ປກສ ແຂວງອຸດົມໄຊ ເຂົ້າອວຍພອນ ພະແນກສຶກສາທິການ ແລະ ກິລາ ເນື່ອງໃນວັນຄູແຫ່ງຊາດ

0
833

ໃນວັນທີ 7 ຕຸລາ ຜ່ານມາ, ຄະນະພັກ ຄະນະບັນຊາ ກອງບັນຊາການ ປກສ ແຂວງອຸດົມໄຊ, ນໍາພາໂດຍ ພັອ ສີວອນ ໄຊຍະວົງ ຫົວໜ້າກອງບັນຊາການ ປກສ ແຂວງ, ພ້ອມດ້ວຍຄະນະໄດ້ນໍາເອົາກະຕ່າຂອງຂັວນ ເຂົ້າອວຍພອນພະນັກງານຄູ-ອາຈານ ພະແນກສຶກສາ ແລະ ກິລາ ແຂວງອຸດົມໄຊ ເນື່ອງໃນໂອກາດວັນຄູ ແຫ່ງຊາດ 7 ຕຸລາ ຄົບຮອບ 26 ປີ ( 7 ຕຸລາ 1994 – 7 ຕຸລາ 2020 ) ໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກ ທ່ານ ສົມສັກ ສຸພິໄລ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ພ້ອມດ້ວຍຄະນະ.

ພັອ ສີວອນ ໄຊຍະວົງ ກ່າວວ່າ: ເພື່ອເປັນການລະນຶກເຖິງມູນເຊື້ອ ແລະ ຄຸນງາມຄວາມດີຂອງບັນດາຖັນແຖວພະນັກ ງານຄູ-ອາຈານ ໃນພາ ລະກິດຕໍ່ສູ້ປົດປ່ອຍຊາດກໍຄືໄລຍະປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນປັດຈຸບັນພວກເຮົາຖືວ່າ ຄູເປັນສ່ວນສຳຄັນ ທີ່ໄດ້ປະກອບສວນເຂົ້າໃນພາລະກິດປະຕິວັດໃນແຕ່ລະໄລຍະ,ຄຳວ່າຄູ ແມ່ນບຸກຄົນທີ່ມີຄວາມ ຮູ້, ຄວາມສາມາດຖ່າຍທອດ ໄປສູ່ບຸກຄົນອື່ນ ແລະ ສາມາດນຳໄປຈັດຕັ້ງປະຕິບັດຕົວຈິງເປັນນັກພັດທະນາຊັບ ພະ ຍາກອນມະນຸດໃຫ້ມີຄວາມຮູ້, ຄວາມສາມາດ, ສະຫຼາດສະຫຼຽວ ໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ ໃຫ້ຈະເລີນຮຸ່ງເຮືອງ ຄືດັ່ງທຸກວັນນີ້.

ໃນໂອກາດນີ້,ທ່ານ ສົມສັກ ສຸພິໄລ ໄດ້ກ່າວສະແດງຄວາມາຂອບໃຈເປັນຢ່າງສູງມາຍັງ ພັອ ສີວອນ ໄຊຍະວົງ  ພ້ອມດ້ວຍຄະນະ ທີ່ເຫັນໄດ້ຄວາມໝາຍຄວາມສໍາຂອງວັນຄູ ເຊິ່ງໄດ້ນໍາເອົາກະຕ່າຂອງຂວັນ ແລະ ຄໍາອວຍພອນມາຍັງພະນັກ ງານ, ຄູ-ອາຈານໃນຄັ້ງນີ້ ພ້ອມໃຫ້ສັນຍາວ່າຈະພັດທະນາວຽກງານການສຶກສາ ແລະ ຖ່າຍທອດຄວາມຮູ້ໃຫ້ບັນດານັກຮຽນ-ນັກສຶກສາ ໃຫ້ມີຄວາມຮູ້ຄວາມສາມາດ ເພື່ອນໍາໄປສ້າງ ສາພັດທະນາຕົນເອງ ແລະ ປະເທດຊາດໃຫ້ຈະເລີນຮຸ່ງເຮື່ອງຍິ່ງໆຂຶ້ນໄປ.