ໃນເດືອນພະຈິກ ປີ 2015, ໄດ້ເກີດເຫດມີເປົ້າໝາຍ 3 ຄົນ ປິດໜ້າຕາລັກລອບເຂົ້າຫໍພິພິທະພັນ Castel Vecchio ທີ່ນະຄອນ Verona ພາກເໜືອຂອງປະເທດອີຕາລີ, ພວກກ່ຽວແມ່ນໄດ້ລັກເອົາຮູບແຕ້ມ ຈຳນວນ 17 ຮູບຂອງນັກແຕ້ມທີ່ມີຊື່ສຽງ.

ພວກເຂົາໄດ້ລົງມື ໃນຂະນະທີ່ພະນັກງານເຮັດວຽກ ທີ່ຫໍພິພິທະພັນດັ່ງກ່າວ ກຳລັງເດີນທາງກັບບ້ານ ແລະ ກ່ອນ ລະບົບປ້ອງກັນຄວາມປອດໄພ ຫຼື ລະບົບເຕືອນໄພ ຈະເລີ່ມເຮັດວຽກ ພວກເຂົາໄດ້ບັງຄັບ ພະນັກງານປ້ອງກັນ ເອົາກະແຈລົດໃຫຍ່ໃຫ້ ຈາກນັ້ນພວກເຂົາໄດ້ໂດດຂຶ້ນລົດ ແລະ ເອົາຕົວຫຼົບໜີ.

ຫຼັງຈາກເຫດການດັ່ງກ່າວໄດ້ເກີດຂຶ້ນ, ອົງການສືບສວນ – ສອບສວນ ໄດ້ດຳເນີນການກວດກາເບິ່ງແຕ່ລະຂັ້ນຕອນທີ່ພວກກ່ຽວລົງມືກໍ່ເຫດ ຜ່ານທາງກ້ອງວົງຈອນປິດຂອງ ລະບົບຮັກສາຄວາມປອດໄພ ທີ່ບັນທຶກໄວ້ ພ້ອມທັງຂໍ້ມູນຂອງກ້ອງວົງຈອນປິດຂອງຫ້າງຮ້ານ ທີ່ຢູ່ໃນບໍລິເວນໃກ້ຄຽງ ມາດຳເນີນການກວດກາ ເພື່ອຢືນຢັນຕົວເປົ້າໝາຍລົງມືດັ່ງກ່າວ.

ໃນການປະຊຸມກັນຂອງ ອົງການສືບສວນ – ສອບສວນ ໄດ້ສະຫຼຸບວ່າ:

ພະນັກງານສືບສວນ ຍັງສາມາດໄດ້ຍິນສຽງເວົ້າຂອງກຸ່ມຄົນຮ້າຍ ສະແດງຄວາມຍິນດີກັນ, ພວກເຂົາໄດ້ເອີ້ນວຽກທີ່ເກີດຂຶ້ນວ່າ ເປັນຄວາມສຳເລັດທີ່ຍິ່ງໃຫຍ່ ແລະ ພວກເຂົາໄດ້ເວົ້າຕື່ມວ່າ ຕ້ອງໄດ້ລໍຖ້າອີກໄລຍະໜຶ່ງ ຈຶ່ງຈະສາມາດນຳເອົາຮູບແຕ້ມທີ່ມີຄ່າມະຫາສານເຫຼົ່ານີ້ ອອກຂາຍໃນຕະຫຼາດເຖື່ອນໄດ້.

ອົງການທີ່ກ່ຽວຂ້ອງ ມີຄວາມລະແວງສົງໄສພວກກຸ່ມເປົ້າໝາຍ ຕ້ອງມີແຜນເອົາຮູບແຕ້ມລາຍນ້ຳມັນ ໄປຂາຍທີ່ປະເທດອູແກຣນ ຫຼື ຣັດເຊຍ. ເມື່ອເຖິງເດືອນພຶດສະພາ 2016 ຜ່ານມາ, ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ໄດ້ຈັບຕົວເປົ້າໝາຍທີ່ຖືກສົງໄສ ຈຳນວນ 13 ຄົນ ທີ່ປະເທດອີຕາລີ ແລະ Moldova ໃນຈຳນວນເປົ້າໝາຍທັງໝົດນີ້ ແມ່ນມີພະນັກງານປ້ອງກັນໜຶ່ງຄົນ.

