ໃນວັນທີ 10 ກັນຍາ, ອົງການບໍລິຫານການບິນ ແລະ ອະວາກາດແຫ່ງຊາດ (ນາຊາ) ຂອງ ສະຫະລັດອາເມລິກາ ກຳລັງພັດທະຍາເຕັກນິກການພະຍາກອນ ພະຍາດມາເລເຣຍລະບາດ ໃນມຽນມາ, ຂະນະທີ່ ມາເລເຣຍດື້ຢາສາຍພັນໃໝ່ ທີ່ພົບໃນອາຊີຕາເວັນອອກສຽງໃຕ້ ສ່ຽງເປັນອັນຕະລາຍຕໍ່ຄວາມພະຍາຍາມກຳຈັດພະຍາດນີ້ ໃຫ້ໝົດໄປຈາກໂລກ.

ຂໍ້ມູນຂອງອົງການອະນາໄມໂລກ ລະບຸວ່າ:

ມຽນມາ ມີຜູ້ປ່ວຍ ແລະ ຜູ້ເສຍຊີວິດເພາະມາເລເຣຍ ຫຼຸດລົງຫຼາຍກວ່າ 90% ລະຫວ່າງປີ 2010 – 2017, ເປັນຜົນຈາກບໍລິການສາທາລະນະສຸກ ຕາມຊົນນະບົດດີຂຶ້ນ ແລະ ມີການໃຊ້ມຸ້ງເຄືອບສານກັນຍຸງຫຼາຍຂຶ້ນ ແຕ່ກໍຍັງມີອັດຕາຜູ້ປ່ວຍ ແລະ ຜູ້ເສຍຊີວິດ ສູງກວ່າປະເທດອື່ນໆ ໃນພາກພື້ນລຸ່ມແມ່ນໍ້າຂອງ.

ຂະນະດຽວກັນ, ອາຊີຕາເວັນອອກສຽງໃຕ້ ເກີດມາເລເຣຍດື້ຢາສາຍພັນໃໝ່ ຂຶ້ນຫຼາຍສາຍພັນ ສ້າງຄວາມກັງວົນວ່າ: ຈະແຜ່ໄປເຖິງທະວີບອາຟຣິກກາ ທີ່ມີຜູ້ປ່ວຍມາເລເຣຍຫຼາຍກວ່າ 90% ຂອງທັງໂລກ. ດັ່ງນັ້ນ, ເພື່ອຮັບມືກັບໄພຄຸກຄາມນີ້ ນາຊາ ຈຶ່ງໄດ້ພັດທະນາເຕັກນິກຈາກອະວາກາດ ເພື່ອຢັບຢັ້ງກ່ອນມາເລເຣຍຈະລະບາດ ໂດຍນຳອົາຄວາມຊ່ຽວຊານດ້ານ ຂໍ້ມູມພູມສາດກ່ຽວກັບພື້ນທີ່ ( Geoinformatics ) ແລະ ການເຮັດແບບຈຳລອງຄວາມສ່ຽງ ຄຽງຄູ່ກັບ ປະສົບການການທຳນາຍໄຟປ່າ ໃນ ສະຫະລັດອາເມລິກາ ມາກຳນົດຈຸດສ່ຽງ ໃຫ້ສາມາດສົ່ງ ເຈົ້າໜ້າທີ່ແພດ ແລະ ຢາ ເຂົ້າໄປໃນພື້ນທີ່ໄດ້ ກ່ອນການລະບາດ.

ອາຈານ ມະຫາວິທະຍາໄລ ແມຣີແລນ ແລະ ຄະນະ ທີ່ເປັນຜູ້ພັດທະນາເລື່ອງນີ້ ເປີດເຜີຍວ່າ: ຈະນຳຂໍ້ມູນອຸຕຸນິຍົມວິທະຍາ ຈາກດາວທຽມເລື່ອງອຸນຫະພູມພື້ນດິນ ແລະ ປະລິມານນໍ້າໃນຊັ້ນບັນຍາກາດ ແລະ ຂໍ້ມູນທໍລະນີວິທະຍາ ເຊັ່ນ: ປ່າໄມ້, ຜຸ່ມໄມ້, ຊຸມຊົນ, ແຫຼ່ງນໍ້າ ມາປະກອບກັບ ຂໍ້ມູນເສດຖະກິດ ແລະ ສັງຄົມ ທີ່ຄະນະນັກວິໄຈ ເຮັດການສຳຫຼວດຢ່າງເລິກເຊິ່ງ ຈາກຕົວຢ່າງປະຊາກອນໃນພື້ນທີ່ ເຊິ່ງສິ່ງທີ່ພົບຈາກໂຄງການ ທີ່ດຳເນີນມາໄດ້ 3 ປີແລ້ວ ຄື:

ການຕັດໄມ້ທຳລາຍປ່າ ກັບ ການເປັນມາເລເຣຍ ມີຄວາມສຳພັນກັນສູງຫຼາຍ ແລະ ທິດສະດີໜຶ່ງທີ່ຍັງບໍ່ມີການພິສູດ ຄື: ພື້ນທີ່ທີ່ເຕັມໄປດ້ວຍການຕັດໄມ້ທຳລາຍປ່າ, ການຄົ້ນຄວ້າບໍ່ແຮ່ ແລະ ການປູກຝັງ ທີ່ມີແຮງງານຍ້າຍຖິ່ນ ຫຼື ແຮງງານຊົ່ວຄາວຈຳນວນຫຼາຍ ມັກມີມາເລເຣຍສາຍພັນໃໝ່.

ຄະນະຜູ້ພັດທະນາເຕັກນິກ ຍັງໄດ້ປະສານງານກັບ ລັດຖະບານທ້ອງຖິ່ນ ແລະ ນັກວິໄຈໃນກອງທັບ ເພື່ອຂໍມູນຈາກພົນລະເຮືອນ ແລະ ກອງທັບ ແຕ່ມີບັນຫາບໍ່ສາມາດເຂົ້າເຖິງພື້ນທີ່ຂອງ ກອງກຳລັງປະກອບອາວຸດ ແລະ ພື້ນທີ່ທີ່ມີຄວາມຄັດແຍ້ງໄດ້.