ກອງບັນຊາການ ປກສ ແຂວງໄຊຍະບູລີ ໄດ້ຈັດພິທີປາຖະກະຖາວັນຊາດທີ 2 ທັນວາ ຄົບຮອບ 46 ປີ (2/12/1975-2/12/2021) ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 101 ປີ (13/12/1920-13/12/ 2021) ໃນວັນທີ 7 ທັນວາຜ່ານມານີ້; ປາຖະກະຖາໂດຍ ພັອ ຄໍາສິນ ຜິວວັນນາ ຮອງຫົວໜ້າກອງບັນຊາການ ປກສ ແຂວງ, ມີຫົວໜ້າຫ້ອງການເມືອງ, ມີຄະນະພັກ-ຄະນະບັນຊາ ແລະ ນາຍຕໍາຫຼວດເຂົ້າຮ່ວມ.

ພັອ ຄໍາສີນ ຜີວວັນນາ ໄດ້ຍົກໃຫ້ເຫັນເຖິງມູນເຊື້ອ ແລະ ໄຊຊະນະປະຫວັດສາດຂອງພາລະກິດແຫ່ງການຕໍ່ສູ້ປົດປ່ອຍຊາດມູນເຊື້ອອັນອົງອາດກ້າຫານຂອງຂອງທ່ານຜູ້ນໍາບັນພະບຸລຸດ ແລະ ປວງຊົນລາວບັນດາເຜົ່າ; ພາຍໃຕ້ການນຳ ພາຂອງພັກປະຊາຊົນ ປະຕິວັດລາວ ຕ້ານການຮຸກຮານຂອງພວກຈັກກະພັດລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່ ສາມາດປົດປ່ອຍປະເທດຊາດ ຢ່າງມີໄຊ ແລະ ສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າ ເຜີຍໃນວັນທີ 2 ທັນວາ 1975; ເຊິ່ງແມ່ນວັນແຫ່ງໄຊຊະນະອັນຍິ່ງໃຫຍ່ຂອງຊາດລາວເຮົາ, ພ້ອມ ດຽວກັນຍັງໄດ້ຍົກໃຫ້ເຫັນຜົນງານແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດພາຍໃຕ້ການຊີ້ນຳ-ນຳພາຂອງພັກ-ລັດ ແລະ ຄົ້ນຄວ້າຮ່ຳຮຽນເອົາມູນເຊື້ອປະຕິວັດ, ແບບແຜນ ວິທີເຮັດວຽກ ແລະ ການດຳລົງຊີວິດຂອງປະ ທານ ໄກສອນ ພົມວິຫານ ຖືເອົາແນວຄິດເປັນທິດນຳໃນການຈັດຕັ້ງປັບປຸງໜ້າທີ່ວຽກງານໃຫ້ບັນລຸປະສິດທິຜົນ.

ໂອກາດດັ່ງກ່າວ, ພັອ ຄໍາສີນ ຜີວວັນນາ ຍັງ ໄດ້ຮຽກຮ້ອງໃຫ້ຄະນະພັກ-ຄະນະບັນຊານາຍ ແລະ ພົນຕໍາຫຼວດ ຈົ່ງສືບຕໍ່ເສີມຂະຫຍາຍມູນເຊື້ອວັນຊາດ 2 ທັນວາ; ຮໍ່າຮຽນ ແລະ ສືບທອດ ມໍລະດົກອັນລໍ້າຄ່າຂອງປະທານ ໄກສອນ ພົມວິຫານ ໃນໄລຍະປົກປັກຮັກສາ ແລະ ສ້າງສາພັດ ທະນາປະເທດຊາດ; ເພີ່ມທະວີຄວາມສາມັກຄີ ເປັນປຶກແຜ່ນ, ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ, ປະກອນສ່ວນ ເຮັດໃຫ້ແຂວງໄຊຍະບູລີ ມີຄວາມສະຫງົບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ.