ກອງບັນຊາການ ປກສ ແຂວງຜົ້ງສາລີ ໄດ້ປະກາດ ສັບຊ້ອນ ນັກສຶກສາທີ່ຮຽນຈົບມາໃໝ່ຈາກໂຮງຮຽນ ປກສ ຊັ້ນຕົ້ນໃນຂອບເຂດທົ່ວປະເທດ ປະຈໍາປີ 2020 ໃນຕອນບ່າຍວັນທີ 27 ເມສານີ້; ໂດຍການເປັນປະທານຂອງ ພັອ ຄໍາຈັນ ແສງລາວົງ ຮັກສາການຫົວໜ້າກອງບັນຊາການ ປກສ ແຂວງ, ມີບັນດາຄະນະຫ້ອງ 7 ຫ້ອງ, 1 ກອງ, ນັກສຶກສາ ເຂົ້າຮ່ວມ.
ພັທ ນາງ ວຽງຄໍາ ຄຸນສົມເຮືອງ ຫົວໜ້າຫ້ອງການເມືອງ ປກສ ແຂວງ ໄດ້ຂຶ້ນຜ່ານຂໍ້ຕົກລົງ ຂອງກອງບັນຊາການ ປກສ ແຂວງ ໃຫ້ສັບຊ້ອນພົນຕໍາຫຼວດທີ່ສໍາເລັດການສຶກສາຈາກໂຮງຮຽນ ປກສ ຊັ້ນຕົ້ນ ໃນຂອບເຂດທົ່ວປະເທດ ຈໍານວນ 40 ສະຫາຍ ຍິງ 5 ສະຫາຍ ໃຫ້ບັນດາຫ້ອງ, ເມືອງ, ກອງພັນເຄື່ອນທີ່ ແລະ ຄ້າຍຄຸມຂັງ ຄື: ສັບຊ້ອນໃຫ້ຫ້ອງຕໍາຫຼວດ 2 ສະຫາຍ, ຫ້ອງການເມືອງ 1 ສະຫາຍ, ຫ້ອງພະລາທິການ 1 ສະຫາຍ, ຫ້ອງການກອງບັນຊາການ 2 ສະຫາຍ, ຫ້ອງຄຸ້ມຄອງສໍາມະໂນຄົວ 2 ສະຫາຍ, ຫ້ອງ 504 ຈຊານວນ 2 ສະຫາຍ, ກອງພັນເຄື່ອນທີ່ 4 ສະຫາຍ, ຄ້າຍຄຸມຂັງ-ດັດສ້າງ 6 ສະຫາຍ, ກອງບັນຊາການ ປກສ ເມືອງຜົ້ງສາລີ 2 ສະຫາຍ, ປກສ ເມືອງບຸນເໜືອ 4 ສະຫາຍ, ປກສ ເມືອງບຸນໃຕ້ 3 ສະຫາຍ, ປກສ ເມືອງຍອດອູ 2 ສະຫາຍ, ປກສ ເມືອງສໍາພັນ 4 ສະຫາຍ, ປກສ ເມືອງຂວາ 3 ສະຫາຍ, ປກສ ເມືອງໃໝ່ 2 ສະຫາຍ.
ໃນພິທີ, ພັອ ຄໍາຈັນ ແສງລາວົງ ຍັງໄດ້ກ່າວຍ້ອງຍໍຊົມເຊີຍ ຕໍ່ບັນດາສະຫາຍ ທີ່ໄດ້ເອົາໃຈໃສ່ສຶກສາຮໍ່າຮຽນເອົາຄວາມຮູ້-ຄວາມສາມາດ ທາງດ້ານທິດສະດີ ແລະ ການປະຕິບັດຕົວຈິງດ້ານວິຊາສະເພາະ ຈົນສາມາດສຳເລັດການຮ່ຳຮຽນ; ພ້ອມທັງເນັ້ນໃຫ້ພົນຕໍາຫຼວດທີ່ຖືກບັນຈຸສັບຊ້ອນໄປແຕ່ລະບ່ອນ ຈົ່ງຕັ້ງໜ້າປະຕິບັດໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍໃນກົມກອງ, ເອົາໃຈໃສ່ປະຕິບັດລະບຽບ ແລະ ນໍາເອົາຄວາມຮູ້ຄວາມສາມາດທີ່ໄດ້ສຶກສາຮໍ່າຮຽນມານໍາໃຊ້ເຂົ້າໃນການປະຕິບັດວຽກງານວິຊາສະເພາະຕົວຈິງໃຫ້ໄດ້ຮັບໝາກຜົນ.