ທະຫານ ກອງພັນໃຫຍ່ 609 ກັບປະຊາຊົນ ກຳລັງຖາງຫຍ້າແຄມທາງ ເພື່ອຄວາມສະອາດງາມຕາ
ທະຫານ ກອງພັນ 609 ກັບປະຊາຊົນ ກຳລັງຖາງຫຍ້າແຄມທາງ ເພື່ອຄວາມສະອາດງາມຕາ

ອາທິດແລ້ວນີ້, ກອງພັນ 609 ກອງບັນຊາການທະຫານແຂວງໄຊຍະບູລີ ຮ່ວມກັບບ້ານທ່ານາ ແລະ ບ້ານນາຕາກ ເມືອງໄຊຍະບູລີ ແຂວງໄຊຍະບູລີ ໄດ້ສ້າງຂະບວນການອອກແຮງງານລວມ ເພື່ອເປັນການສ້າງຜົນງານຂໍ່ານັບຮັບຕ້ອນວັນສຳຄັນຕ່າງໆຂອງພັກ-ຂອງຊາດ ແລະ ຂອງກອງທັບປະຊາຊົນ ປະຕິວັດລາວ ເວົ້າສະເພາະແມ່ນກອງປະຊຸມໃຫຍ່ຂອງອົງຄະນະ ພັກກອງບັນຊາການທະຫານແຂວງໄຊຍະບູລີ ທີ່ຈະມາເຖິງໃນມໍ່ໆນີ້ ໃຫ້ມີຂະບວນການຟົດຟື້ນ; ນຳພາໂດຍ ພັຕ ຈັນທອງ ຈັນຟອງ ຫົວໜ້າການທະຫານກອງພັນ 609 ທະຫານແຂວງໄຊຍະບູລີ, ມີອຳນາດການປົກຄອງບ້ານ, ພະນັກງານ-ນັກຮົບ ແລະ ປະຊາຊົນ 2 ບ້ານຢ່າງເປັນຂະບວນຟົດຟື້ນ.

ພັຕ ຈັນທອງ ຈັນຟອງ ກ່າວວ່າ: ການສ້າງຂະບວນການອອກແຮງງານໃນຄັ້ງນີ້ແມ່ນໄດ້ສຸມໃສ່ອະນາໄມຖາງຫຍ້າຕາມແຄມທາງ, ເກັບຂີ້ເຫຍື້ອຕາມບໍລິເວນສອງຟາກທາງ, ຕາມ 4 ແຍກຂອງບ້ານດັ່ງກ່າວໄປຫາ ກອງພັນໃຫຍ່ 609 ລວມໄລຍະທາງເລີ່ມຈາກ 4 ກິໂລແມັດ; ທັ້ງນີ້ກໍເພື່ອເປັນການຮັດແໜ້ນຄວາມສາມັກຄີລະຫວ່າງກົມກອງກັບບັນດາບ້ານອ້ອມຂ້າງ, ເຮັດໃຫ້ຂອບເຂດຮັບຜິດຊອບມີຄວາມສະອາດຈົບງາມ.

ທະຫານ ກອງພັນໃຫຍ່ 202 ຮ່ວມກັບປະຊາຊົນ 3 ບ້ານ ອອກແຮງງານຕາມແຄມທາງ ເພື່ອຄວາມສະອາດງາມຕາ
ທະຫານ ກອງພັນໃຫຍ່ 202 ຮ່ວມກັບປະຊາຊົນ 3 ບ້ານ ອອກແຮງງານຕາມແຄມທາງ ເພື່ອຄວາມສະອາດງາມຕາ

ຂ່າວຍັງໃຫ້ຮູ້ວ່າ: ໃນວັນດຽວ, ກັນສະມາຊິກຊາວໜຸ່ມຈາກບັນດາອົງການ ແລະ ກົມກອງອ້ອມຂ້າງ ກອງພັນໃຫຍ່ 202 ກອງພົນທີ 2 ກະຊວງປ້ອງກັນປະເທດ ຮ່ວມກັບຊາວໜຸ່ມບ້ານໄຊສະຫວາດ, ໂພນສະອາດ ແລະ ຊາວໜຸ່ມບ້ານຫາດຮ່ອມ ເມືອງໄຊຍະບູລີ ແຂວງໄຊຍະບູລີ ໄດ້ຈັດກິດຈະກໍາອອກແຮງງານລວມ, ນຳພາໂດຍ ຮອ ແສງແກ້ວ ບົວລະພັນ ຄະນະບໍລິຫານງານຊາວໜຸ່ມກອງພັນ 202 ພ້ອມດ້ວຍພະນັກງານ-ນັກຮົບ ແລະ ພາກສ່ວນກ່ຽວຂ້ອງ ເພື່ອພ້ອມກັນອະນາໄມຖາງຫຍ້າ, ຖາງປ່າອອກຈາກບໍລິເວນສອງຟາກທາງ, ສາມແຍກບ້ານໄປຫາກອງພັນໃຫຍ່ 202 ໂດຍລວມໄລຍະທາງ 16 ກິໂລແມັດ ຢ່າງເປັນຂະ ບວນຄຶກຄື້ນ.