ສິງກະໂປ ແຈ້ງການໃນທ້າຍອາທິດ ຜ່ານມາວ່າ: ແຮັກເກີອີຣານ ໄດ້ເຈາະລະບົບຄອມພິວເຕີມະຫາວິທະຍາໄລ ໃນສິງກະໂປ 4 ແຫ່ງ ເຊື່ອວ່ານີ້ເປັນສ່ວນໜຶ່ງຂອງການເຈາະລະບົບສະຖາບັນການສຶກສາທົ່ວໂລກ ໃນເດືອນຜ່ານມາ ຫຼັງຈາກທີ່ ສະຫະລັດ ອາເມລິກາ ປະກາດມາດຕະການຄວ່ຳບາດການເງິນຊາວອີຣານ ຄັ້ງໃໝ່.

ສຳນັກງານຄວາມປອດໄພໄຊເບີ ສິງກະໂປ ແລະ ກະຊວງສຶກສາທິການ ຖະແຫຼງການຮ່ວມກັນວ່າ: ຮູ້ເລື່ອງໃນອາທິດກ່ອນວ່າ ມີບັນຊີຄອມພິວເຕີຖືກກະທົບຢ່າງໜ້ອຍ 52 ບັນຊີ ເປັນຂອງມະຫາວິທະຍາໄລນັນຢາງ, ມະຫາວິທະຍາໄລແຫ່ງຊາດສິງກະໂປ, ມະຫາວິທະຍາໄລການຈັດການສິງກະໂປ ແລະ ມະຫາວິທະຍາໄລເຕັກໂນໂລຊີ ແລະ ການອອກແບບສິງກະໂປ ເຊິ່ງແຮັກເກີໃຊ້ການຫຼອກລວງທາງອິນເຕີເນັດ ຂະໂມຍຂໍ້ມູນຂອງເຈົ້າໜ້າທີ່ມະຫາວິທະຍາໄລ ໄປເຂົ້າຫ້ອງສະໝຸດອອນໄລ ແລະ ບົດຄວາມງານວິໄຈ.

ຜົນການສອບສວນຄະນະນີ້ບໍ່ພົບວ່າ ມີຂໍ້ມູນສຳຄັນຖືກຂະໂມຍ ແລະ ບໍ່ນ່າຈະກ່ຽວກັບການໂຈມຕີລະບົບຂັ້ນສູງແບບຕໍ່ເນື່ອງທີ່ເກີດຂຶ້ນກັບມະຫາວິທະຍາໄລສອງແຫ່ງໃນປີຜ່ານມາ ແຕ່ເຊື່ອວ່າເປັນສ່ວນໜຶ່ງຂອງການເຈາະລະບົບສະຖາບັນການສຶກສາທົ່ວໂລກ ໃນເດືອນຜ່ານມາ ເຊິ່ງມີມະຫາວິທະຍາໄລ ສະຫະລັດ ອາເມລິກາ ລວມຢູ່ເຖິງ 144 ແຫ່ງ ຫຼັງຈາກທາງການ ສະຫະລັດ ອາເມລິກາ ປະກາດມາດຕະການລົງໂທດທາງການເງິນ ແລະ ຟ້ອງຮ້ອງກັບຊາວອີຣານ. ທາງການ ສະຫະລັດ ອາເມລິກາ ໄດ້ລະບຸຕົວຊາວອີຣານ 9 ຄົນ ທີ່ອາດຈະກ່ຽວຂ້ອງກັບເລື່ອງນີ້.

ສຳນັກງານຄວາມປອດໄພໄຊເບີ ສິງກະໂປ ແນະນຳຜູ້ໃຊ້ຄອມພິວເຕີໃຫ້ລະມັດລະວັງ ບໍ່ຄຼິກລິ້ງ ຫຼື ຟາຍແນບທີ່ບໍ່ຮູ້ຈັກ, ບໍ່ໃຫ້ຂໍ້ມູນສ່ວນຕົວແກ່ເວັບໄຊທີ່ບໍ່ຮູ້ຈັກ ຫາກໃຫ້ໄປແລ້ວໂດຍບໍ່ໄດ້ຕັ້ງໃຈ ຂໍໃຫ້ກວດກາບັນຊີອີເມວວ່າ ມີການເຄື່ອນໄຫວຜິດປົກກະຕິ ຫຼື ບໍ.