ຄະດີຈັບກຸມສອງຜົວ-ເມຍ ຊາວອິນເດຍ ທີ່ປະເທດອາເມລິກາ ໃນຂໍ້ຫາເປັນຫົວໂປ່ໂຕການໃນເຄືອຂ່າຍຄ້າປະ ເວນີ ມີຜູ້ຖືກເຄາະຮ້າຍແມ່ນນັກສະແດງທີ່ມາຈາກປະເທດອິນເດຍ ເຊິ່ງເຫດການດັ່ງກ່າວ ຖືກເປີດເຜີຍຄວາມຈິງດ້ານລົບຂອງວົງການນາງງາມ-ນັກສະແດງທີ່ມີຊື່ສຽງ Telugu ເຊິ່ງກໍຖືກເອີ້ນວ່າ Tollywood.

Tollywood ແມ່ນໜຶ່ງໃນຂະແໜງການຂອງວົງການນາງງາມ ແລະ ການສະແດງໃຫຍ່ທີ່ສຸດໃນປະເທດອິນເດຍ ເຊິ່ງເປັນບໍລິສັດທີ່ຜະລິດໜັງທີ່ມີລັກສະນະຕໍ່ສູ້ກັບສັດຕູຫົວແຂງ Bollywood. ຕາມການເປີດເຜີຍຫຼ້າສຸດຂອງສານທີ່ປະເທດອາເມລິກາ ວ່າ: ທ້າວ Kishan Modugumudi ອາຍຸ 34 ປີ ແລະ ນາງ Chandra ອາຍຸ 31 ປີ (ຜົວ-ເມຍ), ໄດ້ຕົວະເອົາດາລານັກສະແດງທີ່ໂດ່ງດັງຢ່າງໜ້ອຍແມ່ນ 5 ຄົນ ບິນຂ້າມມາທີ່ປະເທດອາເມລິກາ ດ້ວຍເຫດຜົນແມ່ນເພື່ອເຂົ້າຮ່ວມງານສະແດງສິລະປະວັນນະຄະດີ ໃນຖານະເປັນແຂກຮັບເຊີນ.

ແຕ່ຄວາມຈິງແລ້ວທັງສອງຜົວ-ເມຍ Kishan Modugumudi ແມ່ນໄດ້ມີແຜນການຈັດການຂາຍປະເວນີບັນດານັກສະແດງເຫຼົ່ານີ້ໃຫ້ກັບແຂກທີ່ຮັ່ງມີໃນປະເທດອາເມລິກາ ເຊິ່ງຈະໄດ້ເງິນແຕ່ 450-2.500 ໂດລາ.

ການປະກອບເອກະສານດຳເນີນຕິດຕາມຈັບຕົວທັງສອງຜົວເມຍດັ່ງກ່າວຍາວ 42 ໜ້າ, ເຊິ່ງໄດ້ເລົ່າເຖິງສະພາບການ ແລະ ຂໍ້ກ່າວຫາ ພ້ອມດ້ວຍລະບຸພະຍານຫຼັກຖານກ່ຽວກັບສອງຜົວ-ເມຍດັ່ງກ່າວ ແລະ ເຈົ້າໜ້າທີ່ໄດ້ໃຫ້ຮູ້ວ່າ: ທັງສອງຜົວ-ເມຍດັ່ງກ່າວຖືກເຈົ້າໜ້າທີ່ ປກສ ກຸ່ມ (DHS) ແລະ ມີການດຳເນີນສືບສວນຄະດີດັ່ງກ່າວນັບແຕ່ເດືອນມັງກອນ 2018 ເປັນຕົ້ນມາ ແລະ ພວກກ່ຽວຖືກເຈົ້າໜ້າທີ່ຈັບກຸມຕົວໃນເດືອນເມສາ 2018 ແລະ ຖືກສານຕັດສິນ ໃນວັນທີ 14 ມິຖຸນາ 2018 ຜ່ານມາ.

ຄະດີດັ່ງກ່າວ ແມ່ນເຮັດໃຫ້ຄົນຈຳນວນຫຼາຍໃຫ້ຄວາມສົນໃຈ ສື່ມວນຊົນທຸກສື່ທີ່ນຳໃຊ້ພາສາ Telugu ແມ່ນໄດ້ອອກຂ່າວກ່ຽວກັບຍິງສາວນັກສະແດງຖືກຕົວະໄປຂາຍຕົວທີ່ປະເທດອາເມລິກາ ໂດຍສະເພາະແມ່ນນັກສະແດງໃນວົງການຂອງ Telugu.

