ບັນຫາຢາເສບຕິດ ໄດ້ແຜ່ລະບາດຮ້າຍແຮງ ນັບແຕ່ຕົວເມືອງໃຫຍ່ຈົນຮອດເຂດຊົນນະບົດຫ່າງໄກສອກຫຼີກ, ເຂົ້າເຖິງທຸກເພດ-ໄວ, ທຸກຊັ້ນຄົນໃນທົ່ວສັງຄົມ ນັບແຕ່ນັກຮຽນ-ນັກສຶກສາ, ພໍ່ຄ້າຊາວຂາຍ, ກຳມະກອນ, ຜູ້ວ່າງງານ ຕະຫຼອດຮອດພະນັກງານ, ລັດຖະກອນຈຳນວນໜຶ່ງ; ເຊິ່ງຕາມຂໍ້ມູນເບື້ອງຕົ້ນ ໃນປັດຈຸບັນ ຍັງມີຜູ້ຕິດເສບຢາເສບຕິດຢູ່ປະເທດເຮົາ ສະເລ່ຍປະມານ 0,94% ຂອງພົນລະເມືອງທັງໝົດ. ນອກຈາກນັ້ນ, ຢາເສບຕິດຍັງສົ່ງຜົນກະທົບຕໍ່ສຸຂະພາບ ແລະ ຊີວິດຂອງຊາວໜຸ່ມຮຸ່ນສືບທອດ. ບັນຫາດັ່ງກ່າວ ເປັນສາເຫດພາໃຫ້ເກີດປະກົດການຫຍໍ້ທໍ້ ແລະ ບັນຫາອາຊະຍາກຳປະເພດຕ່າງໆ ເປັນການກົດໜ່ວງຖ່ວງດຶງການພັດທະນາເສດຖະກິດ, ວັດທະນະທໍາ-ສັງຄົມ, ສົ່ງຜົນກະທົບຕໍ່ຄວາມໝັ້ນຄົງທາງດ້ານການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍ-ປອດໄພຂອງສັງຄົມ.

ພັທ ສີນຳ ຈິດປັນຍາ ຫົວໜ້າກອງບັນຊາການ ປກສ ເມືອງໂພນທອງ ແຂວງຈຳປາສັກ ໄດ້ກ່າວໃນກອງປະຊຸມຜັນຂະຫຍາຍວາລະແຫ່ງຊາດຂອງເມືອງ ແລະ ເຜີຍແຜ່ໂຄສະນາກ່ຽວກັບຜົນຮ້າຍຂອງຢາເສບຕິດ ໃຫ້ບັນດາ ປກສ ກຸ່ມ, ພະນັກງານວິຊາການ, ເລຂາພັກບ້ານ, ນາຍບ້ານ ຕະຫຼອດຮອດຊາວໜຸ່ມ-ແມ່ຍິງ ແລະ ນ້ອງນັກຮຽນເຍົາວະຊົນ ວ່າ:

ວາລະແຫ່ງຊາດວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ (2021-2023) ແມ່ນການສຸມທຸກກຳລັງແຮງສັງລວມ ເຂົ້າໃສ່ການແກ້ໄຂບັນຫາສຳຄັນ, ຈຳເປັນ ແລະ ຮີບດ່ວນຂອງຊາດທີ່ໄດ້ສະສົມມາຫຼາຍປີ ໃຫ້ຫຼຸດລົງຢ່າງຈະແຈ້ງໃນກໍານົດເວລາທີ່ແນ່ນອນ ໂດຍຖືເອົາການແກ້ໄຂບັນຫາດັ່ງກ່າວເປັນໜ້າທີ່, ພັນທະ ແລະ ຄວາມຮັບຜິດຊອບຂອງທຸກພາກສ່ວນໃນສັງຄົມ.

