ໃນວັນທີ 11 ເມສາ 2021, ເຈົ້າໜ້າທີ່ກົມຕໍາຫຼວດຈະລາຈອນ ສົມທົບກັບ ຕໍາຫຼວດຈະລາຈອນເມືອງ ພາຍໃນນະຄອນຫຼວງວຽງຈັນ ແລະ ຈະລາຈອນແຂວງວຽງຈັນ ລົງຕັ້ງຈຸດກວດກາຢູ່ 5 ຈຸດຄື: ເສັ້ນທາງເລກທີ 13 ເໜືອ, 13 ໃຕ້, ເສັ້ນທາງເລກ 10, ເສັ້ນທາງເຂົ້າທາງດ່ວນ ນະຄອນຫຼວງວຽງຈັນ-ວັງວຽງ ແລະ ເສັ້ນທາງອອກທາງດ່ວນ ວັງວຽງ-ນະຄອນຫຼວງວຽງຈັນ ພົບເຫັນຜູ້ລະເມີດກົດຈະລາຈອນ ຈໍານວນ 700 ກວ່າກໍລະນີ.
ເຈົ້າໜ້າທີ່ກົມຕໍາຫຼວດຈະລາຈອນ ລາຍງານຕໍ່ສື່ມວນຊົນ ປກສ ວ່າ:
ເພື່ອເປັນການລົງຈັດຕັ້ງປະຕິບັດໜ້າທີ່ວິຊາສະເພາະຂອງ ກຳລັງຕໍາຫຼວດຈະລາຈອນ ໃນໄລຍະສະຫຼອງບຸນປີໃໝ່ລາວ ພ.ສ 2564 ທີ່ຈະມາເຖິງນີ້ ເຈົ້າໜ້າທີ່ກົມຕໍາຫຼວດຈະລາຈອນ ໄດ້ສົມທົບກັບ ຈະລາຈອນເມືອງ ພາຍໃນນະຄອນຫຼວງວຽງຈັນ ແລະ ຈະລາຈອນແຂວງວຽງຈັນ ລົງຕັ້ງຈຸດກວດກາຢູ່ບັນດາເສັ້ນທາງເຂົ້າ-ອອກເມືອງ ແລະ ຢູ່ເສັ້ນທາງດ່ວນ ໃນວັນທີ 11 ເມສາ 2021 ພົບຜູ້ຂັບຂີ່ລະເມີດທັງໝົດ 763 ກໍລະນີ ປະກອບມີຄື:
- ລະເມີດດ້ວຍການໃຊ້ຄວາມໄວເກີນກົດໝາຍກໍານົດ ຈໍານວນ 136 ກໍລະນີ
- ບໍ່ຖືໃບຂັບຂີ່ ຈໍານວນ 101 ກໍລະນີ
- ບໍ່ມີໃບຂັບຂີ່ ຈໍານວນ 18 ກໍລະນີ
- ໃບຂັບຂີ່ໝົດກໍານົດ ຈໍານວນ 21 ກໍລະນີ
- ໃບທະບຽນລົດໝົດກໍານົດ ຈໍານວນ 49 ກໍລະນີ
- ບໍ່ຖືໃບທະບຽນລົດ ຈໍານວນ 99 ກໍລະນີ
- ບໍ່ມີປະກັນໄພ ຈໍານວນ 58 ກໍລະນີ
- ໃບກວດກາເຕັກນິກໝົດກໍານົດ ຈໍານວນ 39 ກໍລະນີ
- ບໍ່ເສຍຄ່າທາງ ຈໍານວນ 72 ກໍລະນີ
- ບໍ່ໃສ່ໝວກກັນກະທົບ ຈໍານວນ 38 ກໍລະນີ
- ບໍ່ໃສ່ສາຍຮັດນີລະໄພ ຈໍານວນ 45 ກໍລະນີ
- ບໍ່ກວດກາເຕັກນິກ ຈໍານວນ79 ກໍລະນີ
- ຕ່າງເຄື່ອງສູງເກີນກົດໝາຍກໍານົດ ຈໍານວນ 8 ກໍລະນີ
ການລົງຕັ້ງຈຸດກວດກາໃນຊ່ວງສະເຫຼີມສະຫຼອງບຸນປີໃໝ່ລາວ ພ.ສ 2564 ຈະສິ້ນສຸດລົງໃນວັນທີ 18 ເມສາ 2021.