ເຈົ້າໜ້າທີ່ທະຫານຊາຍແດນ ແຂວງແທງຮວາ ແລະ ແຂວງເຊິນລາ ໄດ້ຂ້າມມາ ປະເທດລາວ ຈັບເປົ້າໝາຍຜົວ – ເມຍ ພ້ອມດ້ວຍຂອງກາງ ເຮໂຣອິນ ຈຳນວນ 78 ແທ່ງ ທີ່ກຳລັງຈະສົ່ງເຂົ້າໄປ ຫວຽດນາມ ເພື່ອຈຳໜ່າຍ.
ໃນວັນທີ 2 ມີນາ 2016, ໂດຍໄດ້ຮັບຂໍ້ມູນຈາກ ສູນບັນຊາການທະຫານຊາຍແດນ ແຂວງແທງຮວາ ໃຫ້ຮູ້ວ່າ:
ໃນເວລາປະມານ 11:30 ໂມງ ຂອງວັນທີ 29 ກຸມພາ 2016, ຢູ່ທີ່ເມືອງຊຳເໜືອ ແຂວງຫົວພັນ ປະເທດລາວ, ກຳລັງທະຫານຮັກສາຊາຍແດນ ແຂວງແທງຮວາ ໄດ້ປະສານສົມທົບກັບ ກຳລັງທະຫານຊາຍແດນ ແຂວງເຊິນລາ ແລະ ກຳລັງປ້ອງກັນຄວາມສະຫງົບ ແຂວງຫົວພັນ ສປປ ລາວ ເຂົ້າຈັບກຸມເປົ້າໝາຍ ທີ່ເປັນຄູ່ຜົວ-ເມຍ ພ້ອມຂອງກາງ ເຮໂຣອິນ 78 ແທ່ງ ຫຼື ປະມານ 23,5 ກິໂລກຼາມ.
ເປົ້າໝາຍທັງ 2 ທີ່ຖືກຈັບກຸມ ມີ:
ນາງ ນູມົວ ເກີດປີ 1980 ແລະ ທ້າວ ຈູ່ວາງ ເກີດປີ 1970, ທັງ 2 ເປັນຄົນ ຫວຽດນາມ.
ຜ່ານການກວດຄົ້ນສະຖານທີ່ພັກເຊົາຂອງທັງສອງ, ສາມາດຢຶດໄດ້ ເຮໂຣອິນ ນໍ້າໜັກ 23,5 ກິໂລກຼາມ, ຢາບ້າ 191 ເມັດ, ສະກັອດ ເພື່ອຕິດຫຸ້ມຫໍ່ ເຮໂຣອິນ 10 ກໍ້ ພ້ອມດ້ວຍວັດຖຸຂອງກາງອື່ນໆ ອີກຈຳນວນໜຶ່ງ.
ທັ້ງນີ້, ທັງ 2 ຜົວ – ເມຍດັ່ງກ່າວ ໄດ້ຮັບສາລະພາບກັບ ເຈົ້າໜ້າທີ່ ວ່າ:
ວັດຖຸຂອງກາງທັງໝົດນັ້ນ ແມ່ນ ຂອງຕົນແທ້ ແລະ ກໍກຽມຈະອັດເປັນແທ່ງ ເພື່ອສົ່ງອອກໄປຈຳໜ່າຍທີ່ ປະເທດຫວຽດນາມ.
ຫຼັງຈາກທີ່ ເຈົ້າໜ້າທີ່ – ທີ່ກ່ຽວຂ້ອງ ດຳເນີນການສືບສວບ – ສອບສວນ ເປີດກວ້າງຊອກຫາທີ່ໄປທີ່ມາ ແລະ ປະກອບສຳນວນຄະດີ ເພື່ອສົ່ງມອບ ຜູ້ຖືກຫາ ພ້ອມດ້ວຍ ວັດຖຸຂອງກາງດັ່ງກ່າວ ໃຫ້ພາກສ່ວນທີ່ກ່ຽວຂ້ອງ ສືບຕໍ່ ແລະ ປັດຈຸບັນ, ສານ ໄດ້ດຳເນີນການຕັດສິນຄະດີດັ່ງກ່າວ ຕາມຂັ້ນຕອນຂອງກົດໝາຍ ເປັນທີ່ຮຽບຮ້ອຍ.