ປັດຈຸບັນ, ເງິນກີບ ມີທ່າອ່ຽງເຟີ້ຂຶ້ນເລື້ອຍໆ ເຮັດໃຫ້ການດຳລົງຊີວິດຂອງພໍ່-ແມ່ປະຊາຊົນ ພົບຄວາມຫຍຸ້ງຍາກ, ອັດຕາການຈ້າງງານຍັງເທົ່າເກົ່າ, ແຕ່ປັດໄຈການບໍລິການ ແລະ ການຜະລິດສູງຂຶ້ນເທົ່າຕົວ, ເຊິ່ງອັດຕາເງິນເຟີ້ລວມເດືອນຕຸລາ 2022 ທຽບປີຕໍ່ປີ ຂຶ້ນຕໍ່ເນື່ອງ ຢູ່ໃນລະດັບ 36,7%.

ຕໍ່ກັບການແກ້ໄຂບັນຫາເງິນເຟີ້, ລັດຖະບານ ກໍພະຍາຍາມສຸມໃສ່ທຸກວິທີທາງ ເພື່ອເຮັດໃຫ້ເງິນກີບຂອງລາວ ກັບມາແຂງຄ່າອີກຄັ້ງໜຶ່ງ ແຕ່ມີຫຼາຍປັດໄຈທັງພາຍໃນ ແລະ ພາຍນອກ ເຮັດໃຫ້ເງິນກີບຂອງລາວອ່ອນຄ່າ ຖ້າທຽບໃສ່ເງິນຕາລະຫວ່າງປະເທດ ແລະ ລາຄາສິນຄ້າ ກໍດີດຕົວສູງຂຶ້ນ; ແຕ່ຢ່າງໃດກໍຕາມ, ໝົດປີ 2022 ຄາດວ່າເສດຖະກິດລາວຈະຂະຫຍາຍຕົວຢູ່ໃນລະດັບບວກ.

ເຊິ່ງບັນຫາເງິນເຟິ້ໃນເດືອນຕຸລາ 2022 ຢູ່ໃນລະດັບສູງ 36,7% ສືບເນື່ອງມາຈາກເດືອນກັນຍາ 2022 ແມ່ນ 34,5% ເນື່ອງຈາກການເພີ່ມສູງຂຶ້ນຂອງທຸກໝວດສິນຄ້າ ເປັນຕົ້ນແມ່ນ: ໝວດສະບຽງອາຫານ ແລະ ເຄື່ອງດື່ມທີ່ບໍ່ແມ່ນເຫຼົ້າ ເພີ່ມຂຶ້ນ 38,8% ໂດຍມາຈາກການເພີ່ມສູງຂຶ້ນຂອງລາຄາເຂົ້າສານ, ຊີ້ນປະເພດຕ່າງໆ ໂດຍສະເພາະແມ່ນຊີ້ນໝູ, ສັດປີກ, ປາ ແລະ ອາຫານທະເລ, ໄຂ່, ນໍ້າມັນພືດ, ໝາກໄມ້, ຜັກສົດ ເປັນຕົ້ນ.

ໝວດຄົມມະນາຄົມ ແລະ ຂົນສົ່ງ ເພີ່ມຂຶ້ນ 58,1% ໂດຍສະເພາະ ລາຄານໍ້າມັນເຊື້ອໄຟ ເພີ່ມຂຶ້ນເຖິງ 95,0%. ໃນນີ້, ປັບຂຶ້ນ-ລົງ 4 ຄັ້ງ, ແອັດຊັງທຳມະດາ ປັບຂຶ້ນ 2 ຄັ້ງ, ລົງ 2 ຄັ້ງ, ກາຊວນ ປັບຂຶ້ນ 3 ຄັ້ງ ປັບລົງ 1 ຄັ້ງ, ສະເລ່ຍລາຄານໍ້າມັນແອັດຊັງທຳມະດາ 20.289 ກີບ/ລິດ, ກາຊວນ 19.983 ກີບ/ລິດ.

ນອກນັ້ນ, ສິນຄ້າອຸປະໂພກ-ບໍລິໂພກອື່ນໆ ຍັງມີທ່າອ່ຽງເພີ່ມຂຶ້ນເຊັ່ນດຽວກັນ ເຊັ່ນ: ເຄື່ອງນຸ່ງ ແລະ ເກີບ, ເຄື່ອງກໍ່ສ້າງ ແລະ ອຸປະກອນສ້ອມແປງເຮືອນ, ເຄື່ອງໃຊ້ໃນເຮືອນ, ອຸປະກອນການແພດ ແລະ ຢາ.

