ສຳນັກຂ່າວ CNN ລາຍງານ ໃນວັນທີ 3 ກັນຍາ ທີ່ຜ່ານມາ ວ່າ: ເກີດເຫດສະເທືອນຂວັນ ໃນວັນເປີດສົກຮຽນທຳອິດຂອງນັກຮຽນຊັ້ນປະຖົມ ຢູ່ໝູ່ບ້ານຈ້າວຫຍາງໂຜ ເມືອງເອິງສື ມົນທົນຫູເປີ່ຍ ພາກກາງຂອງປະເທດຈີນ ເມື່ອມີຊາຍອາຍຸ 40 ປີ ມີຊື່ວ່າ ແຊ່ຫຍູ ຖືອາວຸດມີດບຸກໂຮງຮຽນ ໄລ່ແທງນັກຮຽນເສຍຊີວິດ 8 ຄົນ ແລະ ບາດເຈັບອີກ 2 ຄົນ ກ່ອນຈະຖືກຈັບກຸມ.

ເຫດເກີດຂຶ້ນ ໃນຕອນເຊົ້າຂອງວັນທີ 2 ກັນຍາ ວັນທຳອິດຂອງການເປີດສົກຮຽນໃໝ່ ຂະນະທີ່ນັກຮຽນເດີນທາງມາເຖິງໂຮງຮຽນ ຊາຍຜູ້ຖືກສົງໄສດັ່ງກ່າວ ກໍກໍ່ເຫດສັງຫານເດັກອາຍຸ 6-13 ປີ ກ່ອນຖືກຕຳຫຼວດຈັບກຸມໄດ້ທີ່າະຖານທີ່ເກີດເຫດ; ຈາກນັ້ນ, ຄະນະກຳມະການພັກກອມມຸຍນິດ ແລະ ລັດຖະບານເມືອງເອິນສື ແຈ້ງວ່າ: ໄດ້ດຳເນີນການຕາມຂັ້ນຕອນການຄວບຄຸມຕົວແລ້ວ ແຕ່ຍັງບໍ່ໄດ້ເປີດເຜີຍສາເຫດທີ່ຄົນຮ້າຍກໍ່ເຫດ.

ເກີດເຫດສະເທືອນຂວັນ ໃນວັນເປີດສົກຮຽນທຳອິດຂອງນັກຮຽນຊັ້ນປະຖົມ

ເຫດດັ່ງກ່າວ ເປັນອາຊະຍາກຳທີ່ຄົນຮ້າຍພຸ່ງເປົ້າໄປທີ່ໂຮງຮຽນ ແລະ ເນັ້ນທຳຮ້າຍຜູ້ອ່ອນແອທີ່ເປັນນັກຮຽນ ຫຼັງຈາກເກີດເຫດລັກສະນະນີ້ມາຫຼາຍຄັ້ງ ໃນໄລຍະ 2-3 ປີ ທີ່ຜ່ານມາ ເນື່ອງຈາກສະພາບຈິຂອງຜູ້ກໍ່ເຫດບໍ່ປົກກະຕິ ເຊິ່ງມັນໄດ້ສະທ້ອນເຖິງຄວາມກົດດັນຂອງສັງຄົມຈີນ ເຖິງແມ່ນວ່າ ເຈົ້າໜ້າທີ່ ພະຍາຍາມເພີ່ມມາດຕະການຄວາມປອດໄພ ຢ່າງເຂັ້ມງວດແລ້ວ ກໍຕາມ.