ພັອ ແກ້ວດາວົງ ໄຊຍະແສງ ຫົວໜ້າກອງບັນນຊາການ ປກສ ແຂວງຄຳມ່ວນ ພ້ອມຄະນະ ໄດ້ມອບເຮືອເຫຼັກ ຄວາມຍາວ 13 ແມັດ ຈຳນວນ 1 ລຳ ແລະ ຈັກເຮືອຫາງຍາວ ຈຳນວນ 1 ໜ່ວຍ (ແຮງມ້າ 13) ໃຫ້ຫ້ອງວ່າການປົກຄອງເມືອງບົວລະພາ ແຂວງຄຳມ່ວນ ເພື່ອນຳໄປຂົນສົ່ງວັດຖຸສິ່ງຂອງທີ່ຈຳເປັນ ແລະ ຊ່ວຍເຫຼືອພໍ່-ແມ່ປະຊາຊົນພາຍໃນເມືອງ ທີ່ຖືກຜົນກະທົບຈາກໄພນ້ຳຖ້ວມ, ໃນວັນທີ 31 ກໍລະກົດ 2018; ກ່າວຮັບໂດຍ ທ່ານ ປອ ແກ້ວອຸດອນ ບຸດສິງຂອນ ເຈົ້າເມືອງໆບົວລະພາ ແລະ ມີ ທ່ານ ໂອໃດ ສຸດາພອນ ເຈົ້າແຂວງໆຄຳມ່ວນ, ບັນດາຄະນະກອງບັນຊາການ ປກສ ແຂວງ, ປກສ ເມືອງ ແລະ ພະແນກການຕ່າງໆເຂົ້າ ຮ່ວມເປັນສັກຂີພະຍານ.

ໃນວັນດຽວກັນ, ຄະນະກອງບັນຊາການ ປກສ ແຂວງຄໍາມ່ວນ ນຳໂດຍ ພັອ ບຸນໄມ ຈັນທະວົງໄຊ ຮອງຫົວໜ້າກອງບັນຊາ ການ ປກສ ແຂວງ ພ້ອມຄະນະ ໄດ້ລົງເຄື່ອນໄຫວກວດກາຕິດຕາມພື້ນທີ່ຕ່າງໆທີ່ຖືກຜົນກະທົບຈາກໄພນ້ຳຖ້ວມທີ່ເມືອງໜອງບົກ ແຂວງຄຳມ່ວນ ເຊິ່ງທ່ານໃຫ້ຮູ້ວ່າ: ເມືອງໜອງບົກ ເປັນອີກໜຶ່ງເມືອງຂອງແຂວງຄຳມ່ວນ ທີ່ພົບກັບສະພາບນ້ຳຖ້ວມຫຼາຍພໍສົມຄວນ ເນື່ອງຈາກສະພາບຝົນຕົກໜັກຕິດຕໍ່ກັນຫຼາຍວັນ ເຮັດໃຫ້ລະດັບນ້ຳໃນແມ່ນ້ຳເຊບັ້ງໄຟ ເພີ່ມສູງຂຶ້ນກາຍເຂດເຕືອນໄພ ແລະ ລົ້ນຝັ່ງໄຫຼເຂົ້າຖ້ວມເນື້ອທີ່ນາ, ເຮືອນ ຊານບ້ານຊ່ອງຂອງປະຊາຊົນ, ເສັ້ນທາງຫຼາຍບ່ອນກໍໄດ້ຮັບຜົນກະທົບຈາກໄພທຳມະຊາດຄັ້ງນີ້ ແລະ ປັດຈຸບັນເສັ້ນທາງບາງບ່ອນໄດ້ຖືກປັບປຸງສ້ອມແປງແລ້ວ.