ໃນວັນທີ 24 ມີນາ 2021 ກອງບັນຊາການ ປກສ ແຂວງໄຊຍະບູລີ ໄດ້ຈັດພິທີສະຫຼຸບບັ້ນດໍາເນີນຊີວິດການເມືອງທົ່ວກໍາລັງປ້ອງກັນຄວາມສະຫງົບແຂວງ ໃນໂອກາດວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ ຄົບຮອບ 60 ປີ; ໂດຍການເປັນປະທານຂອງ ພັອ ຄໍາ ແພງເພັດ ຫົວໜ້າກອງບັນຊາການ ປກສ ແຂວງ, ມີຄະນະພັກ-ຄະນະບັນຊາ, ມີ ຫົວໜ້າ-ຮອງຫົວໜ້າພະແນກ ເຂົ້າຮ່ວມ.

ພັທ ຄໍາອ່ອນ ວັນເຮືອງ ຮອງຫົວ ໜ້າຫ້ອງການເມືອງ ປກສ ແຂວງໄຊຍະບູລີ ໄດ້ຜ່ານຄໍາແນະນໍາຂອງລັດຖະມົນຕີປ້ອງກັນຄວາມສະຫງົບ ເລກ ທີ 381/ປກສ ລົງວັນທີ 22 ກຸມພາ 2021 ວ່າດ້ວຍການຈັດຕັ້ງປະຕິບັດບັນດໍາເນີນຊີວິດການເມືອງ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບຄົບຮອບ 60 ປີ ແລະ ແຈ້ງການຂອງກົມໃຫ່ຍການເມືອງປ້ອງກັນຄວາມສະຫງົບ ເລກທີ 532 /ກມປສ ລົງວັນທີ 19 ເດືອນກຸມ ພາ 2021 ກ່ຽວກັບການຈັດຕັ້ງປະຕິບັດຄໍາແນະນໍາຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ເລກທີ 381 /ປກສ ລົງວັນທີ 22 ກຸມພາ 2021; ເຊິ່ງທ່ານກ່າວວ່າ: ຜົນການດໍາເນີນຊີວິດການເມືອງໃນໄລຍະ 5 ປີຜ່ານມາ ປກສ ແຂວງ ໄດ້ຈັດຕັ້ງເຊື່ອມຊຶມເອກະສານໃຫ້ນາຍ ແລະ ພົນຕໍາຫຼວດຢູ່ບັນດາກອງອ້ອມຂ້າງກອງບັນ ຊາການ ປກສ ແຂວງ ຄັ້ງນີ້ມີ 3 ເອກະ ສານຄື: ເອກະສານເສີມຂະຫຍາຍທາດແທ້ມູນເຊືື້ອປະຕິວັດອັນສະຫງ່າງາມ ຂອງກໍາລັງປ້ອງກັນຄວາມສະຫງົບປະຊາຊົນ; ເອກະສານຕັ້ງໜ້າເຝິກຝົນຫຼ່ໍ ຫຼອມ ຄຸນສົມບັດສິນທໍາປະຕິວັດ ແລະ ປັບປຸງແບບແຜນວິທີເຮັດວຽກຂອງນາຍ ແລະ ພົນຕໍາຫຼວດ; ເອກະສານສຶກສາ ອົບຮົມກ່ຽວກັບມູນເຊື້ອວັນສ້າງຕັ້ງກໍາ ລັງປ້ອງກັນຄວາມສະຫງົບປະຊາຊົນ ລາວ ຄົບຮອບ 60 ປີ, ໄດ້ເຊື່ອມຊຶມ ກໍາແໜ້ນທາດແທ້, ມູນເຊື້ອອັນສະຫ່ງາງາມ; ຜົນງານໄຊຊະນະອັນໃຫ່ຍຫຼວງ ແລະ ການເຕີບໃຫ່ຍຂະຫຍາຍຕົວຂອງກໍາລັງປ້ອງກັນຄວາມສະຫງົບປະຊາຊົນຕະຫຼອດໄລຍະ 60 