ວັນທີ 20 ມີນາ ທີ່ຜ່ານມາ, ສື່ຕ່າງປະເທດລາຍງານຈາກປະເທດຝຣັ່ງ ໃຫ້ຮູ້ວ່າ: ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ​ຝຣັ່ງ ​ໄດ້​ລົງ​ຄະ​ແນນ​ສຽງ​ຜ່ານ​ຮ່າງ​ກົດໝາຍ​ສະບັບ​ໃໝ່ ໂດຍມີເປົ້າໝາຍຫຼັກໃນການປົກປ້ອງຄວາມເປັນສ່ວນຕົວຂອງເດັກນ້ອຍ ຜ່ານຊ່ອງທາງອອນລາຍ ທີ່ເກີດມາຈາກພໍ່-ແມ່ມັກອວດຮູບຂອງລູກໃນສື່ດັ່ງກ່າວ.

ທ່ານ ບຣູໂນ ສະຕູເດີ ສະມາຊິກສະພາສູງຂອງພັກເຣແນດຊັອງ ເປີດເຜີຍວ່າ: ໃນຕົ້ນເດືອນມີນາ, ໄດ້ພະຍາຍາມຊຸກຍູ້ກົດໝາຍສະບັບໃໝ່ ໃນກອງປະຊຸມສະພາແຫ່ງຊາດ, ໂດຍກົດໝາຍດັ່ງກ່າວ ມີຈຸດປະສົງເພື່ອມອບສິດອຳນາດການເບິ່ງແຍງລູກໃຫ້ແກ່ພໍ່-ແມ່ ແລະ ຜູ້ປົກຄອງ. ຂະນະດຽວກັນ, ກໍສະແດງ​ໃຫ້ເດັກນ້ອຍ​ເຫັນ​​ວ່າ ພໍ່-ແມ່ບໍ່ໄດ້ມີສິດຂາດຕໍ່ການຕັດສິນໃຈນຳເອົາຮູບຂອງລູກໄປເຜີຍແຜ່.

ເປົ້າໝາຍຫຼັກຂອງກົດໝາຍສະບັບນີ້ ແມ່ນເພື່ອປົກປ້ອງເດັກນ້ອຍ ເພື່ອບໍ່ໃຫ້ພໍ່ແມ່ເປີດເຜີຍຄວາມເປັນສ່ວນຕົວຂອງລູກເຂົາເຈົ້າຫຼາຍເກີນໄປ ໃນໂລກອິນເຕີເນັດ ແລະ ແບບ​​ບໍ່​ມີ​ຂ້ໍ​ຈໍາ​ກັດ​, ໂດຍກໍານົດໃຫ້ນຳເອົາຮູບພາບຂອງເດັກນ້ອຍ (ລູກ) ລົງໃນສື່ສັງຄົມອອນລາຍ ແມ່ນສາມາດເຮັດໄດ້ ຖ້າໄດ້ຮັບການຕົກລົງເຫັນດີຂອງທັງສອງຝ່າຍ (ພໍ່-ແມ່ ແລະ ລູກ); ​ຖ້າ​ຝ່າຍ​ໃດ​ຝ່າຍ​ໜຶ່ງ​ບໍ່​ເຫັນ​ດີ ​ແລະ ​ເກີດ​ຄວາມ​ຂັດ​ແຍ່ງ​ກັນ​ຢ່າງ​ຮ້າຍ​ແຮງ ກໍ​ອາດ​ຈະ​ຕ້ອງ​ໃຫ້​ຜູ້​ພິ​ພາກ​ສາ ສານ​ຄອບ​ຄົວ​ຕັດ​ສິນ​ ​ຫຼື ສັ່ງຫ້າມ​ການ​ເຜີຍແຜ່ຮູບ​​ຂອງ​ລູກ​.

ທ່ານ ສະຕູເດີ ໄດ້​ໃຫ້​ສໍາ​ພາດ​ກັບ ​ໜັງ​ສື​ພິມເລີມົງເດິ (Le Monde) ວ່າ: ໂດຍ​ສະ​ເລ່ຍ​ແລ້ວ, ເຍົາວະຊົນ​ ອາ​ຍຸ 13 ປີ ຈະ​ມີຮູບຂອງຕົນເອງປະມານ 1.300 ຮູບ,​ ຖືກ​ເຜີຍ​ແຜ່​ທາງ​ອອນ​ລາຍ ແລະ​ ຮູບ​ພາບ​ເຫຼົ່າ​ນີ້​ ສາ​ມາດ​ຖືກ​ນຳ​ໄປ​ໃຊ້​ໃນ​ທາງ​ຜິດ ເຊັ່ນ: ຖືກປ່ຽນເປັນຮູບພາບລາມົກຂອງເດັກນ້ອຍ ຫຼື ກາຍເປັນສາເຫດຂອງການຂົ່ມເຫັງໃນໂຮງຮຽນ; ເຊິ່ງເມື່ອໃດທີ່ພໍ່-ແມ່ ໂພສຮູບພາບຂອງລູກຂອງເຂົາເຈົ້າ ໃນອິນເຕີເນັດ, ເຂົາເຈົ້າຈະບໍ່ສາມາດຄວບຄຸມການເຜີຍແຜ່ຮູບພາບເຫຼົ່ານັ້ນໄດ້ອີກ.

ອີງ​ຕາມຂ້ໍມູນຈາກ​ຮ່າງ​ກົດໝາຍ​ສະບັບ​ໃໝ່​ນີ້ ຊີ້ໃຫ້ເຫັນວ່າ ຮູບ​ພາບ​ທີ່​ມີ​ການ​ແລກ​ປ່ຽນ​ໃນກຸ່ມຄົນທີ່ນິຍົມ ຮູບ​ພາບ​ລາມົກຂອງ​ເດັກ​ນ້ອຍ​ ແມ່ນມີຮູບຕົ້ນສະບັບມາຈາກການທີ່ພໍ່-ແມ່ຂອງເດັກນ້ອຍ ນຳເອົາຮູບລູກຂອງຕົນເອງເຜີຍແຜ່ລົງສື່ສັງຄົມອອນລາຍ ເຖິງ 50%.