ພະແນກຕໍາຫຼວດຈະລາຈອນ ປກສ ແຂວງສະຫວັນນະເຂດ ຈະສຸມໃສ່ວຽກງານໂຄສະນາ, ກວດກາລະບຽບການສັນຈອນ ແລະ ການປະຕິບັດລະ ບຽບກົດໝາຍຂອງຜູ້ໃຊ້ລົດ-ໃຊ້ຖະ ໜົນໃນໄລຍະປີໃໝ່ລາວ ເພື່ອເຮັດໃຫ້ບັນຫາອຸບັດຕິເຫດພາຍໃນແຂວງຫຼຸດລົງ.

ພັທ ນີວັນ ຈູມມະນີວົງ ຫົວໜ້າພະແນກຕໍາຫຼວດຈະລາຈອນ ແຂວງສະຫວັນນະເຂດ ໄດ້ໃຫ້ຮູ້ວ່າ: ກ່ຽວກັບການປະຕິບັດກົດລະບຽບຈະລາຈອນ ຫຼື ປ້ອງກັນອຸບັດຕິເຫດຕາມທ້ອງຖະໜົນໃນໄລຍະສະຫຼອງບຸນປີໃໝ່ລາວ ພສ 2562 ທາງພະແນກຕໍາຫຼວດຈະລາຈອນ ໄດ້ມີແຜນເຄື່ອນໄຫວເຮັດກິດຈະກຳກັບພະແນກໂຍທາທິການ-ຂົນສົ່ງແຂວງ ເພື່ອສະກັດກັ້ນ ແລະ ປ້ອງກັນການເກີດອຸບັດຕິເຫດ ເຊິ່ງໄດ້ລົງບັັນດາເມືອງເປົ້າໝາຍຄື: ເມືອງໄຊບູລີ, ອາດສະພັງທອງ, ພະລານໄຊ, ເມືອງພີນ ແລະ ເມືອງເຊໂປນ ນອກ ຈາກນັ້ນ ກອງໂຄສະນາຍັງຈະໄດ້ເຄື່ອນ ໄຫວໂຄສະນາຕາມສຳນັກງານອົງການ ຕ່າງໆ ຄື: ໂຮງຮຽນ, ມະຫາວິທະຍາໄລ ສະຫວັນນະເຂດ, ວິທະຍາໄລຄູ, ວິທະຍາໄລ ວິທະຍາສາດສຸຂະພາບ, ວິທະຍາໄລເຕັກນິກວິຊາຊີບກະສິກຳປ່າ-ໄມ້, ທີ່ຜ່ານມາມີຄົນເຂົ້າຮ່ວມທັງ ໝົດ 15.739 ຍິງ 491 ຄົນ.

ສາເຫດຫຼັກໃນການເກີດອຸບັດຕິເຫດສ່ວນຫຼາຍແມ່ນຍ້ອນຜູ້ຂັບຂີ່ຂາດສະຕິ, ບໍ່ລະມັດລະວັງ, ບໍ່ປະຕິບັດຕາມ ລະບຽບຈະລາຈອນ, ດື່ມສິ່ງມຶນເມົາແລ້ວຂັບຂີ່, ແລ່ນລົດໄວເກີນກຳນົດ, ບໍ່ປະຕິບັດຕາມເຄື່ອງໝາຍທາງ ແລະ ປ້າຍສັນຈອນ, ສະພາບອາກາດເສັ້ນທາງເປັນຂຸມ, ຟ້າລົມ, ຝົນຕົກ, ແສງແດດ, ສະພາບເຕັກນິກລົດບໍ່ໄດ້ມາດຕະຖານ ແລະອື່ນໆ ພາຍຫຼັງເຈົ້າໜ້າ ທີ່ຮູ້ສາເຫດຈະຕ້ອງໄດ້ສຸມໃສ່ວຽກງານດັ່ງກ່າວຢ່າງເຂັ້ມງວດ. ໃນປີ 2018 ໃນ 7 ວັນອັນຕະລາຍ ອຸບັດຕິເຫດເກີດຂຶ້ນທັງໝົດ ມີ 35 ຄັ້ງ, ເສຍຊີວິດມີ 3 ຄົນ ຍິງ 1 ຄົນ.

ຫົວໜ້າພະແນກຕຳຫຼວດຈະລາຈອນ ກອງບັນຊາການ ປກສ ແຂວງ ໄດ້ຮຽກຮ້ອງໃຫ້ປະຊາຊົນທຸກທົ່ວໜ້າຜູ້ໃຊ້ລົດ-ໃຊ້ຖະໜົນໃຫ້ມີສະຕິລະວັງຕົວສູງຕໍ່ກັບການຂັບຂີ່ສັນຈອນໄປ-ມາຕາມທ້ອງຖະໜົນ, ການສະຫຼອງບຸນປີໃໝ່ ກໍຂໍໃຫ້ປະຕິບັດຕາມລະບຽບກົດໝາຍວາງອອກ.