ຫົວໜ້າກອງບັນຊາການ ປກສ ແຂວງຜົ້ງສາລີ ພົບປະຢ້ຽມຢາມຄ້າຍຄຸມຂັງດັດສ້າງ

0
786

ເມື່ອບໍ່ດົນຜ່ານມານີ້, ພັອ ຄໍາຈັນ ແສງລາວົງ ຫົວໜ້າກອງບັນຊາການ ປກສ ແຂວງຜົ້ງສາລີ ໄດ້ພົບປະໂອ້ລົມຕໍ່ນາຍແລະພົນຕໍາຫຼວດຄ້າຍຄຸມຂັງດັດສ້າງ ປກສ ແຂວງ ເນື່ອງໃນໂອກາດຂໍ່ານັບຮັບຕ້ອນວັນສໍາຄັນຕ່າງໆຂອງພັກ-ຂອງຊາດ ໄປພ້ອມກັບການສຸມໃສ່ປະຕິບັດບັນດາ ມາດຕະການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19. 

ການພົບປະໂອ້ລົມໃນຄັ້ງນີ້, ທ່ານຫົວໜ້າກອງບັນຊາການ ປກສ ແຂວງຜົ້ງສາລີໄດ້ຍົກໃຫ້ເຫັນສະພາບການລະບາດຂອງພະຍາດໂຄວິດ-19 ທີ່ປັດຈຸບັນຍັງພວມແພ່ລະບາດຢູ່ໃນທົ່ວໂລກ.ຄຽງຄູ່ກັນນີ້, ຍັງໄດ້ຍົກໃຫ້ເຫັນສະພາບປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນໃນສັງຄົມ ເປັນຕົ້ນແມ່ນບັນຫາຢາເສບຕິດ,ການຄ້າມະນຸດ,ຂີ້ລັກງັດແງະ,ການລັກລອບເຂົ້າ-ອອກເມືອງຜິດກົດໝາຍ ແລະ ໃສ່ຮ້າຍປ້າຍສີຂອງກຸ່ມຄົນບໍ່ດີ ເພື່ອ ຫວັງມ້າງເພທໍາລາຍລະບອບຂອງພວກເຮົາ.

ໂອກາດນີ້, ທ່ານໄດ້ເນັ້ນໃຫ້ຄະນະພັກ-ຄະນະບັນຊາພາຍໃນຄ້າຍ ຈົ່ງເພີ່ມທະວີຄວາມເອົາ ໃຈໃສ່ໃນການເຮັດວຽກງານ,ສຶກສາອົບຮົມການເມືອງແນວຄິດເປັນກົກ,ເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານວິຊາສະເພາະຂອງຕົນໃຫ້ສູງຂຶ້ນ,ເອົາໃຈໃສ່ເຕົ້າໂຮມຄວາມສາມັກຄີພາຍໃນໃຫ້ແໜ້ນແຟ້ນ, ເປັນແບບຢ່າງໃນທຸກຂົງເຂດວຽກງານທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້ ແລະ ໄດ້ມອບເຄື່ອງປິ່ນເຕີ1ເຄື່ອງ ມູນ ຄ່າ 1ລ້ານກວ່າກີບ ໃຫ້ຄ້າຍຄຸມຂັງ-ດັດສ້າງ ເພື່ອນໍາໃຊ້ເຂົ້າໃນໜ້າທີ່ວຽກງານ.