ເພື່ອເປັນການປູກຈິດສຳນຶກໃຫ້ພໍ່-ແມ່ປະຊາຊົນ, ອຳນາດການປົກຄອງບ້ານ ແລະ ນ້ອງນັກຮຽນເຍົາວະຊົນ ທົ່ວເມືອງໂພນທອງ ແຂວງຈຳປາສັກ ໄດ້ຮັບຮູ້ເຖິງໄພອັນຕະລາຍຂອງຢາເສບຕິດ ໂດຍສະເພາະຜົນຮ້າຍໄພອັນຕະລາຍຂອງຢາເສບຕິດ, ຂໍ້ຫ້າມຂອງບຸກຄົນການຈັດຕັ້ງ ແລະ ມາດຕະການທາງອາຍາຕໍ່ຜູ້ກະທຳຜິດກ່ຽວກັບຢາເສບຕິດ ເຊິ່ງຜົນຮ້າຍຂອງຢາເສບຕິດເປັນອັນຕະລາຍຕໍ່ຮ່າງກາຍ ແລະ ຊີວິດຂອງຜູ້ເສບ ເຮັດໃຫ້ບົດບາດກຽດສັກສີ ແລະ ອະນາຄົດຂອງຕົນຕົກຕໍ່າ, ສະໝອງຖືກທຳລາຍກາຍເປັນບ້າ, ເສຍຈິດ, ໃຊ້ຄວາມຮຸນແຮງທຳລາຍຊີວິດຂອງຕົນເອງ ແລະ ຜູ້ອື່ນໆ.

ຜົນຮ້າຍຕໍ່ຜູ້ຜະລິດ, ປຸງແຕ່ງຊື້-ຂາຍ, ຈຳໜ່າຍຄອບຄອງເກັບຮັກສາ, ນຳເຂົ້າ-ສົ່ງອອກ ຈະຕ້ອງຖືກດຳເນີນຄະດີ ແລະ ລົງໂທດຕາມກົດໝາຍ; ຜົນຮ້າຍຕໍ່ຄອບຄົວ ແລະ ຜູ້ຕິດຢາເສບຕິດ ກໍ່ໃຫ້ເກີດມີສິ່ງຫຍໍ້ທໍ້ ເຮັດໃຫ້ຄອບຄົວເກີດມີຄວາມວຸ້ນວາຍແຕກແຍກເສຍຊື່ສຽງຄອບຄົວ, ທຳລາຍສຸຂະພາບ, ຊີວິດ ແລະ ຊັບສິນ, ຜົນຮ້າຍຕໍ່ສັງຄົມ, ຜູ້ຕິດຢາເສບຕິດ, ກໍ່ໃຫ້ເກີດມີປະກົດການຫຍໍ້ທໍ້ ແລະ ກໍ່ອາຊະຍາກຳ, ທຳລາຍ ແລະ ຂົ່ມຂູ່ຄວາມປອດໄພຄວາມສະຫງົບສຸກ, ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ແລະ ເປັນຄວາມອັນຕະລາຍຕໍ່ຄວາມໝັ້ນຄົງຂອງຊາດ ກໍຄື ປະຊາຊົນ, ຊາວໝຸ່ມ ແລະ ເຍົາວະຊົນທີ່ເປັນອະນາຄົດຂອງຊາດ.

ນອກຈາກນີ້, ທ່ານຍັງໄດ້ເນັ້ນໃຫ້ທຸກພາກສ່ວນໃຫ້ເອົາໃຈໃສ່ປະຕິບັດຕາມວາລະຂອງເມືອງ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ ແລະ ປະກົດການຫຍໍ້ທໍ້ທີ່ເກີດຂຶ້ນຢ່າງເຂັ້ມແຂງ ແລະ ເພື່ອນຳໄປຈັດຕັ້ງປະຕິບັດໃຫ້ເກີດດອກອອກຜົນໃຫ້ພໍ່-ແມ່ປະຊາຊົນ ແລະ ອຳນາດການປົກຄອງບ້ານ ແລະ ພາກສ່ວນທີ່ກ່ຽວຂ້ອງໃນທົ່ວເມືອງໂພນທອງ, ສຸ່ມໃສ່ແກ້ໄຂພື້ນທີ່ຫຼ່ໍແຫຼມຊອກຮູ້ເປົ້າໝາຍ ແລະ ຜະລິດຂົນສົ່ງຄ້າຂາຍລາຍໃຫຍ່ ແລະ ລາຍຍ່ອຍ, ເອົາໃຈໃສ່ຂຶ້ນສະຕິກຸ່ມເປົ້າໝາຍເສບຢາເສບຕິດ ໃຫ້ມີຄວາມຊັດເຈນ, ຟຶ້ນຟູປິ່ນປົວຜູ້ຕິດຢາເສບຕິດ, ໃຫ້ຫາຍຂາດ ແລະ ບໍ່ກັບໄປເສບອີກ ເພື່ອຮັບປະກັນໃຫ້ບັນຫາຢາເສບຕິດໃຫ້ຫຼຸດໜ້ອຍຖອຍລົງ.