ກອງບັນຊາການ ປກສ ແຂວງຜົ້ງສາລີ ໄດ້ຈັດພິທີປະກາດການເລື່ອນຊັ້ນໃຫ້ນາຍ ແລະ ພົນຕໍາຫຼວດ ໃນວັນທີ 24 ກຸມພາ 2022, ເຂົ້າຮ່ວມໂດຍ ພັອ ຄໍາຈັນ ແສງລາວົງ ຫົວໜ້າກອງບັນຊາການ ປກສ ແຂວຜົ້ງສາລີ, ມີບັນດາຄະນະພັກ-ຄະນະບັນການ ພ້ອມດ້ວຍພະນັກງານຫຼັກແຫຼ່ງ ອ້ອມຂ້າງກອງບັນຊາການ ແລະ ຜູ້ທີ່ໄດ້ຮັບການເລື່ອນຊັ້ນ ເຂົ້່າຮ່ວມ.

ໃນພິທີ, ພັທ ນາງ ວຽງຄໍາ ຄຸນສົມເຮືອງ ຫົວໜ້າຫ້ອງການເມືອງ ປກສ ແຂວງ ໄດ້ຜ່ານຂໍ້ຕົກລົງຂອງ ກົມໃຫຍ່ການເມືອງ ກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍ ການເລື່ອນຊັ້ນໃຫ້ນາຍຕໍາຫຼວດທີ່ຂຶ້ນກັບ ກອງບັນຊາການ ປກສ ແຂວງຜົ້ງສາລີ ແລະ ຂໍ້ຕົກລົງຂອງ ກອງບັນຊາການ ປກສ ແຂວງ ວ່າດ້ວຍ ການເລື່ອນຊັ້ນໃຫ້ພົນຕໍາຫຼວດໃນກໍາລັງ ປກສ ເຊິ່ງໄດ້ຕົກລົງເລື່ອນຊັ້ນດັ່ງນີ້:

  • ຮ້ອຍຕີ ຂຶ້ນ ຮ້ອຍໂທ ຈໍານວນ 8 ສະຫາຍ ຍິງ 3 ສະຫາຍ
  • ວາທີ ຂຶ້ນ ຮ້ອຍຕີ 16 ສະຫາຍ ຍິງ 4 ສະຫາຍ
  • ສິບເອກ ຂຶ້ນ ວາທີ ມີ 22 ສະຫາຍ
  • ສິບໂທ ຂຶ້ນ ສິບເອກ 39 ສະຫາຍ ຍິງ 6 ສະຫາຍ

ເຊິ່ງເປັນກຽດຂຶ້ນປະດັບຊັ້ນໂດຍ ພັອ ຄໍາຈັນ ແສງລາວົງ ຫົວໜ້າກອງບັນຊາການ ປກສ ແຂວງຜົ້ງສາລີ.

ໂອກາດດັ່ງກ່າວ, ພັອ ຄໍາຈັນ ແສງລາວົງ ກໍໄດ້ໃຫ້ກຽດໂອ້ລົມ ແລະ ໃຫ້ທິດຊີ້ນໍາຫຼາຍບັນຫາສໍາຄັນຕໍ່ນາຍ ແລະ ພົນຕໍາຫຼວດທີ່ໄດ້ຮັບການເລື່ອນຊັ້ນໃໝ່ໃນຄັ້ງນີ້ ພ້ອມທັງເນັ້ນໃຫ້ພ້ອມກັນເພີ່ມທະວີຄວາມຮັບຜິດຊອບສູງຕໍ່ໜ້າທີ່ການເມືອງຂອງຕົນ ເພາະການເລື່ອນຊັ້ນໃໝ່ ແມ່ນການມອບໝາຍໜ້າທີ່ຂຶ້ນຕື່ມອີກບາດກ້າວໜຶ່ງ.

ພ້ອມນັ້ນ, ທ່ານຍັງເນັ້ນໃຫ້ແຕ່ລະສະຫາຍ ເອົາໃຈໃສ່ຝຶກຝົນຫຼ່ໍຫຼອມຕົນເອງ ໃຫ້ກາຍເປັນພະນັກງານ-ນັກຮົບທີ່ມີຄຸນທາດການເມືອງໜັກແໜ້ນ, ເຂັ້ມແຂງ, ມີຄວາມສາມັກຄີແໜ້ນແຟ້ນ, ພ້ອມກັນສືບຕໍ່ປັບປຸງແບບແຜນວິທີເຮັດວຽກຢ່າງມີວິທະຍາສາດ ແທດເໝາະກັບສະພາບຕົວຈິງ, ມີຈຸດສຸມ ແລະ ປະຕິບັດໜ້າທີ່ການເມືອງຂອງຕົນໃຫ້ມີສໍາເລັດສູງຂຶ້ນກວ່າເກົ່າ ເພື່ອພ້ອມກັນກໍ່ສ້າງກໍາລັງປ້ອງກັນຄວາມສະຫງົບ ກໍຄື ປກສ ແຂວງຜົ້ງສາລີ ກ້າວຂຶ້ນເປັນກໍາລັງທີ່ມີແບບແຜນ ແລະ ທັນສະໄໝຂຶ້ນເທື່ອລະກ້າວ.