ຕາມການສອບສວນ ທ້າວ Kishan Modugumudi ເຊິ່ງຜູ້ກ່ຽວຮັບສາລະພາບວ່າ: ຄັ້ງທຳອິດຕົນເອງໄດ້ມາທີ່ນະຄອນ Chicago ປະເທດອາເມລິກາ ແມ່ນໄລຍະເດືອນເມສາ 2015 ເພາະຕົນເອງໄດ້ມີການພົວພັນກັບວົງການ Tollywood ແລະ ຢາກມາອາເມລິກາ ເພື່ອພົບກັບກຸ່ມຄົນທີ່ຕົນຮູ້ຈັກ.

ການເຄື່ອນໄຫວຂອງສອງຜົວ-ເມຍດັ່ງກ່າວ ຖືກເຈົ້າໜ້າທີ່ຄຸ້ມຄອງພົນລະເມືອງ ແລະ ພາສີ-ອາກອນຂອງອາເມລິກາ (ICE) ເລີ່ມລະແວງສົງໄສ ເມື່ອໄດ້ມີການສຳພາດນັກສະແດງຂອງອິນເດຍ ທີ່ເດີນທາງມາປະເທດອາເມລິກາ ໃນໄລຍະເດືອນພະຈິກ 2017, ດ້ວຍເຫດຜົນພວກເຂົາມາຮ່ວມງານສະແດງສິລະປະວັນນະຄະດີ ທີ່ລັດຄາລິຟໍເນຍ. ແຕ່ຕາມການລາຍງານຂອງພາກສ່ວນທີ່ກ່ຽວຂ້ອງຮູ້ວ່າ: ງານສະແດງສິລະປະ ແມ່ນໄດ້ຈັດຕັ້ງສຳເລັດກ່ອນນັກສະແດງດັ່ງກ່າວມາຮອດ 2 ມື້ກ່ອນໜ້ານັ້ນແລ້ວ ແລະ ເຈົ້າໜ້າທີ່ໄດ້ໃຫ້ຮູ້ອີກວ່າ: ບໍ່ໄດ້ຮູ້ກັບນັກສະແດງ ແລະ ກໍບໍ່ໄດ້ມີແຜນເຊີນເຂົາເຈົ້າມາຮ່ວມງານນຳອີກ.

ຕາມການລາຍງານຂອງຜູ້ເສຍຫາຍໃຫ້ຮູ້ວ່າ: ຕົນເອງເດີນທາງໄປທີ່ອາເມລິກາ ຈາກແຜນການກະກຽມຂອຄົນທີ່ຊື່ Raju ເຊິ່ງແມ່ນທ້າວ Kishan Modugumudi. ຜ່ານການສືບສວນ-ສອບສວນເປັນເວລາຫຼາຍເດືອນຂອງເຈົ້າໜ້າທີ່ວິຊາສະເພາະ DHS ເຊິ່ງໄດ້ເຂົ້າກວດຄົ້ນເຮືອນຂອງສອງຜົວ-ເມຍ Modugumudi ເຈົ້າໜ້າທີ່ກວດພົບເອກະສານປອມ ກໍຄືປຶ້ມບັນທຶກຊື່ຂອງບັນດາດາລານັກສະແດງທີ່ຖືກຕົວະມາຄ້າປະເວນີ, ການຊື້ປະເວນີຂອງແຂກ ແລະ ການຈ່າຍຄ່າບໍລິການຂອງແຂກ.

ຜູ້ເສຍຫາຍຍັງໄດ້ເລ່ົາຕ່ືມວ່າ: ພວກເຂົາໄດ້ຢູ່ໃນເຮືອນຂອງທັງສອງຜົວ-ເມຍ Modugumudi ແມ່ນບາງຄັ້ງຄາວເທົ່ານັ້ນ ສ່ວນຫຼາຍແມ່ນຈະໄປນຳສອງຜົວ-ເມຍ ໂດຍພວກເຂົາຈະພາໄປທີ່ໂຮງແຮມ ເພື່ອພົບກັບແຂກທີ່ພວກເຂົາໄດ້ຕິດຕໍ່ໄວ້ ຫຼື ເຂົ້າຮ່ວມງານປະຊຸມທີ່ Dallas, New Jersey ແລະ Washington ແລະ ເຈົ້າໜ້າທີ່ກໍໄດ້ຕິດຕາມສອບຖາມຜູ້ທີ່ຊື້ປະເວນີດັ່ງກ່າວ ເຊິ່ງໄດ້ຮູ້ວ່າ: ຍອມຮັບວ່າໄດ້ຊື້ປະເວນີ ແລະໄດ້ນອນນຳຍິງສາວທີ່ຖືກແນະນຳຈາກສອງຜົວ-ເມຍດັ່ງກ່າວ.

