ລາຍງານຂອງ ກຸ່ມອະນຸລັກ ທີ່ໃຊ້ຊື່ວ່າ “ ແທຣບຟິກ ” ເປີດເຜີຍ ໃນວັນທີ 21 ສິງຫາ ວ່າ: ນັບຕັ້ງແຕ່ປີ ຄ.ສ 2000 ເປັນຕົ້ນມາ, ແຕ່ລະປີ ຈະສາມາດຢຶກຊາກເສືອໂຄ່ງໄດ້ 120 ໂຕ ຫຼື ຄິດເປັນຫຼາຍກວ່າ 2 ໂຕ ໃນແຕ່ລະອາທິດ; ໂດຍໃນປີ ຄ.ສ 1900, ທົ່ວໂລກ ມີເສືອໂຄ່ງ ປະມານ 100.000 ໂຕ ແຕ່ໃນປີ ຄ.ສ 2000 ຈຳນວນເສືອໂຄ່ງທົ່ວໂລກ ຫຼຸດລົງເຫຼືອພຽງ 3.200 ໂຕ.

ຄ.ສ 1900, ທົ່ວໂລກ ມີເສືອໂຄ່ງ ປະມານ 100.000 ໂຕ
ຄ.ສ 1900, ທົ່ວໂລກ ມີເສືອໂຄ່ງ ປະມານ 100.000 ໂຕ

ຈາກນັ້ນ, ຄວາມພະຍາຍາມໃນການອະນຸລັກເສືອໂຄ່ງ ໄດ້ຊ່ວຍເພີ່ມຈຳນວນເສືອໂຄ່ງ ແຕ່ກໍຊ່ວຍໄດ້ບໍ່ຫຼາຍ ໂດຍປັດຈຸບັນ ທົ່ວໂລກເຫຼືອເສືອໂຄ່ງ ບໍ່ເຖິງ 3.900 ໂຕ.

ແທຣບຟິກ ເຊິ່ງລົນນະລົງໃຫ້ມີການຄຸ້ມຄອງລັດໃກ້ສູນພັນ ແລະ ຊ່ວຍລັດຖະບານຂອງປະເທດຕ່າງໆ ຕາມຈັບ ຜູ້ຄ້າຂາຍອະໄວຍະວະສັດໃກ້ສູນພັນ ລະບຸວ່າ:

ນັບຕັ້ງແຕ່ປີ ຄ.ສ 2000 ເຖິງປີ 2018 ມີການຂ້າເສືອໂຄ່ງທັງໝົດ 2.359 ໂຕ ໃນ 32 ປະເທດ, ໂດຍໜັງເສືອໂຄ່ງທັງຕົວ ຄືສ່ວນທີ່ສາມາດກວດຢຶດໄດ້ເປັນປະຈຳທີ່ສຸດ ເຊິ່ງຢຶດໄດ້ສະເລ່ຍ 58 ຜືນຕໍ່ປີ.

ຄ.ສ 2000 ຈຳນວນເສືອໂຄ່ງທົ່ວໂລກ ຫຼຸດລົງເຫຼືອພຽງ 3.200 ໂຕ
ຄ.ສ 2000 ຈຳນວນເສືອໂຄ່ງທົ່ວໂລກ ຫຼຸດລົງເຫຼືອພຽງ 3.200 ໂຕ

ນອກຈາກນີ້, ລາຍງານຍັງລະບຸເຖິງ ທຸລະກິດສູນສືບພັນເສືອໂຄ່ງ ເພື່ອສົ່ງເສືອໂຄ່ງໃຫ້ກັບ ຂະບວນການຄ້າເສືອ ໂດຍຜິດກົດໝາຍ ນຳອີກ, ໂດຍລະບຸວ່າ: ໄລຍະ 2 ທົດສະວັດ ທີ່ຜ່ານມາ, ຫຼາຍກວ່າເຄິ່ງຂອງເສືອທີ່ຢຶດໄດ້ ໃນປະເທດໄທ ແລະ ຫຼາຍກວ່າ 1 ໃນ 3 ຂອງເສືອທີ່ຢອດໄດ້ ໃນຫວຽດນາມ ມາຈາກສູນສືບພັນເສືອໂຄ່ງ.

ເສືອໂຄ່ງ ມັກຈະຖືກລ່າເອົາໜັງໄປຂາຍ ໃນຕະຫຼາດມືດ
ເສືອໂຄ່ງ ມັກຈະຖືກລ່າເອົາໜັງໄປຂາຍ ໃນຕະຫຼາດມືດ