ພົຈວ ສີພອນ ຈັນສົມວົງ ປະທານພິທີປະກາດເລື່ອນຊັ້ນຂອງ ທະຫານນະຄອນຫຼວງວຽງຈັນ
ພົຈວ ສີພອນ ຈັນສົມວົງ ປະທານພິທີປະກາດເລື່ອນຊັ້ນຂອງ ທະຫານນະຄອນຫຼວງວຽງຈັນ

ພິທີປະກາດຊັ້ນໃຫ້ນາຍທະຫານຢູ່ກອງບັນຊາການທະຫານນະຄອນຫຼວງວຽງຈັນ ໄດ້ຈັດຂຶ້ນໃນວັນທີ 23 ທັນວາ 2019; ໂດຍການເປັນປະທານ ແລະ ປະດັບຊັ້ນໂດຍ ພົຈວ ສີພອນ ຈັນສົມວົງ ຫົວໜ້າການເມືອງ ກອງບັນຊາການ ທະຫານນະຄອນຫຼວງວຽງຈັນ, ມີຄະນະພັກ-ຄະນະບັນຊາຈາກອົງການ 5 ຫ້ອງ, ຄະນະຮັບຜິດຊອບກົມກອງອ້ອມຂ້າງ ແລະ ພະແນກ ການທີ່ກ່ຽວຂ້ອງ ພ້ອມດ້ວຍນາຍທະຫານທີ່ໄດ້ຮັບການເລື່ອນຊັ້ນເຂົ້າຮ່ວມ.

ພົຈວ ສີພອນ ຈັນສົມວົງ ໃຫ້ກຽດຂຶ້ນປະດັບຊັ້ນແກ່ນາຍທະຫານທີ່ໄດ້ຮັບການເລື່ອນຊັ້ນ
ພົຈວ ສີພອນ ຈັນສົມວົງ ໃຫ້ກຽດຂຶ້ນປະດັບຊັ້ນແກ່ນາຍທະຫານທີ່ໄດ້ຮັບການເລື່ອນຊັ້ນ

ພັທ ເຂັມເພັດ ຫັນທະວົງ ຫົວໜ້າພະແນກພະນັກງານທະຫານນະຄອນຫຼວງວຽງຈັນ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ວ່າດ້ວຍວ່າການເລື່ອນຊັ້ນ ແລະ ເລື່ອນທຽບຊັ້ນໃຫ້ນາຍທະຫານ ແລະ ອີງຕາມການຄົ້ນຄວ້ານຳສະເໜີຂອງກົມໃຫຍ່ການເມືອງກອງທັບ ກະຊວງປ້ອງກັນປະເທດ; ຈຶ່ງໄດ້ຕົກລົງເລື່ອນຊັ້ນ ແລະ ເລື່ອນທຽບຊັ້ນໃຫ້ນາຍທະຫານຢູ່ກອງບັນຊາການທະຫານນະຄອນຫຼວງວຽງຈັນ ຈໍານວນ 152 ສະຫາຍ ຍິງ 17 ສະຫາຍ ຄື: ເລື່ອນຊັ້ນ ຮ້ອຍເອກ ຂຶ້ນ ພັນຕີ 3 ສະຫາຍ, ເລື່ອນຊັ້ນ ຮ້ອຍໂທ ຂຶ້ນ ຮ້ອຍເອກ 11 ສະຫາຍ ຍິງ 2 ສະຫາຍ, ເລື່ອນທຽບຊັ້ນ 10 ສະຫາຍ ຍິງ 5 ສະຫາຍ, ເລື່ອນຊັ້ນ ຮ້ອຍຕີ ຂຶ້ນ ຮ້ອຍໂທ 14 ສະຫາຍ ຍິງ 1 ສະຫາຍ, ເລື່ອນທຽບຊັ້ນ ຮ້ອຍຕີ ຂຶ້ນ ຮ້ອຍໂທ 20 ສະຫາຍ ຍິງ 7 ສະຫາຍ, ເລື່ອນຊັ້ນວາທີ ຂຶ້ນ ຮ້ອຍຕີ 87 ສະຫາຍ ຍິງ 3 ສະຫາຍ, ເລື່ອນທຽບຊັ້ນ 22 ສະຫາຍ; ນອກນັ້ນ ຍັງໄດ້ຍົກຂັ້ນເງິນເດືອນໃຫ້ພະນັກງານ ຈຳນວນ 2 ສະ ຫາຍຕື່ມອີກ.

ໂອກາດນີ້, ພົຈວ ສີພອນ ຈັນສົມວົງ ຫົວໜ້າການເມືອງ ກອງບັນຊາການທະຫານນະຄອນຫຼວງວຽງຈັນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານອັນພົ້ນເດັ່ນທີ່ຍາດມາໄດ້ໃນຄັ້ງນີ້ຢ່າງສຸດອົກສຸດໃຈ ພ້ອມທັງໄດ້ເນັ້ນໜັກຕື່ມອີກວ່າ ຈົ່ງພ້ອມກັນສືບຕໍ່ເອົາໃຈໃສ່ຝຶກຝົນຫຼ່ໍຫຼອມພັດທະນາຕົນເອງໃນທຸກດ້ານ, ມີແບບແຜນວິທີເຮັດວຽກໃນການນຳພາ-ບັນຊາ, ຍົກສູງຄວາມຮັບຜິດຊອບໜ້າທີ່ການເມືອງຂອງຕົນ ໂດຍເຮັດວຽກເປັນໝູ່ຄະນະມີຄວາມເສຍສະລະສູງຕໍ່ໜ້າທີ່ ແລະ ເປັນແບບຢ່າງໃຫ້ແກ່ນາຍ ແລະ ພົນທະຫານ ເພື່ອພ້ອມກັນສຸມໃສ່ເຮັດສຳເລັດທຸກໜ້າທີ່ຕາມການຈັດຕັ້ງຂັ້ນເທິງມອບໝາຍໃຫ້.