ດາລານັກສະແດງຊື່ A ໃນລາຍຊື່ຂອງສຳນວນຄະດີເປັນຜູ້ເສຍຫາຍ ໄດ້ໃຫ້ເຈົ້າໜ້າທີ່ຮູ້ວ່າ: ໄດ້ຖືກຂົ່ມຂູ່ໃຫ້ລາຍງານກັບເຈົ້າໜ້າທີ່ຕຳຫຼວດວ່າ ຕົນເອງເປັນພຽງນັກສະແດງທີ່ບໍ່ມີຊື່ສຽງເທົ່ານັ້ນ ຫ້າມບອກວ່າເປັນດາລາ ບໍ່ສະນັ້ນຈະຖືກທຳຮ້າຍ.

ຕາມການສືບສວນເຈົ້າໜ້າທີ່ໄດ້ຮູ້ວ່າ: ທ້າວ Modugumudi ນັກທຸລະກິດລົງທຶນໃນດ້ານວົງການສ້າງລະຄອນ ແລະ ຜະລິດຜົນງານໜັງອອກມາແລ້ວຫຼາຍຊຸດ ໂດຍສະເພາະໜັງບູ້ຂອງ Tollywood.

ແຕ່ ທ່ານ Tammareddy Bharadwaja ຜູ້ກຳກັບໜັງຊື່ດັງຂອງ Telugu ໄດ້ຢືນຢັນວ່າ: ທ້າວ Modugumudi ບໍ່ຄ່ອຍໄດ້ເຂົ້າຮ່ວມສະມາຄົມຜະລິດໜັງ Telugu (TFPC).

ຄວາມຈິງແລ້ວ ສະພາບດາລານັກສະແດງທີ່ເປັນຍິງສາວຖືກຕົວະໄປຂາຍຕົວ ຫຼື ຖືກຂົ່ມຂືນບໍ່ແມ່ນເລື່ອງແປກ
ຂອງເຫຼົ່າດາລານັກສະແດງ, ບັນດາຍິງສາວເຫຼົ່ານີ້ເມື່ອໄດ້ເຂົາມາໃນວົງການແລ້ວ ກໍມັກຈະມີໜຸ່ມເຂົ້າມາຈີບຊວນກັນອອກໄປທ່ຽວຕ່າງປະເທດ ຫຼື ສະຖານທີ່ອື່ນໆ. ເຖິງແມ່ນວ່າຮູ້ໄດ້ຈະແຈ້ງວ່າຕ້ອງເປັນແນວໃດ ແຕ່ກໍບໍ່ມີຄົນໃດກ້າອອກປາກລາຍງານ ເພາະວ່າມັນຈະແຕະຕ້ອງເຖິງຄວາມກ້າວໜ້າ ແລະ ຊື່ສຽງຂອງຕົນເອງ; ວົງການໜັງ Tollywood ກໍຄື Bollywood ລ້ວນແຕ່ເຄີຍມີບັນຫາກ່ຽວກັບ ເຫດການພົວພັນເຖິງການແລກປ່ຽນຂອງຍິງສາວທີ່ຈະເຂົ້າມາເປັນດາລານັກສະແດງ.

ຫຼ້າສຸດ, ນາງ Sri Reddy ນັກສະແດງໄດ້ເຂົ້າແຈ້ງຄວາມກັບເຈົ້າໜ້າທີ່ຕຳຫຼວດ ກ່ຽວກັບຍິງສາວໃນວົງການສະແດງ ທີ່ຖືກລວນລາມທາງເພດ, ຜູ້ກ່ຽວໄດ້ລາຍງານຜູ້ສຳພາດວ່າ: ພວກເຂົາໄດ້ສວຍໃຊ້ຕົນເອງ ຖ້າຫາກນັກສະແດງໃດຫາກກ້າລາຍງານ ແມ່ນຈະມີຜົນກະທົບຄື ຖືກຖອນອອກຈາກຕົວເລກນັກສະແດງ.

ຄະດີສອງຜົວ-ເມຍຂ້າງເທິງ ໄດ້ສ້າງຄວາມກັງວົນໃຫ້ກັບກຸ່ມປົກປ້ອງສິດຂອງແມ່ຍິງ ໃນປະເທດອິນເດຍ ແລະ ໃນເວລາອັນໃກ້ນີ້ພວກເຂົາຈະພະຍາຍາມຫາທຸກວິທີ ເພື່ອປົກປ້ອງສິດຜົນປະໂຫຍດຂອງແມ່ຍິງ ບໍ່ໃຫ້ກາຍເປັນລັກສະນະຊຳເຮ້ືອ ຄືໃນປັດຈຸບັນຢ່າງເດັດຂາດ.

ແປ ແລະ ຮຽບຮຽງໂດຍ: ສ.ວົງໄຊ