ກອງປະຊຸມໃຫຍ່ ຄັ້ງທີ I ຂອງ ໜ່ວຍສະຫະພັນແມ່ຍິງຂະແໜງບໍລິຫານ-ການເງິນ ຫ້ອງວ່າການແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 13 ກໍລະກົດ 2019 ທີ່ຫ້ອງປະຊຸມຊັ້ນ 4 ຫ້ອງວ່າການແຂວງ ໄຊຍະບູລີ, ເຂົ້າຮ່ວມມີ ທ່ານ ນາງ ວົງ ເດືອນ ເຫງົ້າສະຫວັດ ປະທານສະຫະພັນແມ່ຍິງຮາກຖານຫ້ອງວ່າການແຂວງ; ມີ ທ່ານ ທອງສຸກ ຄໍາວົງ ຫົວໜ້າຂະແໜງບໍລິຫານ-ການເງິນ, ມີສະມາຊິກແມ່ຍິງພາຍໃນໜ່ວຍ ແລະ ແຂກຮັບເຊີນເຂົ້າຮ່ວມຢ່າງພ້ອມພຽງ.

ຄະນະປະທານ ກອງປະຊຸມໃຫຍ່ ຄັ້ງທີ I ຂອງ ໜ່ວຍສະຫະພັນແມ່ຍິງຂະແໜງບໍລິຫານ-ການເງິນ ຫ້ອງວ່າການແຂວງໄຊຍະບູລີ
ຄະນະປະທານ ກອງປະຊຸມໃຫຍ່ ຄັ້ງທີ I ຂອງ ໜ່ວຍສະຫະພັນແມ່ຍິງຂະແໜງບໍລິຫານ-ການເງິນ ຫ້ອງວ່າການແຂວງໄຊຍະບູລີ

ທ່ານ ນາງ ສາຄອນ ສຸກຜາລີ ຫົວໜ້າ ໜ່ວຍສະຫະພັນແມ່ຍິງຂະແໜງບໍລິຫານ-ການເງິນ ໄດ້ຜ່ານບົດລາຍງານການເມືອງ ທັງສອງພາກ, ເຊິ່ງທ່ານໄດ້ຍົກໃຫ້ເຫັນຜົນງານດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ຈາກການຈັດຕັ້ງປະຕິບັດວຽກງານຂອງແມ່ຍິງ ໄລຍະ 5 ປີຜ່ານມາ, ໜ່ວຍແມ່ຍິງຂະແໜງບໍລິຫານ-ການເງິນ ມີສະມາຊິກທັງໝົດ 18 ສະຫາຍ; ຜ່ານມາ, ໄດ້ດໍາເນີນການຮ່ວມຊີວິດ ແລະ ເສຍເງິນສະຕິເປັນປົກກະຕິ ໂດຍຖືເອົາເນື້ອໃນຂໍ້ ແຂ່ງຂັນ 3 ດີ ເປັນເນື້ອໃນການຮ່ວມຊີວິດ ຕິດພັນກັບວຽກງານວິຊາສະເພາະ, ເພື່ອສ້າງໃຫ້ສະມາຊິກແມ່ຍິງຮັບຮູ້ພາລະບົດບາດຂອງຕົນ ແລະ ເຄື່ອນໄຫວເຂົ້າໃນວຽກງານຕ່າງໆ; ເປັນເຈົ້າການປະສານສົມທົບທຸກພາກສ່ວນທີ່ກ່ຽວຂ້ອງຄົ້ນຄວ້ານໍາສະເໜີບັນຫາຕ່າງໆທີ່ພົວພັນເຖິງສິດຜົນປະໂຫຍດຂອງແມ່ຍິງ, ປະຕິບັດສິດສະເໝີພາບລະຫວ່າງຍິງ-ຊາຍ, ເອົາໃຈໃສ່ຕໍ່ວຽກງານພັດທະນາຊີວິດການເປັນຢູ່ຂອງແມ່ຍິງ ແລະ ຄອບຄົວ, ຍົກສູງພາລະບົດບາດຂອງແມ່ຍິງໃນການສ້າງເສດຖະກິດຄອບຄົວດ້ວຍຫຼາຍ ຮູບການຕາມເງື່ອນໄຂຂອງໃຜລາວ.

ຈາກການປະຕິບັດວຽກງານຮອບດ້ານ, ຜ່ານມາ ສະມາຊິກແມ່ຍິງສາມາດຍາດໄດ້ຜົນງານເຊັ່ນ: ໄດ້ຮັບການຍ້ອງຍໍຈາກຄະນະບໍລິຫານງານສູນກາງສະຫະ ພັນແມ່ຍິງລາວ 18 ສະຫາຍ, ຍ້ອງຍໍຈາກທ່ານເຈົ້າແຂວງໄຊຍະບູລີ 18 ສະຫາຍ, ຍ້ອງຍໍຈາກສູນກາງກໍາມະບານ 10 ສະ ຫາຍ, ກໍາມະບານແຂວງ 8 ສະຫາຍ, ສູນການຊາວໜຸ່ມ 5 ສະຫາຍ, ຊາວໜຸ່ມແຂວງ 8 ສະຫາຍ ແລະ ຍ້ອງຍໍຈາກຫ້ອງວ່າການແຂວງ 13 ສະຫາຍ, ຄັດເລືອກໄດ້ແມ່ຍິງ 3 ດີ ປະເພດ I ມີ 18 ສະ ຫາຍ, ພົນລະເມືອງດີ, ພັດທະນາດີ ແລະ ສ້າງຄອບຄົວດີ 18 ສະຫາຍ.

ບັນດາສະມາຊິກແມ່ຍິງ ແລະ ແຂກຮັບເຊີນທີ່ເຂົ້າຮ່ວມ

ຈາກນັ້ນ, ຄະນະໜ່ວຍແມ່ຍິງຊຸດ ເກົ່າໄດ້ຜ່ານໃບສໍາຫຼວດການນໍາພາ ແລະ ກ່າວລາໜ້າທີ່, ແລ້ວກອງປະຊຸມ ໄດ້ຍົກມືປະຊາມະຕິຮັບຮອງເອົາ ທ່ານ ນາງ ສາຄອນ ສຸກຜາລີ ເປັນຫົວໜ້າໜ່ວຍແມ່ຍິງ ຂະແໜງບໍລິຫານ-ການເງິນ ຄົນໃໝ່ ແລະ ທ່ານ ນາງບົວໄລ ກອງຊັບ ເປັນຮອງ.