ຫຼັງຈາກທີ່ຮູ້ຂ່າວວ່າ:

ຜູ້ເປັນຜົວ ຕິດພະຍາດວໍ້, ເມຍ ແລະ ລູກສາວ ຈຶ່ງພ້ອມກັນໄປພົບແພດ ເພື່ອສັກຢາກັນພະຍາດ ສ່ວນລູກຊາຍຂອງຜູ້ກ່ຽວ ແມ່ນບໍ່ໄດ້ຮັບການສັກວັກຊີນປ້ອງກັນເຊື້ອວໍ້ ເພາະໄລຍະດັ່ງກ່າວແມ່ນໄຂ້ຂຶ້ນສູງ ຍ້ອນຕິດເຊື້ອພະຍາດດັ່ງກ່າວ ຈຶ່ງໄດ້ເສຍຊີວິດ ໃນວັນທີ 3 ເມສາ 2019.

ໃນໄລຍະເວລາທີ່ລູກຊາຍ ທ້າວ ຕັວນ ເສຍຊີວິດນັ້ນ, ກໍເກີດເຫດໝາກັດເດັກນ້ອຍເສຍຊີວິດ ທີ່ສະໜາມກິລາເຂດເລື້ອງບັ່ງ ເມືອງກິ້ມດົງ ແຂວງຮຶງອຽນ ເຫດການດັ່ງກ່າວ ເຮັດໃຫ້ເດັກນ້ອຍຜູ້ຊາຍ ອາຍຸ 7 ປີ ກຳລັງນັ່ງຫຼິ້ນຢູ່ບໍລິເວນເດີ່ນກິລາ ຖືກໝາຫຸ້ມກັດຜູ້ກ່ຽວ ແລະ ເມື່ອປະຊາຊົນແນມເຫັນເຫດການ ກໍໄດ້ເຂົ້າໄປຊ່ວຍເຫຼືອຫຼານນ້ອຍນັ້ນ ແລ້ວສົ່ງໄປໂຮງໝໍ ເພື່ອຮັບການປິ່ນປົວ, ແຕ່ຍ້ອນວ່າ ເດັກເສຍເລືອດຫຼາຍເກີນໄປ ເມື່ອໄປເຖິງໂຮງໝໍໄດ້ປະມານ 1 ຊົ່ວໂມງ ເດັກກໍເສຍຊີວິດລົງທີ່ໂຮງໝໍຫວຽດນາມ-ເຢຍລະມັນ ໃນນະຄອນຫຼວງຮ່າໂນ້ຍ.

ສິ່ງທີ່ຢາກເວົ້າຢູ່ທີ່ນີ້ ກໍຄື:

ເດັກທີ່ເສຍຊີວິດ ແລະ ໝູ່ໝາກ່ໍເຫດດັ່ງກ່າວ ບ່ໍແມ່ນສັດລ້ຽງຂອງຜູ້ອື່ນຜູ້ໄກ ເຊິ່ງເປັນໝາຂອງເຈົ້າຂອງເຮືອນທີ່ພໍ່-ແມ່ເດັກມາເຊົ່າຢູ່ ແລະ ຕັ້ງແຕ່ເກີດມາ ເດັກກໍເປັນຄົນໜຶ່ງທີ່ມັກຫຼິ້ນຢອກກັບໝູ່ໝາເຫຼົ່ານີ້ເປັນປະຈຳ, ແຕ່ໃນມື້ເກີດເຫດ ບໍ່ຮູ້ວ່າເກີດຫຍັງຂຶ້ນ ຈຶ່ງເຮັດໃຫ້ໝາຈຳນວນທັງໝົດ 9 ໂຕ ຫຸ້ມທຳຮ້າຍຫຼານນ້ອຍດັ່ງກ່າວ ຈົນເຖິງຂັ້ນເສຍຊີວິດ.