ປີຜ່ານມາ ໂດຍ ພາຍໃຕ້ການນໍາພາໂດຍກົງ ແລະ ຮອບ ດ້ານຂອງພັກປະຊາຊົນປະຕິວັດລາວ, ພ້ອມກັນປົກປັກຮັກສາ ແລະ ເສີມຂະຫຍາຍທາດແທ້ມູນເຊື້ອດັ່ງກ່າວນັບມື້ ຈະເລີນງອກງາມຂຶ້ນເລື່ອຍໆ; ເປັນການສໍາຫຼວດກວດຄືນສະຕິຄວາມຮັບຜິດ ຊອບຕໍ່ໜ້າທີ່ການເມືອງ, ການຝຶກຝົນຫຼ່ໍຫຼອມຜົນງານປະຕິວັດຂອງນາຍ ແລະ ພົນຕໍາຫຼວດ ຢູ່ໃນທົ່ວກໍາລັງປ້ອງກັນ ຄວາມສະຫງົບຕະຫຼອດໄລຍະ 60 ປີຜ່ານມາ, ຜ່ານບັນດໍາເນີນຊີວິດການ ເມືອງໃນຄັ້ງນີ້ເຮັດໃຫ້ນາຍ ແລະ ພົນຕໍາ ຫຼວດທຸກສະຫາຍມີການຫັນປ່ຽນຢ່າງກຈະແຈ້ງຕັ້ງໜ້າຝຶກຝົນຫຼ່ໍຫຼອມຄຸນສົມບັດສິນທໍາປະຕິວັດເພື່ອເຮັດໃຫ້ຕົນເອງເປັນນາຍ ແລະ ພົນຕໍາຫຼວດທີ່ມີຄຸນ ທາດການເມືອງໜັກແໜ້ນມີຄວາມຮັບຜິດຊອບສູງໃນການປະຕິບັດໜ້າທີ່ການເມືອງໃຫ້ມີຜົນສໍາເລັດ; ຜ່ານການກວດກາຕີລາຄາແບ່ງປະເພດຂອງນາຍ ແລະ ພົນຕໍາຫຼວດທີ່ມີໜ້າເຂົ້າຮ່ວມດໍາເນີນ ຊີວິດການເມືອງຕົວຈິງ ຈໍານວນ 719 ສະຫາຍ ຍິງ 137 ສະຫາຍ, ປະເພດ ແຂງມີ 675 ສະຫາຍ ຍິງ 137, ປະ ເພດກາງມີ 39 ສະຫາຍ ຍິງ 4 ສະຫາຍ, ມີ 5 ສະຫາຍ ຍິງ 1 ສະຫາຍ, ໃນພິທີ, ຍັງໄດ້ມອບຂັນໃຫ້ນັກກິລາທັງ 3 ປະ ເພດໃນການແຂ່ງຂັນກິລາຕ້ອນຮັບວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ.

ໂອກາດດຽວກັນນນີ້, ພັອ ຄໍາແພງ ເພັດ ກໍໄດ້ໂອ້ລົມກ່ອນອື່ນທ່ານໄດ້ຍ້ອງຍໍຊົມເຊີຍຕໍ່ນາຍ ແລະ ພົນຕໍາຫຼວດ ໃນຕະຫຼອດໄລຍະ 5 ປີຜ່ານມາ ແລະ ໄດ້ເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊານາຍ ແລະ ພົນຕໍາຫຼວດ ສືບຕໍ່ຈັດຕັ້ງນໍາພາກອງບັນຊາການ ປກສ 11 ເມືອງ; ຄົ້ນຄວ້າເຊື່ອມຊຶມເອກະສານ 3 ບົດ; ເພື່ອຮັບໃຊ້ບັນດໍາເນີນຊີວິການເມືອງ ແລະ ນໍາພາຜ່ານໃບສໍາຫຼວດຕົນເອງ ພ້ອມທັງຕີລາຄາໃຫ້ປະເພດບຸກຄົນສໍາ ເລັດ ແລະ ສະຫຼຸບລາຍງານຜົນສໍາເລັດ ບັນດໍາເນີນຊີວິດການເມືອງຂໍ່ານັບຮັບ ຕ້ອນວັນສ້າງຕັ້ງກໍາລັງປ້ອງກັນຄວາມ ສະຫງົບແຂວງຮັບຊາບ.