ຂ່າວຕ່າງປະເທດລາຍງານ ໃນທ້າຍອາທິດ ຜ່ານມາວ່າ: ເວເນຊູເອລາ ປະກາດຕັດຄວາມສຳພັນທາງການຄ້າກັບ ປານາມາ ທັ້ງພາກລັດ ແລະ ເອກະຊົນ ໂດຍກ່າວຫາວ່າພົວພັນການຟອກເງິນ ຫຼ້າສຸດທັງສອງປະເທດຕ່າງຝ່າຍຕ່າຮຽກເອກອັກຄະລາດຊະທູດ ກັບປະເທດແລ້ວ.

ເວເນຊູເອລາ ອອກຖະແຫຼງການ ລະບຸຊື່ ປະທານາທິບໍດີ ຂວນ ກາລອສ ວາເຣລາ, ລັດຖະມົນຕີ ແລະ ເຈົ້າໜ້າທີ່ລະດັບສູງຂອງປານາມາ ລວມເກືອບ 20 ຄົນວ່າ ເປັນໄພຢ່າງຊັດເຈນຕໍ່ລະບົບການເງິນ, ສະຖຽນລະພາບການຄ້າ, ອະທິປະໄຕ ແລະ ຄວາມເປັນອິດສະຫຼະທາງເສດຖະກິດຂອງເວເນຊູເອລາ; ຂະນະດຽວກັນ, ລະບົບການເງິນຂອງປານາມາ ຍັງເປັນຊ່ອງທາງໃຫ້ແກ່ຊາວເວເນຊູເອລາ ທີ່ພົວພັນກັບການທຸຈະລິດນຳອີກ. ທາງດ້ານສຳນັກງານການລິນພົນລະເຮືອນ ເວເນຊູເອລາ ຖະແຫຼງວ່າ: ໂຄປາແອລາຍຂອງປານາມາ ທີ່ເປັນສາຍການບິນພາກພື້ນຈະຖືກຕັດຖ້ຽວບິນເຂົ້າ-ອອກເວເນຊູເອລາ ເປັນເວລາ 90 ມື້ ເລີ່ມຕັ້ງແຕ່ວັທີ 6 ເມສາ ເພື່ອປົກປ້ອງລະບົບການເງິນເວເນຊູເອລາ.

ເວເນຊູເອລາ ອອກຖະແຫຼງການດັ່ງກ່າວ ຫຼັງຈາກ ປານາມາ ປະກາດໃນອາທິດກ່ອນວ່າ: ປະທານາທິບໍດີ ນິໂກລັສ ມາດູໂຣ ຂອງເວເນຊູເອລາ ແລະ ຊາວເວເນຊູເອລາ ອີກ 50 ຄົນ ມີຄວາມເປັນໄປໄດ້ສູງທີ່ຈະຟອກເງິນ ແລະ ສະໜັບສະໜູນການກໍ່ການຮ້າຍ; ຫຼ້າສຸດ, ປານາມາ ໄດ້ຮຽກເອກອັກຄະລາດຊະທູດ ກັບປະເທດແລ້ວ ແລະ ຂໍໃຫ້ອີກຝ່າຍເຮັດຕາມ.