ສຳນັກຂ່າວ ຊິນຫົວ ລາຍງານສະຖານະການໄພພິບັດທາງທຳມະຊາດ ໃນຈີນ ໃນວັນທີ 21 ສິງຫາ ທີ່ຜ່ານມາ ວ່າ: ນັບຈາກເກີດພາຍຸຝົນຮຸນແຮງ ໃນວັນທີ 20 ສິງຫາ ທີ່ຜ່ານມາ ໄດ້ສົ່ງຜົນໃຫ້ມີປະຊາຊົນເສຍຊີວິດ 7 ຄົນ ແລະ ຫາຍສາບສູນອີກ 24 ຄົນ ໃນເຂດປົກຄອງຕົນເອງ ຕິເບດ ແລະ ຊຽງ ອາປ້າ ມົນທົນເສສວນ ທາງທິດຕາເວັນຕົກສຽງໃຕ້ຂອງປະເທດ.
ໄພພິບັດຈາກຝົນຕົກໜັກ ສົ່ງຜົນກະທົບຕໍ່ 17 ເມືອງ ໃນມົນທົນ, ມີຜູ້ບາດເຈັບ 6 ຄົນ ແລະ ໃນຈຳນວນດັ່ງກ່າວ ມີຜູ້ບບາດເຈັບສາຫັດ 3 ຄົນ.
ຢູ່ທີ່ເມືອງເວິ່ນຊວນ ມົນທົນເສສວນ ໄດ້ເກີດອຸບັດຕິເຫດ ດິນເຈື່ອນ ໄຫຼເປັນບໍລິເວນກວ້າງ, ການຈະລາຈອນຕາທາງຫຼວງຫຼາຍສາຍ ແລະ ທາງດ່ວນ ເສິງຕູ – ເຫວິນຊວນ ຖືກຕັດຂາດ, ລວມເຖິງ ເສັ້ນທາງທີ່ອອກຈາກ ເສິງຕູ ມຸ່ງໜ້າໄປຍັງ ເມືອງເວິ່ນຊວນ, ເມືອງຫຼີ່, ເມືອງເມົ່າ ແລະ ເມືອງສ່ຽວຈິນ ລ້ວນແຕ່ຖືກປິດໃຊ້ງານບໍ່ໃຫ້ສັນຈອນ ເພື່ອຄວາມປອດໄພ ແລະ ຍັງບໍ່ສາມາດລະບຸໄດ້ວ່າ ສະຖານະການຈະກັບມາເປັນປົກກະຕິຍາມໃດ.
ນອກຈາກນີ້, ທາງດ່ວນ ເສິງຕູ – ເວິ່ນຊວນ, ທາງຫຼວງໝາຍເລກ 213 ( ມຸ່ງໜ້າສູ່ ເມືອງເມົ່າ ), ທາງຫຼວງໝາຍເລກ 317 ( ມຸ່ງໜ້າສູ່ ເມືອງຫຼີ່ ) ແລະ ທາງຫຼວງລະດັບມົນທົນໝາຍເລກ 303 ( ມຸ່ງໜ້າສູ່ ເມືອງສ່ຽວຈິນ ) ລ້ວນແຕ່ໄດ້ຮັບຜົນກະທົບຈາກ ພາຍຸຝົນດັ່ງກ່າວ ຈົນເກີດດິນເຈື່ອນທັບຖົມ ກໍຕ້ອງຖືກຢຸດການຈະລາຈອນ ເຊັ່ນກັນ.
ທາງດ້ານ ນັກທ່ອງທ່ຽວ ຫຼາຍກວ່າ 34.000 ຄົນ ໄດ້ຮັບການອົບພະຍົບອອກຈາກ ເມືອງເວິ່ນຊວນ ເຊິ່ງເກີດເຫດດິນເຈື່ອນທັບຖົມຫຼາຍຄັ້ງ ຫຼັງມີຝົນຕົກໜັກ, ອາຄານບ້ານເຮືອນເສຍຫາຍ ແລະ ຖະໜົນຫົນທາງຫຼາຍສາຍ ຖືກຕັດຂາດ.
ປັດຈຸບັນ, ເຈົ້າໜ້າທີ່ທ້ອງຖິ່ນ ກຳລັງພະຍາຍາມອົບພະຍົບ ນັກທ່ອງທ່ຽວ ຫຼາຍກວ່າ 12.000 ຄົນ ທີ່ຍັງຕິດຂ້າງຢູ່ໃນເຂດປົກຄອງພິເສດ ໂວ່ຫຼົງ ໃນເມືອງເວິ່ນຊວນ.