ໜ່ວຍພັກພະແນກຕຳຫຼວດເສດຖະກິດ ແລະ ສິ່ງແວດລ້ອມ ຫ້ອງຕຳຫຼວດ ກອງບັນຊາການ ປກສ ແຂວງຄຳມ່ວນ ໄດ້ຈັດກອງປະຊຸມໃຫຍ່ ຄັ້ງທີ I ໃນວັນທີ 28 ພຶດສະພາ 2019

ໜ່ວຍພັກພະແນກຕຳຫຼວດເສດຖະກິດ ແລະ ສິ່ງແວດລ້ອມ ຫ້ອງຕຳຫຼວດ ກອງບັນຊາການ ປກສ ແຂວງຄຳມ່ວນ ໄດ້ຈັດກອງປະຊຸມໃຫຍ່ ຄັ້ງທີ I ໃນວັນທີ 28 ພຶດສະພາ 2019 ເປັນປະທານໂດຍ ພັຕ ວຽງສີ ທຸມມະວົງ ເລຂາໜ່ວຍພັກ ຫົວໜ້າພະແນກຕຳຫຼວດ ແລະ ສິ່ງແວດລ້ອມ, ເຂົ້າຮ່ວມມີ ພັທ ສຸກທະວີ ອິນທະລັງສີ ຮອງຫ້ອງການເມືອງ ປກສ ແຂວງຄຳມ່ວນ, ມີບັນດາຄະນະໜ່ວຍພັກພະແນກຕຳຫຼວດເສດຖະກິດ ແລະ ສິ່ງແວດລ້ອມ, ແຂກຮັບເຊີນ ຕະຫຼອດຮອດ ສະມາຊິກພັກສົມບູນ-ສຳຮອງພາຍໃນໜ່ວຍພັກ ເຂົ້າຮ່ວມ.

ພັຕ ວຽງສີ ທຸມມະວົງ ໄດ້ຂຶ້ນຜ່ານຮ່າງບົດລາຍງານການເມືອງວ່າ:

ໃນໄລຍະ 5 ປີຜ່ານມາ, ຄະນະໜ່ວຍພັກ ແມ່ນໄດ້ຖືເອົາວຽກງານສຶກສາອົບຮົມການເມືອງນຳພາ-ແນວຄິດໃຫ້ສະມາຊິກພັກ, ພະນັກງານ-ນັກຮົບ ເປັນວຽກງານຕົ້ນຕໍ ເພື່ອເຮັດໃຫ້ສະມາຊິກພັກ-ພະນັກງານ-ນັກຮົບ ມີແນວຄິດອຸ່ນອຽນ-ທຸ່ນທ່ຽງ, ເຊື່ອໝັ້ນຕໍ່ການນຳພາຂອງພັກ ແລະ ເຮັດສຳເລັດຕໍ່ໜ້າທີ່ວຽກງານວິຊາສະເພາະ ທີ່ໄດ້ຮັບການມອບໝາຍ.

ເຊິ່ງມັນໄດ້ສະແດງອອກໃນການປະຕິບັດໜ້າທີ່ວຽກງານຂອງ ໜ່ວຍພັກພະແນກຕຳຫຼວດເສດຖະກິດ ແລະ ສິ່ງແວດລ້ອມ ໃນໄລຍະຜ່ານມາ, ເປັນຕົ້ນແມ່ນ ໄດ້ເອົາໃຈໃສ່ຊີນຳບັນດາເຫຼົ່າຮົບວິຊາສະເພາະ ໃນການເຮັດວຽກງານ ເພື່ອກຳແໜ້ນສະພາບການເຄື່ອນໄຫວຂອງເປົ້າໝາຍ ຄື:

ວຽກງານເສດຖະກິດ ມີຄະດີເກີດຂຶ້ນທັ້ງໝົດ 100 ລາຍ, ຜູ້ຖືກຫາ 130 ຄົນ ຍິງ 19 ຄົນ, ຫວຽດນາມ 21 ຄົນ, ໃນນີ້ສາມາດແກ້ໄຂສຳເລັດ 35 ລາຍ, ຜູ້ຖືກຫາ 52 ຄົນ ຍິງ 5 ຄົນ, ຫວຽດນາມ 11 ຄົນ, ສົ່ງໄອຍະການໄດ້ 46 ລາຍ, ຜູ້ຖືກຫາ 71 ຄົນ ຍິງ 11 ຄົນ, ສາມາດຢຶດຂອງກາງເປັນໄມ້ປະເພດຕ່າງໆ 120.031 ແມັດກ້ອນ ( ໜຶ່ງຮ້ອຍຊາວຈຸດສາມສິບແອັດແມັດກ້ອນ ), ລົດຈັກ 52 ຄັນ ແລະ ລົດໃຫຍ່ 6 ຄັນ.

ວຽກງານສິ່ງແວດລ້ອມ ໃນໄລຍະ 5 ປີຜ່ານມາ, ມີຄະດີເກີດຂຶ້ນທັງໝົດ 186 ລາຍ, ມີຜູ້ຖືກຫາ 373 ຄົນ ຍິງ 7 ຄົນ, ຫວຽດນາມ 76 ຄົນ, ຄົນຈີນ 1 ຄົນ, ສາມາດແກ້ໄຂສຳເລັດ 61 ລາຍ, ສາມາດຢຶດຂອງກາງໄດ້ໄມ້ປະເພດຕ່າງໆ 42.095.063 ແມັດກ້ອນ ( ສີ່ສິບກວ່າແມັດກ້ອນ ), ລົດໃຫຍ່ 171 ຄັນ ແລະ ເລື່ອຍໄຟຟ້າ 19 ໜ່ວຍ.

ທິດທາງແຜນການ 5 ປີຕໍ່ໜ້າ, ສືບຕໍ່ເຮັດວຽກງານການເມືອງນຳພາ-ແນວຄິດ ໃຫ້ພະນັກງານຢ່າງເປັນປົກກະຕິ, ສືບຕໍ່ປັບປຸງໜ່ວຍພັກ ແລະ ສະມາຊິກພັກ ໃຫ້ມີສະຕິຕໍ່ການຈັດຕັ້ງ ແລະ ລະບຽບວິໄນຂອງພັກ, ສືບຕໍ່ປັບປຸງແບບແຜນການນຳພາເຮັດວຽກງານ, ການເຄື່ອນໄຫວປະຕິບັດໜ້າທີ່ວຽກງານວິຊາສະເພາະ ໃນຂົງເຂດຄວາມຮັບຜິດຊອບໃຫ້ນັບມື້ມີຄວາມສະດວກ ແລະ ປອດໄພ.

ກອງປະຊຸມ ໄດ້ປ່ອນບັດຄັດເລືອກເອົາ ຄະນະໜ່ວຍພັກພະແນກ ຕຳຫຼວດເສດຖະກິດ ແລະ ສິ່ງແວດລ້ອມ ຊຸດໃໝ່ ເຊິ່ງມີຜູ້ລົງສະໝັກເລືອກຕັ້ງ ຈຳນວນ 5 ສະຫາຍ ແລະ ໄດ້ຄັດເລືອກເອົາ 3 ສະຫາຍ ເຊິ່ງກອງປະຊຸມເປັນເອກະພາບເລືອກເອົາ ພັທ ວຽງສີ ທຸມມະວົງ ເປັນເລຂາໜ່ວຍພັກ, ພັທ ພອນສີ ຫຼຽນທອງໄຊ ເປັນຮອງເລຂາ ແລະ ພັຕ ນາງ ຄູນສິນ ເຜຶອຮັກໄຜ່ ເປັນກຳມະການກວດກາຄະນະໜ່ວຍພັກ.