Suspected gunman Philip Manshaus appears in court, in Oslo, Norway, Monday, Aug. 12, 2019
Suspected gunman Philip Manshaus appears in court, in Oslo, Norway, Monday, Aug. 12, 2019

ໃນວັນທີ 12 ສິຫາ ທີ່ຜ່ານມາ, ສຳນັກຂ່າວ ເອພີ ລາຍງານ ຄວາມຄືບໜ້າຄະດີກໍ່ການຮ້າຍສະເທືອນຂວັນຊາວນອກແວຄັ້ງໃໝ່ ໂດຍ ທ້າວ ຟິລິບ ແມນເຊົາ ອາຍຸ 21 ປີ ຜູ້ບຸກຍິງຄົນໃນມັສຢິດ ອາວນູ ໃນນະຄອນຫຼວງອອສໂລ ໃນວັນທີ 10 ສິງຫາ ແລະ ຕໍ່ມາ ກໍຕົກເປັນຜູ້ຖືກສົງໄສ ຄະດີສັງຫານນ້ອງສາວບຸນທຳ ອາຍຸ 17 ປີຂອງຕົນເອງ.

ທ້າວ ແມນເຊົາ ຖືກນຳຕົວມາຂຶ້ນສານ ທີ່ນະຄອນຫຼວງອອສໂລ ເພື່ອຮັບຟັງຂໍ້ກ່າວຫາຄາດຕະກຳ ແລະ ກໍ່ການຮ້າຍ, ຊາຍໜຸ່ມຄົນນີ້ສະແດງສີໜ້າ ແລະ ອາຫານຍິ້ມເຢາະເຢີ້ຍ ພ້ອມທັງປະຕິເສດຂໍ້ກ່າວຫາ, ໃບໜ້າຂອງຜູ້ຖືກຫາລາຍນີ້ ເຫັນຊັດເຈນວ່າ ຂອບຕາດຳ ແລະ ໃບໜ້າມີຮອຍຊໍ້າ ຄາດວ່າມາຈາກການຕໍ່ສູ້ກັບຄົນໃນມັສຢິດ ທີ່ພະຍາຍາມຂັດຂວາງການກໍ່ເຫດ.

ທາງດ້ານໄອຍະການ ໄດ້ຍື່ນຂໍໃຫ້ສານ ມີຄຳສັ່ງຈຳຄຸກ ທ້າວ ແມນເຊົາ ໄວ້ກ່ອນ 4 ອາທິດ ແລະ ໃຫ້ຄວບຄຸມຕົວແບບຂັງດ່ຽວ ເຕັມຮູບແບບ.

ທະນາຍ ໂອ້ລົມກັບ ຜູ້ຖືຫາກໍ່ເຫດສະເທືອນຂວັນຊາວນອກແວ ທີ່ສານໃນນະຄອນຫຼວງອອສໂລ
ທະນາຍ ໂອ້ລົມກັບ ຜູ້ຖືຫາກໍ່ເຫດສະເທືອນຂວັນຊາວນອກແວ ທີ່ສານໃນນະຄອນຫຼວງອອສໂລ

ເຈົ້າໜ້າທີ່ຄວາມໝັ້ນຄົງຂອງນອກແວ ເຊື່ອວ່າ:

ທ້າວ ແມນເຊົາ ເປັນຕົວຢ່າງຫຼ້າສຸດຂອງ ຜູ້ມີແນວຄິດຫົວຮຸນແຮງ ຈາກການຮັບທິດສະດີທີ່ເຜີຍແຜ່ໃນໂລກອອນລາຍ, ໂດຍສະເພາະ ທິດສະດີ ວ່າດ້ວຍ ການແທນທີ່, ການກະຕຸ້ນດ້ວຍຄຳເຕືອນໃຫ້ຫຼົງຜິດວ່າ ຊາວມຸດສະລິມ ແລະ ຜູ້ອົບພະຍົບ ຈະເຂົ້າມາແທນທີ່ຄົນຜິວຂາວ ປານກັບວ່າເປັນ ການຂ້າລ້າງເຜົ່າພັນ.

ທ້າວ ແມນເຊົາ ຕັ້ງໃຈກໍ່ເຫດຕາມ ຜູ້ເຄັ່ງຂັດລັດທິຄົນຜິວຂາວສູງສົ່ງ ທີ່ເຄີຍກໍ່ເຫດສັງຫານໝູ່ ຊາວມຸດສະລິມ ແລະ ຜູ້ອົບພະຍົບ ມາແລ້ວ ໃນອາເມລິກາ ແລະ ນູແວນເຊລັງ; ການຍິງຄົນໃນມັສຢິດຂອງ ທ້າງ ແມນເຊົາ ເຮັດໃຫ້ມີຜູ້ບາດເຈັບ 1 ຄົນ ແຕ່ຄົນໃນມັສຢິດ ລວມເຖິງພົນລະເມືອງດີ ຊາຍອາຍຸ 65 ປີ ເຂົ້າສະກັດກັ້ນ ທ້າວ ແມນເຊົາ ໄວ້ໄດ້ ຈຶ່ງຊ່ວຍປ້ອງກັນບໍ່ໃຫ້ເກີດຄວາມສູນເສຍ.

ຈາກນັ້ນ, ເມື່ອ ຕຳຫຼວດ ບຸກຄົ້ນບ້ານຂອງ ທ້າວ ແມນເຊົາ ຈຶ່ງພົບສົບນ້ອງສາວບຸນທຳຂອງຜູ້ກ່ຽວ ທີ່ຄອບຄົວຮັບມາລ້ຽງຈາກປະເທດຈີນ ຕັ້ງແຕ່ອາຍຸ 2 ປີ ຖືກສັງຫານຢູ່ໃນບ້ານ.

ດ້ານໜ້າມັສຢິດ ອາວນູ ທີ່ເກີດເຫດ
ດ້ານໜ້າມັສຢິດ ອາວນູ ທີ່ເກີດເຫດ

ການກໍ່ເຫດຂອງໜຸ່ນອກແວລາຍນີ້ ຊວນໃຫ້ຜູ້ຄົນຄິດເຖິງ ຜູ້ກໍ່ເຫດສັງຫານໝູ່ ໃນປີ 2011 ຊື່ ທ້າວ ແອນເດີສ໌ ເບນິງ ເບຣວິກ ທີ່ນິຍົມລັດທິຂວາຈັດ ສັງຫານຜູ້ຄົນໄປເຖິງ 77 ຄົນ ດ້ວຍຄວາມກຽດຊັງ ຜູ້ອົບພະຍົບຊາວມຸດສະລິມ ແລະ ແນວຮ່ວມຝ່າຍຊ້າຍ ທີ່ນິຍົມຄວາມຫຼາກຫຼາຍທາງເຊື້ອຊາດ ເຊິ່ງ ທ້າວ ເບຣວິກ ກໍຖືກສານຕັດສິນຈຳຄຸກ 21 ປີ ໃນເວລານັ້ນ.

ທັ້ງນີ້, ສຳລັບ ນອກແວ ມີຜູ້ລີ້ໄພ ຄິດເປັນອັດຕາສ່ວນເກືອບ 4% ຂອງປະຊາກອນທັງໝົດ 5,3 ລ້ານຄົນ ແລະ ປະມານ 12% ປະກອບໄປດ້ວຍ ຜູ້ອົບພະຍົບ ຫຼື ລູກຫຼານຂອງຜູ້ອົບພະຍົບ.