ໃນວັນທີ 19 ກັນຍາ ທີ່ຜ່ານມາ, ເຈົ້າໜ້າທີ່ບັງຄັບໃຊ້ກົດໝາຍ, ອົງກອນນອກພາກລັດ ແລະ ຜູ້ຊ່ຽວຊານດ້ານສັດປ່າ ຊີ້ແຈງວ່າ: ປະເທດນີເຈຣີ ກາຍເປັນສູນກາງຂອງ ແກ້ງລອບສົ່ງອອກໂຕລິ່ນອາຟຣິກກາ ໄປຄ້າຂາຍໃນອາຊີ ໄປແລ້ວ.
ໂຕລິ່ນ ເປັນສັດທີ່ຖືກລັກລອບຄ້າຂາຍຫຼາຍທີ່ສຸດໃນໂລກ, ປັດໄຈທີ່ເຮັດໃຫ້ ນີເຈຣີ ກາຍເປັນແຫຼ່ງລອບສົ່ງອອກ ປະກອບດ້ວຍ: ຊາຍແດນທີ່ເຕັມໄປດ້ວຍຊ່ອງວ່າງ, ການບັງຄັບໃຊ້ກົດໝາຍອ່ອນແອ, ການທຸຈະລິດ ແລະ ການມີທ່າເຮືອຂະໜາດໃຫຍ່.
ໂດຍໃນປີນີ້, ທາງການຮົງກົງ ແລະ ສິງກະໂປ ຢຶດໄດ້ຕູ້ຄອນເທນເນີບັນຈຸເກັດໂຕລິ່ນ ນໍ້າໜັກລວມກັນ 33,9 ໂຕນ ມູນຄ່າບໍ່ຕໍ່າກວ່າ 100 ລ້ານໂດລາສະຫະລັດ ທັງໝົດລັກລອບສົ່ງມາຈາກ ປະເທດນີເຈຣີ.
ແທຣບຟິກ (TRAFFIC) ເຄືອຂ່າຍການສຳຫຼວດກວດສອບ ການລັກລອບຄ້າຂາຍສັດປ່າ ເປີດເຜີຍວ່າ: ໂຕລິ່ນອາຟຣິກກາ ທີ່ຢຶດໄດ້ໃນປີ 2016 ມາຈາກປະເທດນີເຈຣີ ບໍ່ເຖິງ 1 ໃນ 4, ແຕ່ເມື່ອມາເຖິງປີທີ່ຜ່ານມາ ກໍເພີ່ມເປັນເກືອບ 2 ໃນ 3 ແລ້ວ.
ດ້ານສຳນັກຂ່າວ ຣອຍເຕີ ລະບຸວ່າ:
ປະເທດໃນອາຟຣິກກາ ທີ່ເຄີຍມີການລັກລອບຄ້າຂາຍໂຕລິ່ນ ເຊັ່ນ: ເຄນຢາ, ອາຟຣິກກາໃຕ້, ທານຊານີ ແລະ ຢູກັນດາ ລ້ວນແຕ່ອ້າງວ່າ ໄດ້ປາບປາມຢ່າງເຂັ້ມງວດ ສົ່ງຜົນໃຫ້ແກ້ງລັກລອບຄ້າຂາຍເຖື່ອນ ໜີມາທີ່ປະເທດນີເຈຣີ ແທນ.
ເຈົ້າໜ້າທີ່ພາສີອາກອນ ນີເຈຣີ ກ່າວວ່າ:
ທາງການໄດ້ເຂັ້ມງວດກວດ ການສອບບໍລິເວນຊາຍແດນ ສົ່ງຜົນໃຫ້ການລັກລອບຄ້າຂາຍໂຕລິ່ນຫຼຸດລົງ ແຕ່ກໍຍັງບໍ່ມີປະເທດໃດ ສາມາດກວດລ້າງການກະທຳຜິດກົດໝາຍນີ້ໄດ້ ຢ່າງສົມບູນ; ໂດຍທີ່ຜ່ານມາ, ທາງການນີເຈຣີ ຢຶດເກັດໂຕລິ່ນໄດ້ 927 ກິໂລກຣາມ ໃນປີ 2016 ກ່ອນຫຼຸດລົງເຫຼືອ 402 ກິໂລກຣາມ ໃນປີ 2017 ແລະ ເພີ່ມເປັນ 12,3 ໂຕນ ໃນປີ 2018.
ອົງກອນພິທັກສັດແຫ່ງໜຶ່ງ ເປີດເຜີຍວ່າ: ກວ່າຈະໄດ້ເກັດ 1 ໂຕນ ຕ້ອງຂ້າໂຕລິ່ນຂະໜາດນ້ອຍ 1.666 ໂຕ ຫຼື ໂຕລິ່ນຂະໜາດໃຫຍ່ 277 ໂຕ ຖ້າຫາກຄຳນວນຕາມທີ່ແທຣັບຟິກລະບຸ ເຊັ່ນວ່າ ຕັ້ງແຕ່ຕົ້ນປີ ຈົນເຖິງຂະນະນີ້ ມີເກັດໂຕລິ່ນຈາກອາຟຣິກກາ ຖືກຢຶດໄດ້ 67,6 ໂຕນ ກໍເທົ່າກັບ ມີໂຕລິ່ນຂະໜາດນ້ອຍຖືກຂ້າ 112.620 ໂຕ ຫຼື ໂຕລິ່ນຂະໜາດໃຫຍ່ຖືກຂ້າ 18.725 ໂຕ.
ທັ້ງນີ້, ໂຕລິ່ນໃນປະເທດນີເຈຣີ ຊື້-ຂາຍໃນລາຄາໂຕລະ 7 ໂດລາສະຫະລັດ ແຕ່ເມື່ອໄປເຖິງ ຈີນ ຫຼື ຫວຽດນາມ ເກັດຂອງໂຕລິ່ນໂຕດຽວກັນ ອາດມີລາຄາສູງເຖິງ 250 ໂດລາສະຫະລັດ. ເຊິ່ງຜູ້ຊ່ຽວຊານເຕືອນວ່າ: ຖ້າຫາກປ່ອຍໃຫ້ເປັນແບບນີ້ຕໍ່ໄປ ໂຕລິ່ນອາດສູນພັນ ພາຍໃນ 20 ປີຂ້າງໜ້າ.