ບູດໂຄສະນາລະບຽບການສັນຈອນ ທີ່ພະແນກ ຍທຂ, ພະແນກຈະລາຈອນຮ່ວມກັບບັນດາຫ້າງຮ້ານຕ່າງໆ ເປີດ ຂຶ້ນໃນບຸນອອກພັນສາ ແລະ ຊ່ວງເຮືອ ທ່າວັດຈັນ ປີ 2019 ໄດ້ຮັບຄວາມນິຍົມ ສູງຈາກຜູ້ທີ່ມາທ່ຽວງານ, ເພາະພາຍໃນງານມີກິດຈະກໍາຖາມ-ຕອບກ່ຽວກັບ ການນໍາໃຊ້ລົດ-ໃຊ້ຖະໜົນ ພ້ອມທັງແຈກຂອງລາງວັນ, ເຊິ່ງມີຜູ້ເຂົ້າຮ່ວມ ຢ່າງເປັນຂະບວນການຄຶກຄື່ນ.
ທ່ານ ສີວອນ ຊັບທະວີ ຮອງຫົວໜ້າຂະແໜງຂົນສົ່ງ ພະແນກ ຍທຂ ນວ ໃຫ້ຮູ້ວ່າ:
ການເປີດບູດຄັ້ງນີ້ ນອກຈາກ ພະແນກ ຍທຂ ແລະ ຈະລາຈອນແລ້ວ ກໍຍັງມີບັນດາຫ້າງຮ້ານຕ່າງໆທີ່ໃຫ້ການ ສະໜັບສະໜູນ ໂດຍມີຈຸດປະສົງເຮັດໃຫ້ມວນຊົນມາທ່ຽວບຸນມີຄວາມຮູ້ ແລະ ຄວາມເຂົ້າໃຈຕໍ່ກົດລະບຽບຈະ ລາຈອນຫຼາຍຂຶ້ນ, ເຊິ່ງໃນການໂຄສະນາໄດ້ຖ່າຍທອດຄວາມຮູ້ ແລະ ຫຼັກການຕ່າງໆກ່ຽວກັບການໃຊ້ລົດ-ໃຊ້ຖະໜົນໃຫ້ຖືກວິທີ, ໃຫ້ຮູ້ກ່ຽວກັບວິທີຮັບມື ແລະ ຫຼີກລ່ຽງທີ່ຈະພາໃຫ້ເກີດອຸບັດຕິເຫດຢູ່ຕາມທ້ອງຖະໜົນ. ເພາະໃນປີ 2018 ຜ່ານມາ ນະຄອນຫຼວງວຽງຈັນ ມີອຸບັດຕິເຫດ 1.000 ກວ່າຄັ້ງ, ພາຫະນະເປ່ເພ 2.400 ກວ່າຄັ້ງ, ຄົນໄດ້ຮັບບາດເຈັບ 2.000 ກວ່າຄົນ ແລະ ເສຍ ຊີວິດ 240 ຄົນ.
ພັຕ ສັງຄົມ ພົມມະລາດ ຮອງຫົວໜ້າພະແນກຕໍາຫຼວດຈະລາຈອນ ປກສ ນວ ໃຫ້ຮູ້ວ່າ:
ສະເພາະກິດຈະກໍາໃນຕະຫຼອດ 3 ວັນທີ່ຜ່ານມາ, ແມ່ນມີຫຼາຍກິດຈະກໍາ ເປັນຕົ້ນແມ່ນເຈົ້າໜ້າທີ່ໄດ້ເຜີຍແຜ່ລະບຽບການສັນຈອນ, ຖ່າຍທອດວິທີ່ຂັບຂີ່ປອດໄພ, ແຈກແຜ່ນພັບ, ສະແດງຮູບພາບ, ຂໍ້ມູນກ່ຽວກັບການເກີດອຸບັດຕິເຫດ, ສາຍວິດີໂອ. ນອກນີ້ຍັງມີກິດຈະກໍາຖາມ-ຕອບ ເພື່ອເອົາຂອງຂັວນລາງວັນ, ໝວກກັນກະທົບ, ເສື້ອຍືດ, ເສື້ອແຈັກເກັດ, ຄັນຮົ່ມ ແລະອື່ນໆ. ເຊິ່ງໃນຕະຫຼອດການຈັດງານມີມວນຊົນເປັນຈໍານວນຫຼວງຫຼາຍໃຫ້ຄວາມສົນໃຈສະແດງອອກຂອງລາງວັນທີ່ກະກຽມມາແຈກແມ່ນໝົດ.