ໃນວັນທີ 12 ມັງກອນ 2021 ກຸ່ມບໍລິສັດ 3S ພັດທະນາ ໄດ້ນຳເອົາກ້ອງຖ່າຍທຳວີດີໂອ ຈຳນວນ 1 ຊຸດ ມູນຄ່າ 50 ລ້ານກີບ ແລະ ບໍລິສັດ ວຽງຈັນຟິດເນັສ (ວີ-ຟິດເນັດ) ຂາເຂົ້າ-ຂາອອກ ຈຳກັດ ໄດ້ນຳເອົານໍ້າດື່ມ ຈຳນວນ 300 ແກັດ ມູນຄ່າ 6 ລ້ານກີບ ມອບໃຫ້ກົມໃຫຍ່ຕຳຫຼວດ ກະຊວງ ປກສ; ກຸ່ມ ບໍລິສັດ 3S ພັດທະນາ ກ່າວມອບໂດຍ ທ່ານ ປອ ພອນປະເສີດ ອິນທະສອນ ແລະ ບໍລິສັດ ວຽງຈັນ ຟິທເນັສ (ວີ-ຟິດເນັດ) ຂາເຂົ້າ-ຂາອອກ ຈຳກັດ ກ່າວມອບໂດຍ ທ່ານ ສະຖາພອນ ພິຈິດ; ກ່າວຮັບ ໂດຍ ພົຈວ ປອ ທອງສະຫວັນ ວົງ ສະຫວັດ ຮອງຫົວໜ້າກົມໃຫຍ່ ຕຳຫຼວດ ມີຄະນະພັກ-ຄະນະບັນ ຊາພະນັກງານທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ພົຈວ ປອ ທອງສະຫວັນ ວົງສະຫວັດ ໄດ້ກ່າວວ່າ: ເຄື່ອງທີ່ 2 ບໍລິສັດນຳມາມອບໃນຄັ້ງນີ້; ກ້ອງຖ່າຍທຳວີດີໂອ ແມ່ນຈະມອບໃຫ້ພະແນກໂຄສະນາ ເພື່ອນຳໄປຖ່າຍທຳເກັບກຳເອົາພາບການປະຕິບັດໜ້າທີ່ຂອງເຫຼົ່າຮົບວິຊາສະເພາະໃນການເຮັດໜ້າທີ່ປ້ອງກັນກອງປະຊຸມຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ ທີ່ຈັດຂຶ້ນໃນລະຫວ່າງວັນທີ 13-15 ມັງກອນ ປີ 2021 ທີ່ຢູ່ຕາມຈຸດຕ່າງໆ ແລະ ວຽກງານອື່ນໆ; ສ່ວນນ້ຳດື່ມ ກໍຈະນຳໄປແຈກຢາຍໃຫ້ເຈົ້າໜ້າທີ່ທີ່ເຮັດໜ້າທີ່ປ້ອງກັນຢູ່ບັນດາຈຸດຕ່າງໆໃຫ້ທົ່ວເຖິງ.

ໃນໂອກາດດຽວກັນ, ພົຈວ ປອ ທອງສະຫວັນ ວົງສະຫວັດ ຍັງໄດ້ມອບໃບກຽດຕິຄຸນ ພ້ອມທັງກ່າວສະແດງຄວາມຂອບໃຈ ແລະ ຍ້ອງຍໍຊົມເຊີຍຕໍ່ 2 ບໍລິສັດ ທີ່ໄດ້ເຫັນຄວາມໝາຍຄວາມສຳຄັນຂອງວຽກງານປ້ອງກັນຄວາມສະຫງົບ ແລະ ຈະນຳເອົາເຄື່ອງຈຳນວນດັ່ງກ່າວໄປນຳໃຊ້ໃຫ້ເກີດປະໂຫຍດແກ່ສ່ວນລວມ ແລະ ບັນລຸຕາມເປົ້າໝາຍທີ່ວາງໄວ້.