ປະກົດການເສຍຊີວິດ ຍ້ອນຖືກສັດລ້ຽງ (ໝາ) ກັດ
ປະກົດການເສຍຊີວິດ ຍ້ອນຖືກສັດລ້ຽງ (ໝາ) ກັດ

ປະກົດການໝາກັດຄົນຮູ້ຈັກ ຫືຼ ເຈົ້າຂອງເອງ ເປັນເລື່ອງທີ່ບໍ່ແປກ ແລະ ມັກເກີດຂຶ້ນເລື້ອຍໆ, ໂດຍສະເພາະ ເຫດການທີ່ເກີດຂຶ້ນເມື່ອບໍ່ດົນມານີ້ ຄື:

ໃນໄລຍະເດືອນກໍລະກົດ 2018 ຜ່ານມາ, ທີ່ນະຄອນຫຼວງຮ່າໂນ້ຍ ມີຄອບຄົວໜຶ່ງຢູ່ທີ່ຄຸ້ມໂດຍເກີຍ ເຂດບາດິງ ປ່ອຍລູກສາວອາຍຸ 8 ເດືອນ ໃຫ້ຫຼິ້ນກັບໝາ ສຸດທ້າຍສັດທີ່ຕົນເອງລ້ຽງ ທີ່ເປັນໝາພັນຕ່າງປະເທດ ກັດລູກສາວຈົນໄດ້ຮັບບາດເຈັບສາຫັດ ແລະ ເສຍຊີວິດທີ່ໂຮງໝໍ ໃນເວລາຕໍ່ມາ.

ຫຼັງຈາກທີ່ນຳສົບຫຼານນ້ອຍ 8 ເດືອນ ອອກຈາກໂຮງໝໍ ບໍ່ທັນຮອດເດືອນ, ໂຮງໝໍດັ່ງກ່າວ ກໍໄດ້ຮັບຄົນເຈັບທີ່ໄດ້ຮັບບາດເຈັບກໍລະນີດຽວກັນອີກ ຊື່ ທ້າວ T ອາຍຸ 49 ປີ ຢູ່ເຂດແທ້ງຊວັນ ນະຄອນຫຼວງຮ່າໂນ້ຍ ຖືກໝາແບັກເຊ ທີ່ເຮືອນຕົນເອງ ກັດ. ສ່ວນສາເຫດທີ່ໝາກັດຜູ້ກ່ຽວ ຍ້ອນວ່າ ຜູ້ກ່ຽວເຫັນໝາກັດກັນ ຈຶ່ງເຂົ້າໄປໃຊ້ໄມ້ຕີໄລ່ໃຫ້ມັນເຊົາ ແຕ່ໝາໂຕດັ່ງກ່າວເກີດຢາກຮ້າຍ ແລ້ວຫັນມາກັດຜູ້ກ່ຽວຈົນໄດ້ຮັບບາດເຈັບສາຫັດ ເມື່ອຄົນໃນເຮືອນເຫັນເຫດການ ຈຶ່ງເຂົ້າຊ່ວຍເຫຼືອ ແຕ່ຍ້ອນຮອຍບາດເຈັບນັ້ນ ໄດ້ກະທົບເຖິງເສັ້ນເລືອດໃຫຍ່ທີ່ສຳຄັນ ຈຶ່ງເຮັດໃຫ້ຜູ້ກ່ຽວເສຍຊີວິດ ໃນເວລາຕໍ່ມາ.

ອີກເຫດການໜຶ່ງ ເກີດຂຶ້ນກ່ອນໜ້ານີ້ບໍ່ດົນ ເມື່ອ ນາງ ຫງວຽນທິ H ອາຍຸ 34 ປີ ທີ່ຕາແສງລາງແຈງ ເມືອງລາງແຈງ ແຂວງແທ່ງຮວາ ຖືກໝາທີ່ຕົນລ້ຽງໄວ້ກັດ ໃນຂະນະທີ່ຕົນກຳລັງຖືພາ ແຕ່ຫຼັງຈາກກັດຜູ້ກ່ຽວແລ້ວ ໝາໂຕດັ່ງກ່າວຍັງເລາະກັດຄົນອີກ 7 ຄົນ, ທັງ 7 ຄົນ ໄດ້ພ້ອມກັນໄປທີ່ສຸກສາລາເມືອງ ເພື່ອສັກວັກຊີນປ້ອງກັນພະຍາດວໍ້, ສ່ວນ ນາງ H ໝັ້ນໃຈຕົນເອງ ຍ້ອນວ່າເປັນໝາທີ່ຕົນລ້ຽງ ຈຶ່ງບໍ່ໄດ້ໄປສັກຢາກັນພະຍາດວໍ້ ແລະ ເມື່ອເວລາຜ່ານໄປບໍ່ດົນ ຜູ້ກ່ຽວກໍເສຍຊີວິດ ຍ້ອນພະຍາດວໍ້.

( ຕິດຕາມຕອນຕໍ່ໄປ… )