ພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງ ໄຊຍະບູລີ ຈັບທ້າວ ສົມຮັກ ອາຍຸ 36 ປີ ບ້ານບຸ່ງ ແລະ ທ້າວ ເກີເຊັງ ອາຍຸ 35 ປີ ຢູ່ບ້ານແກ້ງ ທັງ 2 ຂຶ້ນກັບເມືອງໄຊຍະບູລີ ໃນວັນທີ 11 ກຸມພາ 2020 ສາມາດຢຶດຢາບ້າໄດ້ 8.808 ເມັດ ລົດຈັກ 2 ຄັນ, ໂທລະສັບ 3 ເຄື່ອງ ແລະ ເງິນ 1.100.000 ກີບ ໄປສອບສວນ.

ເຈົ້າໜ້າທີ່ໃຫ້ຮູ້ວ່າ: ທັງ 2 ຄົນ ມີພຶດຕິກຳເຄື່ອນໄຫວຄ້າຂາຍຢາເສບຕິດຮ່ວມກັນ ເມື່ອເຈົ້າໜ້າທີ່ວິຊາສະເພາະ ລົງສືບຫາຂໍ້ມູນ ພົບວ່າ: ມີມູນຄວາມຈິງແທ້, ກ່ອນມ້າງຄະດີນີ້ ແມ່ນໄດ້ສືບຮູ້ວ່າ ພວກກ່ຽວກຳລັງນັດຊື້-ຂາຍຢາບ້າຢູ່ເຂດເທດສະບານເມືອງໄຊຍະບູລີ ຮອດເວລາ 16:00 ໂມງ ຂອງວັນທີ 11 ກຸມພາ ຈຶ່ງໄດ້ນຳກຳລັງເຂົ້າຈັບຕົວ ພ້ອມຂອງກາງມີຢາບ້າ 8.808 ເມັດ, ລົດຈັກຍີ່ຫໍ້ຮອນດາເວັບ 100 ສີແດງດໍາ ໝາຍເລກທະບຽນ ຈສ 9104 ໄຊຍະບູລີ ແລະ ລົດຈັກຍີ່ຫຍໍ້ KENBO ສີດໍາ ໝາຍເລກທະບຽນ ຈສ 1019 ໄຊຍະບູລີ, ໂທລະສັບ 3 ເຄື່ອງ ແລະ ເງິນກີບ 1.100.000 ກີບ ມາດໍາເນີນຄະດີ.

ຜູ້ຖືກຫາທັງສອງຄົນ ໃຫ້ການວ່າ: ໄດ້ຄ້າຂາຍຢາເສບຕິດແທ້ ໂດຍການຮ່ວມກັນຄ້າຂາຍ ບາງຄັ້ງຜູ້ໃດຂາຍໝົດກໍຈະໄປເອົາຢາບ້ານຳຜູ້ທີ່ຍັງໄປຂາຍອີກ, ສ່ວນເງິນທີ່ໄດ້ຈາກການຊື້-ຂາຍຢາເສບຕິດແມ່ນໄດ້ເອົາໄປໃຊ້ຈ່າຍຫຼິ້ນກິນຟຸມເຟືອຍຈົນໝົດ. ຄະດີດັ່ງກ່າວ, ເຈົ້າໜ້າທີ່ຍັງໄດ້ສືບສວນເພີ່ມເຕີມອີກ ເພື່ອຂະຫຍາຍຜົນຫາທີ່ໄປທີ່ມາອຂອງຢາບ້າ ແລະ ພັກພວກມາດຳເນີນຄະດີ.

ຂ່າວຍັງໃຫ້ຮູ້ຕື່ມວ່າ: ທ້າຍເດືອນມັງກອນ ທີ່ຜ່ານມາ, ເຈົ້າໜ້າທີ່ໜ່ວຍງານຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ເມືອງໄຊຍະບູລີ ຍັງໄດ້ກັກຕົວຜູ້ຄ້າຂາຍຢາເສບຕິດ 2 ຄົນ ຊື່: ທ້າວ ສີສົມພອນ ອາຍຸ 29 ປີ ຢູ່ບ້ານໂພນໄຊ ມີຂອງກາງຢາບ້າ 280 ເມັດ ແລະ ທ້າວ ບຸນຊ່ວຍ ອາຍຸ 23 ປີ ຢູ່ບ້ານນາແລ້ງຫຼວງ ພ້ອມຂອງກາງ 197 ເມັດ ທັງ 2 ຂຶ້ນກັບເມືອງໄຊຍະບູລີ ແຂວງໄຊຍະບູລີ ໄປດຳເນີນຄະດີ.