ແຂວງຜົ້ງສາລີ ໄດ້ຈັດກອງປະຊຸມ ສະຫຼຸບຕີລາຄາ ການຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານການເມືອງແຕ່ປີ 2016-2020 ແລະ ທິດທາງແຜນການແຕ່ປີ 2021-2025 ຂຶ້ນໃນວັນທີ 27 ພຶດສະພາ 2020; ໂດຍການເປັນປະທານຂອງ ທ່ານ ຄຳຜອຍ ວັນນະສານ ຮັກສາການເລຂາພັກແຂວງ ເຈົ້າແຂວງໆຜົ້ງສາລີ, ເຂົ້າຮ່ວມມີບັນດາກຳມະການປະຈຳພັກແຂວງ, ກຳມະການພັກແຂວງ, ເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກ, ຫົວໜ້າ-ຮອງຫົວໜ້າພະແນກການ, ກອງບັນຊາການ ປກຊ-ປກສ, ເຈົ້າເມືອງ 7 ເມືອງ ແລະ ຄະນະຮັບຜິດຊອບວຽກງານກໍ່ສ້າງຮາກຖານການເມືອງຈາກຂັ້ນແຂວງ ແລະ ເມືອງຈາກ 7 ເມືອງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ອຸ່ນຄຳ ຕຸລາພັນ ຮອງຫົວໜ້າຫ້ອງວ່າການແຂວງໄດ້ຜ່ານບົດລາຍງານການຈັດຕັ້ງປະຕິບັດວຽກງານ ກໍ່ສ້າງຮາກຖານການເມືອງ ແຕ່ປີ 2016-2020 ແລະ ທິດທາງແຜນການປີ 2021-2025; ເຊິ່ງໃນໄລຍະຜ່ານມາ, ຄະນະພັກແຕ່ລະຂັ້ນ ໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາວຽກງານກໍ່ສ້າງຮາກຖານການເມືອງດ້ວຍການຫັນພະນັກງານຫຼັກແຫຼ່ງຂອງແຂວງ, ເມືອງ ແລະ 2 ກໍາລັງ ລົງກໍ່ສ້າງຮາກຖານການເມືອງ ຕິດພັນກັບການປະຕິບັດວຽກງານ 3 ສ້າງ; ການຕິດຕາມ, ຊຸກຍູ້ ແລະ ປະເມີນໜ່ວຍພັກ, ອົງການຈັດຕັ້ງມະຫາຊົນຕາມມາດຖານເງື່ອນໄຂໃນແຕ່ລະປີ ແລະ ການກະກຽມດໍາເນີນກອງປະຊຸມໃຫຍ່ຂອງອົງການຈັດຕັ້ງພັກ, ອົງການຈັດຕັ້ງມະຫາຊົນເຮັດໃຫ້ ລະບົບການເມືອງຢູ່ແຕ່ລະຂັ້ນໄດ້ຮັບການປັບປຸງດີຂຶ້ນເທື່ອລະກ້າວ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍດີ, ປະຊາຊົນທໍາມາຫາກິນ, ພັດທະນາເສດຖະກິດຄອບຄົວເປັນປົກກະຕິ.

ກອງປະຊຸມ ສະຫຼຸບຕີລາຄາ ການຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານການເມືອງແຕ່ປີ 2016-2020 ແລະ ທິດທາງແຜນການແຕ່ປີ 2021-2025 ແຂວງຜົ້ງສາລີ
ກອງປະຊຸມ ສະຫຼຸບຕີລາຄາ ການຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານການເມືອງແຕ່ປີ 2016-2020 ແລະ ທິດທາງແຜນການແຕ່ປີ 2021-2025 ແຂວງຜົ້ງສາລີ

