ໃນວັນທີ 29 ພຶດສະພາ 2019, ພັອ ຄໍາແພງ ເພັດ ຫົວໜ້າກອງບັນຊາການ ປກສ ແຂວງໄຊຍະບູລີ, ທ່ານ ສໍາລານ ສຸວັນນະໂຊດ ເຈົ້າເມືອງໆແກ່ນທ້າວ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມກວດກາ ແລະ ຊຸກຍູ້ໂຄງການກໍ່ສ້າງ ຫ້ອງການກອງບັນຊາການ ປກສ ເມືອງແກ່ນທ້າວ ເພື່ອເຮັດໃຫ້ໂຄງການກໍ່ສ້າງສໍາເລັດຕາມຄາດໝາຍ ແລະ ຮັບປະກັນມາດຕະຖານແຕ່ລະໜ້າວຽກ.

ການລົງຕິດຕາມກວດກາ ແລະ ຊຸກຍູ້ໂຄງການຄັ້ງນີ້ ໄດ້ກວດກາເບິ່ງສະຖານທີ່ກໍ່ສ້າງ ແລະ ໄດ້ຮັບຟັງການລາຍງານສະພາບຂໍ້ສະດວກ, ຂໍ້ຫຍຸ້ງຍາກໃນການຈັດຕັ້ງປະຕິບັດໜ້າວຽກຕົວຈິງ ຈາກບໍລິສັດທີ່ຮັບເໝົາ, ເຊິ່ງໂຄງການຕັ້ງຢູ່ເຂດບ້ານທ້າວແກ່ນ ເມືອງແກ່ນທ້າວ ແຂວງໄຊຍະບູລີ ປະກອບມີ 5 ໜ້າວຽກ ຄື:

ໂຄງການກໍ່ສ້າງ ຫ້ອງການກອງບັນຊາການ ປກສ ເມືອງແກ່ນທ້າວ
ໂຄງການກໍ່ສ້າງ ຫ້ອງການກອງບັນຊາການ ປກສ ເມືອງແກ່ນທ້າວ

ວຽກຕັດດິນ, ຖົມດິນສະຖານທີ່ກໍ່ສ້າງ, ວຽກກໍ່ສ້າງຫ້ອງການ 2 ຊັ້ນ, ວຽກເຟີນີເຈີ້, ຮ່ອງລະບາຍນໍ້າ-ຂຸມພັກນໍ້າ, ທໍ່ລອດທາງ, ວຽກເດີ່ນເບຕົງ, ຫຼັກທຸງ, ເດີ່ນຫຍ້າ ແລະ ຕົ້ນໄມ້ປະດັບ ແລະ ວຽກຕາຂ່າຍໄຟຟ້າ, ເຈາະນໍ້າບາດານ.

ໂຄງການດັ່ງກ່າວ ໄດ້ເລີ່ມລົງມືກໍ່ສ້າງແຕ່ເດືອນກັນຍາ ປີ 2018 ມາເຖິງປັດຈຸບັນ ແມ່ນສໍາເລັດກວ່າ 30% ໂດຍແມ່ນ ບໍລິສັດ PKS ກໍ່ສ້າງ ຈໍາກັດ ຜູ້ດຽວ ເປັນຜູ້ຮັບເໝົາ ໃນມູນຄ່າການກໍ່ສ້າງທັງໝົດ 8,9 ຕື້ກວ່າກີບ ແລະ ກໍານົດສັນຍາໃຫ້ສຳເລັດພາຍໃນ 36 ເດືອນ.

ໂຄງການດັ່ງກ່າວ ໄດ້ເລີ່ມລົງມືກໍ່ສ້າງແຕ່ເດືອນກັນຍາ ປີ 2018 ມາເຖິງປັດຈຸບັນ ແມ່ນສໍາເລັດກວ່າ 30%
ໂຄງການດັ່ງກ່າວ ໄດ້ເລີ່ມລົງມືກໍ່ສ້າງແຕ່ເດືອນກັນຍາ ປີ 2018 ມາເຖິງປັດຈຸບັນ ແມ່ນສໍາເລັດກວ່າ 30%

ຈາກນັ້ນ, ຄະນະທີມງານ ພ້ອມດ້ວຍເຈົ້າຂອງໂຄງການ ແລະ ຜູ້ຮັບເໝົາໂຄງການກໍ່ສ້າງ ໄດ້ປືກສາຫາລືແລກປ່ຽນຄໍາຄິດເຫັນ ເພື່ອພ້ອມກັນຄົ້ນຄວ້າຊອກຫາວິທີແກ້ໄຂບາງໜ້າວຽກທີ່ຍັງຄ້າງຄາ ເພື່ອແນໃສ່ເຮັດໃຫ້ໂຄງການສໍາເລັດ ຕາມລະດັບຄາດໝາຍ ແລະ ຮັບປະກັນມາດຕະຖານເຕັກນິກ.