ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ( ປທສ ) ໄດ້ຈັດພິທີປາຖະກະຖາຫວນຄືນມູນເຊື້ອວັນວິລະກຳໂຕນຄຸກຢ່າງມະຫັດສະຈັນຂອງຜູ້ນຳພັກ ແລະ ແນວລາວຮັກຊາດ ຄົບຮອບ 59 ປີ ( 24 ພຶດ ສະພາ 1960-24 ພຶດສະພາ 2019) ໃນວັນທີ 24 ພຶດສະພາ 2019 ເພື່ອເຮັດໃຫ້ສະມາຊິກ ພັກ-ພະນັກງານລັດຖະກອນ ໄດ້ຮັບຮູ້, ເຊື່ອມຊຶມ ແລະ ພ້ອມກັນລະນຶກວັນທີ່ມີຄວາມໝາຍ-ຄວາມສຳຄັນອັນເປັນປະຫວັດສາດ ໄດ້ຮ່ໍາຮຽນເອົາມູນເຊື້ອວິລະກໍານ້ໍາໃຈເສຍສະລະນ້ໍາໃຈຮັກຊາດອັນດູດດື່ມ ຂອງບັນດາທ່ານຜູ້ນຳພັກ ແລະ ແນວລາວຮັກຊາດ ກາຍເປັນເຂັມຊີ້ທິດບົດຮຽນອັນລ້ຳຄ່າ ເພື່ອໝູນໃຊ້ເຂົ້າໃນການປະຕິບັດວຽກງານວິຊາສະເພາະຂອງຕົນໃຫ້ກັບຄົນຮຸ່ນຫຼັງ.

ທ່ານ ຄຳໃບ ດຳລັດ ຮອງປະທານສູນກາງແນວລາວສ້າງຊາດ ປາຖະກະຖາ ໃຫ້ຮູ້ວ່າ:

ພາບ ແລະ ການເຄື່ອນໄຫວ ປະຕິວັດຂອງບັນດາທ່ານຜູ້ນຳພັກ ແລະ ແນວລາວຮັກຊາດ ໃນໄລຍະ 1975-1959 ໃນການໃຊ້ໄຫວ ພິກຍຸດທະສາດ ຍຸດໂທບາຍກົນ ແລະ ຍຸດອັນແຫຼມຄົມປີຊາສາມາດອົງອາດກ້າແກ່ນ ນ້ຳໃຈຮັກຊາດ ຮັກປະຊາຊົນ ແລະ ນ້ຳໃຈເສຍສະລະອັນສູງສົ່ງ ບໍ່ຍອມຈຳນົນ ເປັນຂ້ອຍຂ້າມ້າໃຊ້ກັບຊາດອື່ນ ເຊິ່ງວິລະກຳອັນລ້ຳເລີດມະຫັດ ສະຈັນຂອງບັນດາທ່ານຜູ້ນຳໃນການກະກຽມໂຕນອອກຈາກຄຸກ ຕະຫຼອດໄລຍະເວລາຜ່ານມາເກືອບ 300 ວັນ.

ປາຖະກະຖາຫວນຄືນມູນເຊື້ອວັນວິລະກຳໂຕນຄຸກຢ່າງມະຫັດສະຈັນຂອງຜູ້ນຳພັກ

ຜູ້ນຳເຮົາທີ່ຢູ່ໃນຄຸກ ໄດ້ຂົນຂວາຍພວກສາລະວັດທະຫານທີ່ເຂົ້າມາເວນຍາມຄຸກ ໄດ້ຮັບໝາກຜົນເປັນຢ່າງດີ ການໂຕນຄຸກແບບຮ່ວມໝູ່ຂອງບັນດາຜູ້ນຳພັກ ແລະ ແນວລາວສ້າງຊາດ ຄັ້ງມະຫັດສະຈັນນີ້ ແມ່ນມີຄວາມສ່ຽງສູງທີ່ສຸດ ບໍ່ມີຜູ້ໃດຈະຄິດວ່າຈະເປັນໄປໄດ້. ສາເຫດໂຕນຄຸກຢ່າງມະຫັດສະຈັນຂອງຜູ້ນຳໄປສູ່ເຂດທີ່ໝັ້ນການປະຕິວັດຢ່າງປອດໄພ ແມ່ນຍ້ອນການນຳພາສະຫຼາດສ່ອງໃສ ແລະ ປີຊາສາມາດຂອງ ປະທານ ໄກສອນ ພົມວິຫານ ແລະ ສູນກາງພັກ ການຊີ້ນຳລະອຽດຕົວຈິງບວກກັບນ້ຳໃຈຮັກຊາດອັນແຮງກ້າຂອງບັນດາຜູ້ນຳເຮົາທີ່ມີຄວາມກ້າຫານຕັດສິນໃຈຕໍ່ສູ້ຍອມເສຍສະລະ ມີຄວາມປີຊາສາມາດໃນການຂົນຂວາຍ ສຶກສາອົບຮົມສາລະວັດທະຫານ ເຮັດໃຫ້ສັດຕູກາຍເປັນມິດສະຫາຍຮ່ວມຕາຍນຳກັນ ຍ້ອນຄວາມຕື່ນຕົວຮັກຊາດຂອງປະຊາຊົນທຸກຊັ້ນຄົນ ນັບທັງພະສົງອົງເຈົ້ານະ ຄອນຫຼວງວຽງຈັນ ແຂວງວຽງຈັນ ແລະ ທົ່ວປະເທດ. ໂດຍປຸກລະດົມກອງໝູນກຳລັງປະຕິວັດທີ່ຫວ່ານລົງທ້ອງຖິ່ນຕ່າງໆ ມີຄວາມຕື່ນຕົວດຳເນີນການຕໍ່ສູ້ເລັ່ງທວງໃຫ້ພວກປະຕິການປ່ອຍຜູ້ນຳ ເມື່ອຜູ້ນຳໂຕນຄຸກ ເຂົາເຈົ້າກໍຮັກສາຄວາມລັບປ້ອງກັນ ແລະ ລ້ຽງດູ ຜູ້ນຳບວກກັບເງື່ອນໄຂສະພາບແວດລ້ອມທີ່ສຸກງອມ ແລະ ເອື້ອຍອຳນວຍ ເຮັດໃຫ້ເຫດການໃນຄັ້ງນີ້ສຳເລັດຜົນ.