ມາຮອດປີ 2020, ທົ່ວແຂວງມີຄະນະພັກຮາກຖານ 86 ໜ່ວຍ, ມີ 805 ໜ່ວຍພັກ, ມີສະມາຊິກພັກທັງໝົດ 12.375 ສະຫາຍ ຍິງ 3.671 ສະຫາຍ, ໄດ້ຮັບຮອງເປັນໜ່ວຍພັກປອດໄສ, ເຂັ້ມແຂງ ແລະ ໜັກແໜ້ນ. ທົ່ວແຂວງມີ 328 ໜ່ວຍ; ທົ່ວແຂວງມີຮາກຖານກໍາມະບານ 340 ຮາກຖານ,ມີສະມາຊິກກໍາມະບານທັງໝົດ 7.135 ສະຫາຍ ຍິງ 3.832 ສະຫາຍ, ສະມາຊິກກໍາມະບານອາຊີບມີ 62 ສະຫາຍຍິງ 33 ສະຫາຍ; ມີໜ່ວຍຊາວໜຸ່ມທັງໝົດ 788 ໜ່ວຍ ມີສະມາຊິກຊາວໜຸ່ມທັງໝົດ 22.424 ສະຫາຍຍິງ 7.382 ສະຫາຍ, ສະມາຊິກຊາວໜຸ່ມ 4 ບຸກ 17.871 ສະຫາຍ ຍິງ 4.693 ສະຫາຍ; ມີໜ່ວຍສະຫະພັນແມ່ຍິງ 4.722 ໜ່ວຍ, ມີສະມາຊິກແມ່ຍິງ ທັງໝົດ 116.107 ສະຫາຍ; ມີສະມາຊິກນັກຮົບເກົ່າທັງໝົດ 1.870 ສະຫາຍ ຍິງ 104 ສະຫາຍ; ມີຄະນະກໍາມະການແນວສູນກາງ 9 ສະຫາຍ ຍິງ 3 ສະຫາຍ, ຂັ້ນແຂວງມີ 63 ສະຫາຍ ຍິງ 5 ສະຫາຍ, ຂັ້ນເມືອງມີ 238 ສະຫາຍ ຍິງ 22 ສະຫາຍ, ພະສົງ 2 ອົງ; ຄະນະກໍາມະການແນວຂັ້ນບ້ານມີ 3.169 ສະຫາຍ ຍິງ 348 ສະຫາຍ.

ໃນຕອນທ້າຍຂອງກອງປະຊຸມ, ທ່ານ ຄຳຜອຍ ວັນນະສານ ໄດ້ມີຄຳເຫັນໂອ້ລົມ ເຊິ່ງກ່ອນອື່ນທ່ານໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະຮັບຜິດຊອບວຽກງານກໍ່ສ້າງຮາກຖານການເມືອງ ແລະ ທີມງານລົງ ກໍ່ສ້າງຮາກຖານການເມືອງ ຕິດພັນກັບວຽກງານ 3 ສ້າງ ຂອງແຕ່ລະພະແນກການ; ພ້ອມກັນນີ້, ທ່ານຍັງໄດ້ ຮຽກຮ້ອງ ແລະ ໃຫ້ເອົາໃຈໃສ່ໃນການຈັດຕັ້ງປະຕິບັດ ແລະ ແກ້ໄຂບັນຫາຕ່າງໆໂດຍສະເພາະແມ່ນໃຫ້ທຸກພາກສ່ວນສືບຕໍ່ແກ້ໄຂຄວາມທຸກຍາກຂອງພໍ່-ແມ່ປະຊາຊົນ ພ້ອມກັນແກ້ໄຂປະກົດການຫຍໍ້ທໍ້ຕ່າງໆພາຍໃນສັງຄົມໂດຍສະເພາະແມ່ນເລັ່ງໃສ່ບັນຫາຢາເສບຕິດ, ສືບຕໍ່ແກ້ໄຂຄວາມອຶດອັດຊັກຊ້າທີ່ເປັນຕົວຖ່ວງໃນການພັດທະນາ; ແກ້ໄຂບັນຫາຄູ ແລະ ແພດໝໍທີ່ເປັນອາສາສະໝັກ, ໃຫ້ທຸກພາກສ່ວນຍົກສູງວຽກງານກໍ່ສ້າງຮາກຖານການເມືອງເປັນວຽກທີ່ສຳຄັນ ແລະ ການຈັດຕັ້ງປະຕິບັດວຽກງານ ຕ້ອງສຸມໃສ່ທຸກແຫຼ່ງທຶນທີ່ ມີພາຍໃນແຂວງ, ສືບຕໍ່ກະກຽມການດຳເນີນກອງປະຊຸມໃຫຍ່ຂອງບັນດາຄະນະພັກຮາກຖານ ແລະ ໜ່ວຍພັກຕ່າງໆໃຫ້ສຳເລັດໃນເດືອນມິຖຸນາ 2020 ນີ້.