ທ່ານ ນາງຄໍາ ມີປິ່ນທີບ ກໍາມະການພັກແຂວງ, ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງໄຊ ຍະບູລີ ໄດ້ລາຍງານຕໍ່ກອງປະຊຸມອົງການປົກຄອງແຂວງປະຈໍາ 9 ເດືອນຜ່ານມານີ້ວ່າ: ໃນປີ 2020 ສະພາ ແຫ່ງຊາດ ແລະ ສະພາປະຊາຊົນແຂວງໄຊຍະບູລີ ໄດ້ຮັບຮອງອະນຸມັດໂຄງການລົງທຶນຂອງລັດ ທັງໝົດ 362 ໂຄງການ, ເປັນທຶນ 34.168 ລ້ານກີບ; ຜ່ານການຈັດຕັ້ງປະຕິບັດໃນໄລຍະ 9 ເດືອນຕົ້ນປີ 2020 ຜ່ານ ມາສາມາດປະຕິບັດໄດ້ 185 ໂຄງການ, ເທົ່າກັບ 51,10%, ມູນຄ່າ 23.324,56 ລ້ານກີບ.

ໃນນັ້ນ: ທຶນປົກກະຕິປະຕິບັດໄດ້ 132 ໂຄງການ, ມູນຄ່າ 16.190,86 ລ້ານກີບ; ທຶນພັດທະນາ ເມືອງໄຊສະຖານ 27 ໂຄງການ, ມູນຄ່າ 4.264,27 ລ້ານກີບ, ທຶນຈັດສັນພູມລໍາເນົາ ແລະ ບ່ອນທໍາມາຫາກິນຖາວອນ 10 ໂຄງການ, ມູນຄ່າ 1.354,14 ລ້ານກີບ; ທຶນພັດທະນາຊົນນະບົດ ແລະ ລືບລ້າງຄວາມທຸກຍາກ ປະຕິບັດໄດ້ 16 ໂຄງການ; ມູນຄ່າ 1.515,29 ລ້ານກີບ, ສໍາລັບທຶນຊ່ວຍເຫຼືອລ້າ ແລະ ທຶນກູ້ຢືມມີທັງໝົດ 32 ໂຄງການ, ມູນຄ່າ 31,17 ລ້ານກວ່າໂດລາສະຫະລັດ; ງົບປະມານປີ 2020 ໄດ້ຮັບທຶນ 17,97 ລ້ານກວ່າ ໂດລາສະຫະລັດ, ສາມາດປະຕິບັດໄດ້ 29 ໂຄງການ, ມູນຄ່າ 15,66 ລ້ານກວ່າໂດລາສະຫະລັດ, ເທົ່າກັບ 87%, ການລົງທຶນເອກະຊົນພາຍໃນ ແລະ ຕ່າງປະເທດທີ່ໄດ້ອະນຸມັດທັງໝົດ 8 ໂຄງການ; ໃນນີ້, ທຶນພາຍໃນ 3 ໂຄງການ, ມູນຄ່າ 10,34 ລ້ານກວ່າໂດລາສະຫະລັດ, ທຽບໃສ່ແຜນປີປະຕິບັດໄດ້ 33,3%, ສະເພາະໂຄງ ການລົງທຶນຂອງເອກະຊົນແຂວງໄຊຍະບູລີ ແມ່ນໄດ້ປະຕິບັດນະໂຍບາຍສົ່ງເສີມຕາມລະບຽບກົດໝາຍ ເປັນຕົ້ນໃຫ້ນະໂຍບາຍຍົກເວັ້ນພາສີນໍາເຂົ້າວັດສະດຸ, ອຸປະກອນ,ເຄື່ອງຈັກ, ແນວພັນສັດ, ຫົວອາຫານ, ຝຸ່ນປຸຍ ແລະອື່ນໆ.
ທ່ານ ນາງ ຄໍາມີ ປິ່ນທີບ ຍັງໄດ້ກ່າວຕື່ມອີກວ່າ: ອີກ 3 ເດືອນທ້າຍປີນີ້ແມ່ນຈະຄຸ້ມຄອງບັນດາໂຄງການລົງທຶນທີ່ພວມຈັດຕັ້ງປະຕິບັດໃຫ້ຖືກຕ້ອງຕາມລະບຽບກົດໝາຍ, ຊຸກຍູ້ການຈັດຕັ້ງປະຕິບັດໂຄງການໃຫ້ມີ ຄວາມຄືບໜ້າ, ຄາດຄະເນການລົງທຶນໃນ 3 ເດືອນທ້າຍປີປະຕິບັດກິດຈະກໍາສໍາປະທານທັງໝົດ 4 ໂຄງການ, ມູນຄ່າ 1,01 ລ້ານກວ່າໂດລາສະຫະລັດ; ໃນນັ້ນ, ການລົງທຶນຕ່າງປະເທດ 1 ໂຄງການ, ມູນຄ່າ 2 ແສນໂດລາ ສະຫະລັດ, ການລົງທຶນພາຍໃນ 3 ໂຄງການ, ມູນຄ່າ 8 ແສນກວ່າໂດລາສະຫະລັດ, ໃນຈໍານວນດັ່ງກ່າວແມ່ນ ໄດ້ລົງທຶນເຂົ້າຂະແໜງບໍ່ແຮ່ 3 ໂຄງການ ແລະ ຂະແໜງບໍລິການ 1 ໂຄງການ.