ທ່ານ ກິແກ້ວ ຈັນທະບູຣີ ຮອງປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ປະເມີນສະພາບເສດຖະກິດມະຫາພາກຂອງ ສປປ ລາວ ໃນໄລຍະ 6 ເດືອນຕົ້ນປີ 2022 ໃຫ້ຮູ້ວ່າ:

ເສດຖະກິດຂອງ ສປປ ລາວ ໝົດປີ 2022 ຄາດຈະຂະຫຍາຍຕົວພຽງແຕ່ 3,0% (ຫຼຸດລົງຈາກການຄາດຄະເນເບື້ອງຕົ້ນ ທີ່ລະດັບ 4%). ໃນນັ້ນ, ອົງປະກອບທີ່ຂັບເຄື່ອນການຂະຫຍາຍຕົວດັ່ງກ່າວ ຕົ້ນຕໍມາຈາກການຊົມໃຊ້ ແລະ ການບໍລິໂພກ, ຮອງລົງມາແມ່ນການສົ່ງອອກ; ໃນຂະນະທີ່, ການລົງທຶນຈາກພາກເອກະຊົນ ແລະ ລັດຖະບານ ມີທ່າອ່ຽງຫຼຸດລົງ.

ການເຕີບໂຕດ້ານການໃຊ້ຈ່າຍ: ການລົງທຶນທົ່ວລະບົບເສດຖະກິດ ຄາດວ່າຈະມີທ່າອ່ຽງຫຼຸດລົງ ໃນປີ 2022, ສິ່ງທີ່ໜ້າເປັນຫ່ວງຫຼາຍກວ່າໝູ່ແມ່ນ ການໄຫຼເຂົ້າຂອງການລົງທຶນໂດຍກົງຈາກຕ່າງປະເທດ ໃນ 6 ເດືອນຕົ້ນປີ 2022 ມີມູນຄ່າພຽງແຕ່ 280 ລ້ານໂດລາ ເຊິ່ງຫຼຸດລົງເຖິງ -51% ຈາກໄລຍະດຽວກັນຂອງປີຜ່ານມາ ທີ່ມີມູນຄ່າທັງໝົດ 571 ລ້ານໂດລາ.

ສັງເກດເຫັນວ່າ ການໄຫຼເຂົ້າຂອງການລົງທຶນໂດຍກົງຈາກຕ່າງປະເທດ ຫຼຸດລົງຢ່າງຫຼວງຫຼາຍ ພາຍຫຼັງທີ່ຫຼາຍໂຄງການລົງທຶນລະດັບຊາດ ໄດ້ສຳເລັດ ໃນທ້າຍປີ 2021 ເຊັ່ນ: ໂຄງການທາງລົດໄຟ ລາວ-ຈີນ, ໂຄງການພັດທະນາທ່າບົກ-ທ່ານາແລ້ງ ເເລະ ເຂດໂລຈິສຕິກ ໃນໄລຍະທີ 1 ແລະ ການລົງທຶນເພື່ອຂະຫຍາຍຖານການຜະລິດ-ບໍລິການ ໃນເຂດເສດຖະກິດພິເສດ.

ການຫຼຸດລົງດັ່ງກ່າວ ຍັງສະແດງໃຫ້ເຫັນວ່າ ສະພາບການລົງທຶນໃນປະເທດ ໂດຍສະເພາະແມ່ນບັນດາໂຄງການໃໝ່ ແລະ ຂະໜາດໃຫຍ່ ຍັງສືບຕໍ່ງຽບເຫງົາ. ສໍາລັບ 6 ເດືອນຕົ້ນປີ 2022, ມູນຄ່າການລົງທຶນ ປະເພດສຳປະທານທີ່ໄດ້ຮັບການອະນຸມັດ ມີພຽງ 842 ລ້ານໂດລາ ຫຼື ເທົ່າ 41,1% ຂອງມູນຄ່າອະນຸມັດໃນປີ 2021.

ສ່ວນການລົງທຶນຂອງລັດ ກໍຫຼຸດລົງ -4,1% ແລະ ຄາດວ່າ ໝົດປີຈະຫຼຸດລົງຈາກປີທີ່ຜ່ານມາ ຍ້ອນສະພາບຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ແລະ ພັນທະໃນການຊຳລະໜີ້ສິນສາທາລະນະ.