ໃນທ້າຍອາທິດຜ່ານມາ, ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມ ແລະ ຊຸກຍູ້ໂຄງການຟື້ນຟູເສັ້ນທາງ ເລກທີ 3604 Km 0+000 ບ້ານຫົວເມືອງ ຫາ Km23+871 ບ້ານປາກເປັດ ເມືອງຊຽງຮ່ອນ ແຂວງໄຊຍະບູລີ, ເຊິ່ງມີຄວາມຄືບໜ້າແລ້ວ 35%; ໃຫ້ການຕ້ອນຮັບ ແລະ ນໍາພາລົງເບິ່ງໂຄງການຕົວຈິງໂດຍ ທ່ານ ກົງທອງ ສິດທິໄຊ ວ່າການເຈົ້າເມືອງ ພ້ອມດ້ວຍການນໍາຫຼັກແຫຼ່ງຂອງເມືອງ.
ໂຄງການຟື້ນຟູເສັ້ນທາງເລກທີ 3604 Km 0+000 ບ້ານຫົວເມືອງ ຫາ Km23+871 ບ້ານປາກເປັດ ເມືອງ ຊຽງຮ່ອນ ແມ່ນເສັ້ນທາງຫຼວງຂອງແຂວງໄຊຍະບູລີ ມີຄວາມຍາວທັງໝົດ 34 ກິໂລແມັດ, ໜ້າທາງກວ້າງ 5 ແມັດ, ເສັ້ນທາງດັ່ງກ່າວແມ່ນໄດ້ຕັດຜ່ານພູມີປະເທດ, ບາງສ່ວນຜ່ານເຂດຫ້ວຍເລິກ, ເຫວຊັນ, ເຂດເນີນສູງກວມເອົາເຂດພູດອຍ 100%, ໂດຍຜ່ານ 5 ບ້ານ ຄື:
- ບ້ານຫ້ວຍເມືອງ
- ບ້ານໂຮມໄຊເໜືອ
- ບ້ານໂຮມໄຊກາງ
- ບ້ານປາງສາ
- ບ້ານດອນປຸ່ງ
ການຟື້ນຟູ ແລະ ສ້ອມແປງຮອດປັດຈຸບັນ ແມ່ນມີຄວາມຄືບໜ້າແລ້ວ 35%, ມູນຄ່າການກໍ່ສ້າງ 15,64 ຕື້ກວ່າກີບ, ໂດຍແມ່ນທຶນກູ້ຢືມຈາກທະນາຄານໂລກ.
ໂຄງການດັ່ງດ່າວໄດ້ເລີ່ມຈັດຕັ້ງປະຕິບັດ ແຕ່ຕົ້ນເດືອນກໍລະກົດ 2021 ເປັນຕົ້ນມາ ແລະ ແມ່ນບໍລິສັດ ໄຊຍາກໍ່ສ້າງ-ຂົວທາງ ຈໍາກັດ ເປັນຜູ້ຮັບເໝົາກໍ່ສ້າງ ແລະ ຈະໃຫ້ສໍາເລັດໃນເດືອນພຶດສະພາ 2022.