ເນື່ອງໃນໂອກາດວັນແຫ່ງຊາດຕ້ານຢາເສບຕິດ ຄົບຮອບ 20 ປີ ( 12 ຕຸລາ 2001–12 ຕຸລາ 2021 ) ແຂວງຫົວພັນ ໄດ້ຈັດພິທີຈູດທໍາລາຍຢາເສບຕິດ ໃນວັນທີ 13 ຕຸລາ 2021, ເຂົ້າຮ່ວມມີ ທ່ານ ພຸດພັນ ແກ້ວວົງໄຊ ຮອງເຈົ້າແຂວງຫົວພັນ ແລະ ພັອ ເພັດສອນ ອິນສຸພັນ, ຮອງຫົວໜ້າກອງບັນຊາການ ປກສ ແຂວງ, ມີຄະນະກໍາມະການຄວບຄຸມ ແລະ ຕ້ານຢາເສບຕິດແຂວງ, ພະແນກການທີ່ກ່ຽວຂ້ອງເຂົ້າຮ່ວມ.

​ໃນພິທີ ພັທ ພອນໄຊ ຍະວົງຫວ່າງ ຮອງຫົວໜ້າຫ້ອງຕຳຫຼວດ ປກສ ແຂວງຫົວພັນ ກ່າວວ່າ: ໃນ 1 ປີຜ່ານມາ, ສໍາລັບວຽກງານສະກັດກັ້ນ ແລະ ຕ້ານຢາເສບຕິດ ເຈົ້າໜ້າທີ່ ແລະ ພາກສ່ວນກ່ຽວຂ້ອງໄດ້ເກັບກຳຂໍ້ມູນເປົ້າໝາຍຜູ້ຄ້າ-ຂາຍ, ຜູ້ເສບ, ຜູ້ຜະລິດ, ຂົນສົ່ງ, ຜູ້ປູກ ເພື່ອສັງລວມ, ຊອກວິທີແກ້ໄຂ ແລະ ສາມາດມ້າງລາຍຄະດີຢາເສບຕິດໄດ້ ຄື: ຄະດີເກີດຂື້ນທັງໝົດ 117 ເລື່ອງ, ຜູ້ຕ້ອງຫາ 142 ຄົນ ຍິງ 16 ຄົນ, ຢຶດຂອງກາງ ໄດ້ ຢາບ້າ 34.822 ເມັດ, ຢາເຮໂຣອິນ 72 ແທ່ງ, ນ້ຳໜັກ 27 ກິໂລກຣາມ, ຢາເຮໂລອິນຝຸ່ນຂາວໜັກ 42,50 ກຣາມ, ຢາຝິ່ນ 650 ກຣາມ, ລົດຈັກ 56 ຄັນ, ໂທລະສັບມືຖື 104 ໜ່ວຍ, ເງິນກີບ 146.146.000 ( ໜຶ່ງຮ້ອຍສີ່ສິບຫົກລ້ານ ໜຶ່ງແສນສີ່ສິບຫົກພັນກີບ ), ເງິນດົງ 1.823.000 ດົງ, ສາຍຄໍຄ້າຍຄືຄຳ 1 ເສັ້ນ, ແຫວນຄ້າຍຄືຄຳ 1 ວົງ, ຕຸ້ມຫູຄ້າຍຄືຄຳ 1 ຄູ່, ສາຍຄໍໂລຫະຄ້າຍຄືເງິນ 2 ເສັ້ນ, ອາວຸດລ່າເນື້ອ 21 ກະບອກ, ປືນແຕ່ງ 4 ກະບອກ, ລູກປືນ 323 ລູກ, ອຸປະກອນການເສບ 5 ຊຸດ, ໂມງ 1 ໜ່ວຍ.

ສໍາລັບການຈູດທໍາລາຍໃນຄັ້ງນີ້, ມີຢາບ້າ ຈໍານວນ 286.362 ( ສອງແສນແປດສິບຫົກພັນ ສາມຮ້ອຍຫົກສິບສອງເມັດ ), ຢາໄອ 5,363 ກິໂລກຼາມ, ເຮໂຣອິນ 7,136 ກິໂລກຼາມ, ສານເຄມີ ທາດຄາເຟອິນ 12 ກິໂລກຣາມ, ຝຸ່ນຂາວ 13,4 ກຮາມ, ທາດອາຊີຕາແຟນ 4,5 ກຣາມ, ຢາເຮໂລອິນປອມ 761,2 ກຣາມ, ເຊິ່ງເປັນຂອງກາງຄະດີທີ່ຜ່ານການສືບສວນ-ສອບສວນ, ດຳເນີນຄະດີ ແລະ ຜ່ານການຕັດສີນຢ່າງຖືກຕ້ອງຕາມລະບຽບກົດໝາຍແລ້ວ.