ປກສ ແຂວງວຽງຈັນ ປະກາດເລື່ອນຊັ້ນ-ຍົກຂັ້ນເງິນເດືອນໃຫ້ນາຍຕໍາຫຼວດ

0
1371

ກອງບັນຊາການ ປກສ ແຂວງວຽງຈັນ ໄດ້ປະກາດເລື່ອນຊັ້ນໃຫ້ນາຍຕໍາຫຼວດ ທົ່ວກອງບັນຊາການ ໃນວັນທີ 22 ກັນຍາ ທີ່ຜ່ານມາ, ເປັນປະທານ ແລະ ປະດັບຊັ້ນ ໂດຍ ພົຈວ ປອ ທອງເຄນ ບຸນໝັ້ນ ຫົວໜ້າກອງບັນຊາການ ປກສ ແຂວງວຽງຈັນ,ມີຫົວໜ້າຫ້ອງ,ກອງພັນ,ຄ້າຍຄຸມຂັງ-ດັດສ້າງ,ພ້ອມດ້ວຍ ປກສ ເມືອງ ແລະນາຍຕໍາຫຼວດທີ່ໄດ້ຮັບການເລື່ອນຊັ້ນ ເຂົ້າຮ່ວມ.

ພັທ ຄໍາແຝງ ສີມູນ ຫົວໜ້າຫ້ອງການເມືອງ ໄດ້ຜ່ານຂໍ້ຕົກລົງຂອງລັດຖະມົນຕີ ກະຊວງປກສ ວ່າດ້ວຍການເລື່ອນຊັ້ນໃຫ້ນາຍຕຳຫຼວດ ກອງບັນຊາການ ປກສ ແຂວງວຽງຈັນ ໂດຍປະຕິບັດຕາມນະໂຍບາຍຂອງພັກ-ລັດ ທີ່ມີຕໍ່ນາຍຕໍາຫຼວດ ຜູ້ທີ່ມີຜົນສໍາເລັດໃນການປະຕິບັດໜ້າທີ່ວຽກງານ ແລະ ຄົບມາດຖານເງື່ອນໄຂຂອງການເລື່ອນຊັ້ນ ທີ່ໄດ້ກໍານົດໄວ້ໃນກົດໝາຍ ວ່າດ້ວຍກໍາລັງປ້ອງກັນຄວາມສະຫງົບ ປະຊາຊົນ ເຊິ່ງມີ 75 ສະຫາຍ ຍິງ13 ສະຫາຍ.ໃນນີ້,ເລື່ອນຊັ້ນ ພັນຕີ ຂຶ້ນພັນໂທ 46 ສະຫາຍ ຍິງ 7ສະຫາຍ, ຮ້ອຍເອກ ຂຶ້ນພັນຕີ 29 ສະຫາຍ ຍິງ 6 ສະຫາຍ. ພ້ອມນີ້, ກໍໄດ້ຜ່ານຂໍ້ຕົກລົງຂອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍການປະຕິບັດນະໂຍບາຍ ຍົກຂັ້ນເງິນເດືອນໃຫ້ນາຍຕໍາຫຼວດ ກອງບັນຊາການ ປກສ ແຂວງວຽງຈັນ.ໃນນີ້,ຍົກຂັ້ນເງິນເດືອນຊັ້ນພັນໂທ ຂຶ້ນກິນເງິນຊັ້ນພັນເອກ ຈໍານວນ 4 ສະຫາຍ.

ໃນພິທີ, ພົຈວ ປອ ທອງເຄນ ບຸນໝັ້ນ ໄດ້ຮຽກຮ້ອງໃຫ້ນາຍຕໍາຫຼວດ ທີ່ໄດ້ຮັບການເລື່ອນຊັ້ນໃໝ່ ຈົ່ງພ້ອມກັນຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານຂອງຕົນໃຫ້ຫຼາຍຂຶ້ນກວ່າເກົ່າ ເພື່ອພ້ອມກັນເຮັດສຳເລັດໜ້າທີ່ ທີ່ພັກ-ລັດ ການຈັດຕັ້ງ ແລະ ປະຊາຊົນມອບໜາຍໃຫ້, ຕໍ່ຄະ ນະພັກ ຄະນະບັນຊາແຕ່ລະຂັ້ນ ຈົ່ງເອົາໃຈໃສ່ຕໍ່ວຽກງານສຶກສາອົບຮົມການເມືອງແນວຄິດ ໃຫ້ພະນັກງານ-ນັກຮົບ ຢູ່ພາຍໃນກົມກອງຂອງຕົນຢ່າງເປັນປົກກະຕິ, ສ້າງແບບແຜນວິທີນໍາພາ, ແບບແຜນວິທີເຮັດວຽກໃຫ້ທັນສະໄໝ່ ແນໃສ່ເຮັດໃຫ້ວຽກງານປ້ອງກັນຄວາມສະຫງົບ ມີຄວາມໜັກແໜ້ນ, ເຂັ້ມແຂງຂຶ້ນເລື້ອຍໆ