ອົງການທີ່ກ່ຽວຂ້ອງຂອງປະເທດອີຕາລີ ກຳລັງເຮັດໜ້າທີ່ວິຊາສະເພາະ ຫຼັງຈາກເຫດການດັ່ງກ່າວເກີດຂຶ້ນ ພ້ອມທັງກັກຕົວອ້າຍ-ນ້ອງຝາແຝດຂອງ ພະນັກງານປ້ອງກັນດັ່ງກ່າວ ແລະ ເມຍຂອງຜູ້ກ່ຽວ ທີ່ເປັນຄົນສັນຊາດ Moldova ມາດໍາເນີນການສອບສວນ.

ສຸດທ້າຍ ກຳລັງເຈົ້າໜ້າທີ່ຮັກສາຊາຍແດນຂອງປະເທດອູແກຣນ ກໍສາມາດກວດຄົ້ນເຫັນຮູບພາບທີ່ພວກຄົນຮ້າຍລັກໄປ ເຊິ່ງຖືກຊຸກເຊື່ອງໄວ້ໃນຖົງຢາງທີ່ເຮືອນຫຼັງໜຶ່ງ ຢູ່ເຂດ Turunchuk ເຊິ່ງເປັນເກາະນ້ອຍໆທີ່ຢູ່ກາງແມ່ນ້ຳ Dniester ທີ່ໄຫຼຜ່ານປະເທດອູແກຣນ ແລະ ປະເທດ Moldova.

ສຳນັກງານປ້ອງກັນຊາຍແດນ ຂອງ ປະເທດອູແກຣນ ໃຫ້ຮູ້ວ່າ:

ຮູບພາບດັ່ງກ່າວນີ້ ແມ່ນຖືກຝາກຜ່ານທາງໄປສະນີ ຈາກ Moldova ເຖິງເຂດ Odessa ປະເທດອູແກຣນ ແລະ ໄດ້ຮັບການຮ່ວມມືຈາກ ກຸ່ມກຳມະກອນທີ່ປະເທດອູແກຣນ ໃນການຊຸກເຊື່ອງບັນດາຮູບແຕ້ມດັ່ງກ່າວ.

ທ່ານ Dario Franceschini ລັດຖະມົນຕີ ກະຊວງວັດທະນະທຳ ແລະ ວັດຖຸບູຮານ ຂອງປະເທດອີຕາລີ ໄດ້ຢືນຢັນວ່າ: ຮູບແຕ້ມທັງ 17 ແຜ່ນທີ່ຖືກລັກໄປນັ້ນ ແມ່ນຖືກ ເຈົ້າໜ້າທີ່ຕຳຫຼວດ ປະເທດອູແກຣນ ຊອກເຫັນ ແລະ ຈະໄດ້ນຳສົ່ງກັບ Verona.

ທ່ານ Flavio Tos ເຈົ້າຄອງນະຄອນ Verona ກໍໄດ້ໃຫ້ຮູ້ວ່າ:

ພວກເຮົາສຸດທີ່ດີໃຈ ແລະ ຫາຍໃຈໂລ່ງ ເມື່ອໄດ້ຮັບຂ່າວວ່າ: ສາມາດເກັບກູ້ຮູບພາບຄືນມາໄດ້ ເພາະວ່າບັນດາຮູບພາບເຫຼົ່ານັ້ນ ບໍ່ພຽງແຕ່ເປັນສ່ວນໜຶ່ງທີ່ສຳຄັນຂອງນະຄອນ Verona ເທົ່ານັ້ນ, ແຕ່ມັນຍັງເປັນ ສົມບັດທາງດ້ານວັດທະນະທຳ ຂອງປະຊາຊົນ ທົ່ວນະຄອນຂອງພວກເຮົາ ແລະ ຂອງທົ່ວໂລກ ນຳອີກ.

ທ່ານ ນາງ Magerita Bolla ຜູ້ອຳນວຍການຫໍພິພິທະພັນດັ່ງກ່າວ ໄດ້ໃຫ້ສຳພາດກັບສື່ຂ່າວ ANSA ວ່າ: ວຽກງານຕິດຕາມ ແລະ ກວດຄົ້ນຫາສົມບັດນີ້ ສາມາດເຮັດໄດ້ສຳເລັດ ແມ່ນຖືວ່າເປັນຂ່າວທີ່ຍິ່ງໃຫຍ່ຫຼາຍ.

( ຕິດຕາມຕອນຕໍ່ໄປ… )