ໃນວັນທີ 25 ກຸມພາ 2022, ສານປະຊາຊົນ ແຂວງວຽງຈັນ ຕັດສິນຄະດີຢາເສບຕິດ ເຊິ່ງມີຜູ້ຖືກຫາຈຳນວນ 9 ຄົນ; ໃນນີ້, ຕັດສິນຕັດອິດສະຫຼະພາບ ຈຳຄຸກມີ 5 ປີ ແລະ ສູງສຸດ 7 ປີ ດັ່ງນີ້:

ໃນຫ້ອງປະຊຸມ ສານໄອຍະການ ຖະແຫຼງສໍານວນຄະດີ ວ່າ: ທ້າວ ບົວເກດ ອາຍຸ 42 ປີ ແລະ ທ້າວ ສັງຄົມ ອາຍຸ 35 ປີ, ທັງສອງເຮັດນາ ຢູ່ບ້ານນາໝາກ ເມືອງທຸລະຄົມ ແຂວງວຽງຈັນ ຖືກກັກຕົວໃນວັນທີ 12 ມັງກອນ 2021 ໃນຂໍ້ກ່າວຫາຄ້າຂາຍຢາເສບຕິດ ມີຂອງກາງຢາບ້າຈຳນວນ 168 ເມັດ. ດັ່ງນັ້ນ, ສານປະຊາຊົນ ແຂວງວຽງຈັນ ຈຶ່ງຕັດສິນລົງໂທດຕັດອິດສະຫຼະພາບຈຳຄຸກ ຜູ້ລະ 5 ປີ ແລະ ປັບໃໝຜູ້ລະ 10.000.000 ກີບ.

ທ້າວ ວິຊຽນ ອາຍຸ 26 ປີ ກຳມະກອນ ຢູ່ບ້ານວັງຄີ ເມືອງຫີນເຫີບ ແຂວງວຽງຈັນ ຖືກກັກຕົວໃນວັນທີ 14 ສິງຫາ 2019 ໃນຂໍ້ກ່າວຫາຄ້າຂາຍຢາເສບຕິດ ມີຂອງກາງຢາບ້າ 11 ເມັດ, ສານປະຊາຊົນ ແຂວງວຽງຈັນ ຈຶ່ງຕັດສິນລົງໂທດຕັດອິດສະຫຼະພາບຈຳເລີຍຈຳຄຸກ 5 ປີ ປັບໃໝ 10.000.000 ກີບ.

ທ້າວ ແກ້ວຕາ ອາຍຸ 27 ປີ ຢູ່ບ້ານໂພນແຮ່ ເມືອງທຸລະຄົມ ແຂວງວຽງຈັນ ຖືກກັກຕົວໃນວັນທີ 18 ມັງກອນ 2021 ໃນຂໍ້ກ່າວຫາຄ້າຂາຍຢາເສບຕິດ, ມີຂອງກາງຢາບ້າຈຳນວນ 55 ເມັດ, ສານປະຊາຊົນ ແຂວງວຽງຈັນ ຈຶ່ງຕັດສິນລົງໂທດຕັດອິດສະຫຼະພາບຈຳເລີຍ ຈຳຄຸກ 5 ປີ, ປັບໃໝ 10.000.000 ກີບ.

ທ້າວ ປະພອນ ອາຍຸ 29 ປີ ເຮັດນາຢູ່ບ້ານດອນພຸງ ເມືອງຊະນະຄາມ ແຂວງວຽງຈັນ, ຖືກກັກຕົວໃນວັນທີ 29 ກໍລະກົດ 2019 ໃນຂໍ້ກ່າວຫາມີຢາບ້າໄວ້ໃນຄອບຄອງຂອງກາງຢາເສບຕິດປະເພດຢາບ້າ ຈຳນວນ 135 ເມັດ, ສານປະຊາຊົນ ແຂວງວຽງຈັນ ຈຶ່ງຕັດສິນລົງໂທດຕັດອິດສະຫຼະພາບຈຳເລີຍ 5 ປັບໃໝ 10.000.000 ກີບ.

ທ້າວ ແກ້ວອະນຸສອນ ອາຍຸ 31 ປີ ຢູ່ບ້ານນານົກຂຸ້ມ ເມືອງທຸລະຄົມ ແຂວງວຽງຈັນ ຖືກກັກຕົວໃນວັນທີ 24 ສິງຫາ 2020 ໃນຂໍ້ກ່າວຫາຄ້າຂາຍຢາເສບຕິດ ມີຂອງກາງຢາບ້າຈຳນວນ 18 ເມັດ, ສານປະຊາຊົນ ແຂວງວຽງຈັນ ຈຶ່ງຕັດສິນລົງໂທດຕັດອິດສະຫຼະພາບຈຳເລີຍ ຈຳຄຸກ 5 ປີ, ປັບໃໝ 10.000.000 ກີບ.

ທ້າວ ພອນປະເສີດ ອາຍຸ 20 ປີ ເຮັດນາ ຢູ່ບ້ານນາໝາກ ເມືອງທຸລະຄົມ ແຂວງວຽງຈັນ ຖືກກັກຕົວໃນວັນທີ 23 ທັນວາ 2020 ໃນຂໍ້ກ່າວຫາຄ້າຂາຍຢາເສບຕິດ ມີຂອງກາງຢາບ້າ ຈຳນວນ 106 ເມັດ, ສານປະຊາຊົນ ແຂວງວຽງຈັນ ຈຶ່ງຕັດສິນລົງໂທດຕັດອິດສະຫຼະພາບ ຈຳເລີຍ ຈຳຄຸກ 5 ປີ ປັບໃໝ 10.000.000 ກີບ.

ໃນນີ້, ຍັງຕັດສິນຄະດີ ນາງ ສີ ອາຍຸ 33 ປີ ຢູ່ບ້ານໂນນນາແກບ ເມືອງຊະນະຄາມ ແຂວງວຽງຈັນ ຖືກກັກຕົວໃນຄັ້ງວັນທີ 23 ຕຸລາ 2019 ໃນຂໍ້ກ່າວຫາຄ້າຂາຍຢາເສບຕິດ ຂອງກາງຢາບ້າ ຈຳນວນ 192 ເມັດ, ສານປະຊາຊົນ ແຂວງວຽງຈັນ ຈຶ່ງຕັດສິນລົງໂທດຕັດອິດສະຫຼະພາບຈຳເລີຍ ຈຳຄຸກ 5 ປີ, ປັບໃໝ 10.000.000 ກີບ.

ນາງ ແຕ້ມ ອາຍຸ 24 ປີ ເຮັດນາ ຢູ່ບ້ານວຽງສະໄໝ ເມືອງວັງວຽງ ແຂວງວຽງຈັນ ຖືກກັກຕົວໃນວັນທີ 13 ມັງກອນ 2021 ໃນຂໍ້ກ່າວຫາຄ້າຂາຍຢາເສບຕິດຂອງກາງຢາບ້າ ຈຳນວນ 739 ເມັດ, ສານປະຊາຊົນ ແຂວງວຽງຈັນ ຈຶ່ງຕັດສິນລົງໂທດຕັດອິດສະຫຼະພາບຈຳເລີຍ ຈຳຄຸກ 7 ປີ, ປັບໃໝ 64.000.000 ກີບ.