ກອງພັນປ້ອງກັນເຄື່ອນທີ່ ກອງບັນຊາການ ປກສ ແຂວງສະຫວັນນະເຂດ ຈັດພິທີປາຖະກະຖາວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ (13 ທັນວາ 1920-13 ທັນວາ 2020 ) ແລະ ວັນສ້າງຕັ້ງກຳລັງປ້ອງກັນເຄື່ອນທີ່ ຄົບຮອບ 19 ປີ (2 ພະຈິກ 2001-2 ພະຈິກ 2020 ) ໃນອາທິດຜ່ານມາ; ປາຖະກະຖາໂດຍ ພັທ ສຸວັນນະ ໂພທິຈັກ ຮອງຫົວໜ້າກອງພັນປ້ອງກັນເຄື່ອນທີ່, ມີບັນດາຄະນະພະແນກ, ຄະນະກອງຮ້ອຍ ແລະ ພະນັກງານ-ນັກຮົບພາຍໃນກອງພັນປ້ອງກັນເຄື່ອນທີ່ ເຂົ້າຮ່ວມ.

ພັທ ສຸວັນນະ ໂພທິຈັກ ໄດ້ເລົ່າຄືນມູນເຊື້ອ ປະທານໄກສອນ ພົມວິຫານ ວ່າທ່ານແມ່ນຜູ້ນຳທີ່ແສນເຄົາລົບຮັກ,ແມ່ນຜູ້ສ້າງຜົນງານອັນຍິ່ງໃຫຍ່ໃນການນຳພາກຳລັງປະກອບອາວຸດ; ເປັນຜູ້ນຳພາກໍ່ສ້າງພັກປະຊາຊົນລາວ, ໃນປີ 1955 ສາມາດກໍ່ສ້າງພັກ, ປັບປຸງພັກ ຈົນມາເຖິງປັດຈຸບັນນີ້, ທ່ານເປັນຜູ້ນຳພາປະເທດຊາດ ອອກຈາກແອກປົກຄອງແບບບົວບໍ່ຊ້ຳນ້ຳບໍ່ຂຸ່ນມີແນວຄິດອັນດີເລີດແບບມີລັກການຮອບດ້ານ ແລະ ໄດ້ຫວນຄືນມູນເຊື້ອອັນພິລະອາດຫານ ແລະ ຜົນງານອັນໃຫຍ່ຫຼວງຂອງກຳລັງປ້ອງກັນເຄື່ອນທີ່ ໄດ້ປະກອບສ່ວນໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ; ກອງບັນຊາການປ້ອງກັນເຄື່ອນທີ່ປະກອບມີ 16 ໜ້າທີ່ ໃນການຄຸ້ມຄອງບັນຊາ ແລະ ເຄື່ອນໄຫວວຽກງານວິຊາສະເພາະຕິດພັນກັບວຽກງານປ້ອງກັນຄວາມສະຫງົບປະຊາຊົນ, ກຳແໜ້ນສະ ພາບການຢູ່ບັນດາຈຸດຫຼ່ໍແຫຼມ ແລະ ສຸມໃສ່ແກ້ໄຂຄວາມບໍ່ສະຫງົບ, ຄວາມບໍ່ເປັນລະບຽບຮຽບຮ້ອຍໃຫ້ທັນເວລາຖືກຕ້ອງກັບພາລະບົດບາດ ແລະ ໜ້າທີ່ຕາມແນວທາງນະໂຍບາຍຂອງພັກ-ລັດໃນໄລຍະໃໝ່

ໂອກາດດຽວກັນນີ້, ພັທ ອິນປັນ ຫຼວຍຍະລາດ ຮອງຫົວໜ້າກອງພັນປ້ອງກັນເຄື່ອນທີ່ ຍັງໄດ້ຂຶ້ນຜ່ານແຜນປ້ອງກັນທີ່ບັນຈຸຊັບຊ້ອນກຳລັງປ້ອງກັນເຄື່ອນທີ່ ປກສ ແຂວງ ລົງປະຈໍາການປະຕິບັດໜ້າທີ່ຢູ່ໃນແຕ່ລະຈຸດ,ເຄື່ອນໄຫວກວດກາລາດຕະເວນຢູ່ບັນດາຈຸດສຳຄັນຕ່າງໆເພື່ອເຮັດໃຫ້ວັນປີໃໝ່ສາກົນ ສົ່ງທ້າຍປີເກົ່າ 2020 ແລະ ຕອນຮັບປີໃໝ່ 2021 ປີນີ້ມີຄວາມປອດໄພ ແລະ ມີຄວາມເປັນລະບຽບຮຽບຮ້ອຍ.
ຂ່າວ: ປກສ ແຂວງສະຫວັນນະເຂດ