ມີຄົນຂັບ ໃນຕະຫຼອດໄລຍະ 5 ປີທີ່ຜ່ານມາ ເນື່ອງຈາກບໍລິສັດຕ້ອງການຄວາມຫຼາກຫຼາຍເພີ່ມຂຶ້ນ.

ສ່ວນບໍລິສັດ ໂພນີດອດເອໄອ ທີ່ໄດ້ຮັບການສະໜັບສະໜູນຈາກບໍລິສັດໂຕໂຍຕາ ມໍເຕີ ລະບຸວ່າ: ບໍລິສັດໄດ້ຮັບການສະໜັບສະໜູນຈາກ ລັດຖະບານປັກກິ່ງ ເຊັ່ນດຽວກັນ. ປັດຈຸບັນ, ບໍລິສັດ ໄພນີດອດເອໄອ ໄດ້ໃຫ້ບໍລິການລົດຕັກຊີບໍ່ມີຄົນຂັບ ຢູ່ເມືອງກວາງໂຈ ທາງພາກໃຕ້ຂອງຈີນແລ້ວ.