ກອງບັນຊາການ ປກສ ແຂວງຫຼວງນ້ຳທາ ປາຖະກະຖາເລົ່າມູນເຊື້ອວັນສ້າງຕັ້ງຄະນະຊາວໜຸ່ມ ປະຊາຊົນ ປະຕິວັດລາວ ຄົບຮອບ 66 ປີ (ວັນທີ 14 ເມສາ 1955-ວັນທີ 14 ເມສາ 2021) ໃນວັນທີ 13 ເມສາ 2021; ປາຖະກະຖາໂດຍ ພັທ ພອນແກ້ວ ພົງແສນຫຼວງ ຮອງຫົວໜ້າກອງບັນຊາການ ປກສ ແຂວງຫຼວງນ້ຳທາ, ມີບັນດາຫົວໜ້າຄະນະຫ້ອງ, ຄະນະບໍລິຫານຊາວໜຸ່ມ ປກສ ແຂວງ, ຄະນະສະຫະພັນແມ່ຍິງ ປກສ ແຂວງ, ເລຂາໜ່ວຍຊາວໜຸ່ມ, ຕະຫຼອດຮອມສະມາຊິກຊາວໜຸ່ມອ້ອມ ຂ້າງກອງບັນຊາການ ເຂົ້າຮ່ວມ.

ພັທ ພອນແກ້ວ ພົງແສນຫຼວງ ໄດ້ກ່າວໃຫ້ຮູ້ວ່າ: ປະຫວັດສາດຂອງຊາດ ລາວ ແຕ່ດຶກດໍາບັນມາເຖິງປັດຈຸບັນມີ ບາງໄລຍະກໍຮຸ່ງເຮື່ອງເຫຼືອງເຫຼື້ອມ, ມີ ບາງໄລຍະກໍຫຍຸ້ງຍາກສັບສົນລະອິດລະອ້ຽວ ແລະ ຖືກການຮຸກຮານຂອງຕ່າງຊາດ; ເຊິ່ງແຕ່ລະໄລຍະປະຫວັດສາດນັ້ນ, ບັນດາບັນພະບຸລຸດ ແລະ ຊາວໜຸ່ມລາວທີ່ຮັກຊາດຫຼາຍທ່ານໄດ້ອຸທິດຊີວິດເລືອດເນື້ອ, ເຫື່ອແຮງ ແລະ ສະຕິປັນຍາ ເພື່ອປົກປັກຮັກສາ ແລະ ກອບກູ້ເອົາຜືນແຜ່ນດິນອັນແສນເຄົາລົບຮັກຂອງຕົນນຳເອົາເອກະລາດ, ສິດເສລິພາບ ແລະ ອະ ທິປະໄຕກັບຄືນມາ; ໃນຕະຫຼອດໄລຍະດັ່ງກ່າວ, ຊາວໜຸ່ມແຕ່ລະຮຸ່ນ ນັບແຕ່ຮຸ່ນ ທີ 1 ຫາ ຮຸ່ນທີ 4 ໄດ້ເຮັດສຳເລັດພາລະກຳປະຫວັດສາດຂອງຕົນ ແລະ ໄດ້ສ້າງມູນເຊື້ອປະໄວ້ໃຫ້ຊາວໜຸ່ມຮຸ່ນປັດຈຸບັນໄດ້ສືບທອດຄື: ມີມູນເຊື້ອຮັກຊາດ; ມີ ມູນເຊື້ອພິລະອາດຫານ ແລະ ມີຄວາມຈົ່ງ ຮັກພັກດີຕໍ່ພັກ ຕໍ່ປະເທດຊາດ, ມີມູນ ເຊື້ອສາມັກຄີຮັກແພງ, ອອກແຮງງານ, ດຸໝັ່ນຂະຫຍັນພຽນ ແລະ ມີມູນເຊື້ອຝຶກ ຝົນຫຼ່ໍຫຼອມຕົນເອງ.

ພັທ ພອນແກ້ວ ພົງແສນຫຼວງ ຍັງໄດ້ກ່າວຕື່ມອີກວ່າ: ເພື່ອສືບທອດມູນເຊື້ອຊາວໜຸ່ມຮຸ່ນປັດຈຸບັນ ຕ້ອງເອົາໃຈໃສ່ຢຶດໝັ້ນຢ່າງເດັດດ່ຽວ ເດັດຂາດຕໍ່ອຸ ດົມການ ແລະ ການນໍາພາຂອງພັກ; ເປັນແບບຢ່າງທີ່ດີຮອບດ້ານໃນສັງຄົມ, ຕັ້ງໜ້າສຶກສາອົບຮົມການເມືອງ-ແນວຄິດໃຫ້ແກ່ຊາວໜຸ່ມ-ເຍົາວະຊົນ, ເອົາໃຈໃສ່ປັບປຸງການຈັດຕັ້ງຊາວໜຸ່ມ-ເຍົາວະຊົນໃຫ້ເຂັ້ມແຂງ ແລະ ເພີ່ມທະວີວຽກງານຂະບວນການຂອງຊາວໜຸ່ມໃຫ້ຟົດຟື້ນກວ້າງຂວາງ.