ພິທີປະກາດ ແຕ່ງຕັ້ງຮັກສາການ ຫົວໜ້າກອງບັນຊາການປ້ອງກັນທີ່ຕັ້ງ ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດຂຶ້ນໃນວັນທີ 10 ກຸມພາ 2020 ໂດຍການເປັນປະທານຂອງ ພົຈວ ບົວພັນ ຍໍລະວົງສາ ຫົວໜ້າກອງບັນຊາການປ້ອງກັນທີ່ຕັ້ງ (ຜູ້ເກົ່າ) ມີ ພົຕ ສົມຫວັງ ທໍາມະສິດ ຮອງລັດຖະມົນຕີກະຊວງ ປກສ ພ້ອມດ້ວຍຄະນະພັກ-ຄະນະບັນຊາຈາກ 4 ຫ້ອງ 3 ກອງພັນ ຕະຫຼອດຮອດພະນັກງານ-ຫຼັກແຫຼ່ງທົ່ວກອງບັນຊາການເຂົ້າຮ່ວມ.
ພັທ ປທ ສົມພອນ ແກ້ວພູທອນ ຮອງຫົວໜ້າກົມຈັດຕັ້ງພະນັກງານ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 254/ປກສ ລົງວັນທີ 31 ມັງກອນ 2020 ວ່າດ້ວຍການແຕ່ງຕັ້ງນາຍຕໍາຫຼວດທີ່ຂຶ້ນກັບກອງບັນຊາການປ້ອງກັນທີ່ຕັ້ງ ໂດຍລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ຕົກລົງແຕ່ງຕັ້ງ ພັອ ໄຊສີ ແກ້ວສະຫງ່າ ເປັນຮັກສາການຫົວໜ້າກອງບັນຊາການປ້ອງກັນທີ່ຕັ້ງ, ສ່ວນຮອງທີ່ມີຢູ່ແລ້ວແມ່ນຮັກສາໄວ້ຄືເກົ່າ; ສໍາລັບ ພົຈວ ບົວພັນ ຍໍລະວົງສາ ຫົວໜ້າກອງບັນຊາການປ້ອງກັນທີ່ຕັ້ງ (ຜູ້ເກົ່າ) ແມ່ນລໍຖ້າຮັບການອຸດໜູນບໍານານ.
ໃນໂອກາດດັ່ງກ່າວ, ພົຕ ສົມຫວັງ ທໍາມະສິດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຫົວໜ້າກອງບັນຊາການປ້ອງກັນທີ່ຕັ້ງຜູ້ເກົ່າ ທີ່ໄດ້ທຸ່ມເທເຫື່ອແຮງ, ສະຕິປັນຍາ, ມີຄວາມອົດທົນ, ສູ້ຊົນເຂົ້າໃນການເຮັດວຽກງານການເມືອງ ແລະ ໜ້າທີ່ວຽກງານວິຊາສະເພາະ ເພື່ອຮັບ ປະກັນໃຫ້ກອງບັນຊາການປ້ອງກັນທີ່ຕັ້ງມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ; ພ້ອມທັງຮຽກຮ້ອງໃຫ້ຜູ້ທີ່ໄດ້ຮັບການແຕ່ງຕັ້ງເປັນຮັກສາການຫົວໜ້າກອງບັນຊາການປ້ອງກັນທີ່ຕັ້ງຜູ້ໃໝ່ ຈົ່ງຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍ, ເຕົ້າໂຮມຄວາມສາມັກຄີພາຍໃນໃຫ້ແໜ້ນແຟ້ນ, ພ້ອມກັນຈັດຕັ້ງປະຕິບັດໜ້າ ທີ່ວຽກງານທີ່ໄດ້ຮັບມອບໝາຍຈາກຂັ້ນເທິງໃຫ້ມີຜົນສຳເລັດ, ສ້າງໃຫ້ກອງບັນຊາການປ້ອງກັນທີ່ຕັ້ງມີຄວາມເຕີບໃຫຍ່ ແລະ ເຂັ້ມແຂງຂຶ້ນໄປເລື້ອຍໆ.
+ພາບ-ຂ່າວ: ສົມສະໄຫວ